ຣັດເຊຍເຝົ້າລະວັງ ໄພພິບັດພະຍາດລະບາດ (Plague)


ສຳນັກຂ່າວ Newsweek ໃຫ້ຮູ້ວ່າ: ຢູ່ເຂດ Trans-Baikal ແລະສາທາລະນະລັດ Altai ທີ່ຂຶ້ນກັບຣັດເຊຍ ໄດ້ມີການເຝົ້າລະວັງຢ່າງເຄັ່ງຄັດຕໍ່ກັບການແຜ່ລະບາດຂອງໄພພິບັດພະຍາດລະບາດ. ນອກຈາກນັ້ນ, ສາທາລະນະລັດ Tuva ທີ່ຢູ່ເຂດ Siberia ທີ່ຂຶ້ນກັບຣັດເຊຍ ໄດ້ເປີດບັ້ນສັກຢາເພື່ອປ້ອງກັນການແຜ່ລະບາດຂອງໄພພິບັດພະຍາດລະບາດແລ້ວ.
ອົງການຕິດຕາມທາງການແພດຂອງ ຣັດເຊຍ Rospotrebnadzorໃຫ້ຮູ້ວ່າ: ມາເຖິງຂະນະນີ້ ຢູ່ Siberia ຊຶ່ງເປັນເຂດມີຊາຍແດນຕິດກັບ ມົງໂກລີ ນັ້ນ, ປະຊາຊົນໄດ້ຮັບການສັກວັກຊີນແລ້ວທັງໝົດ 3.123 ຄົນ, ໃນນັ້ນຜູ້ໃຫ່ຍ 2.500 ຄົນ ແລະ ເດັກນ້ອຍ 623 ຄົນ.
ວັນທີ 12 ສິງຫານີ້, ເຈົ້າໜ້າທີ່ ມົງໂກລີ ໃຫ້ຮູ້ວ່າ: ມີຊາຍຄົນໜຶ່ງຕາຍຍ້ອນກິນໂຕກະຮອກດິນ.
ໃນເດືອນ ສິງຫານີ້, ເຂດ ມົງໂກນດ້ານໃນ ທີ່ຂຶ້ນກັບຈີນທີ່ມີຊາຍແດນຕິດກັບ ມົງໂກລີນັ້ນ ກໍໄດ້ມີ 2 ຄົນເສຍຊີວິດຍ້ອນຕິດເຊື້ອໄວຣັດດັ່ງກ່າວ.
ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວ vietnamne)