ຜົນກອງປະຊຸມຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ
ກອງປະຊຸມຄະນະຜູ້ແທນໄດ້ຮ່ວມກັນປຶກສາຫາລືກ່ຽວກັບການມີສ່ວນຮ່ວມຂອງບັນດາປະເທດອາຊຽນທີ່ເປັນສະມາຊິກຂອງ EST ເພື່ອບັນລຸຄາດໝາຍປີ 2030, ໂດຍປະຕິບັດການຂົນສົ່ງແບບຍືນຍົງຂອງບັນດາປະເທດດັ່ງກ່າວ, ທັງປຶກສາຫາລືກ່ຽວກັບນະໂຍບາຍ, ມາດຕະການ, ກົນໄກທາງດ້ານເຕັກໂນໂລຊີ ແລະ ການເງິນ, ຕະຫລອດຮອດຄູ່ຮ່ວມມືດ້ານວຽກງານການຂົນສົ່ງເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ນອກຈາກນີ້ ໄດ້ປຶກສາຫາລືກ່ຽວກັບນະໂຍບາຍການເຊື່ອມຈອດກັບຊົນນະບົດໃນດ້ານຄວາມປອດໄພດ້ານອາຫານ, ລຶບລ້າງຄວາມອຶດຫິວ, ການຮ່ວມມືຂອງພາກພື້ນ ແລະ ການພັດທະນາພາກພື້ນແບບຍືນຍົງ, ສະເໜີກ່ຽວກັບພາລະບົດບາດຂອງການທາງລົດໄຟໃນການບັນລຸຄາດໝາຍ 2030 ຂອງການພັດທະນາແບບຍືນຍົງ ແລະ ສະເໜີກ່ຽວກັບວິທີການໃນການຂົນສົ່ງແບບຍືນຍົງ ສາມາດປະກອບສ່ວນໃນວຽກງານສົ່ງເສີມຄວາມເທົ່າທຽມຂອງຍິງຊາຍ ແລະ ວຽກງານຍົກສູງບົດບາດຂອງເພດຍິງ ແລະ ເດັກຍິງ, ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫລງການບາງກອກ 2020 ແລະ ຖອດຖອນບົດຮຽນທີ່ດີເພື່ອເປັນທິດທາງໃຫ້ບັນດາປະເທດສະມາຊິກ EST ໃນການກ້າວໄປສູ່ເປົ້າໝາຍການພັດທະນາທີ່ຍືນຍົງໂດຍການຈັດຕັ້ງປະຕິບັດການຂົນສົ່ງແບບຍືນຍົງຂອງປະເທດດັ່ງກ່າວ.
ກອງປະຊຸມໄດ້ຮັບຮອງຮ່າງຖະແຫລງການວຽງຈັນກ່ຽວກັບການຂົນສົ່ງຊົນນະບົດຍືນຍົງເພື່ອບັນລຸເປົ້າໝາຍປີ 2030, ເຊິ່ງເນັ້ນໃສ່ການຈັດຕັ້ງປະ
ຕິບັດຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ການພັດທະນາພື້ນຖານໂຄງລ່າງການຂົນສົ່ງຊົນນະບົດໃຫ້ໄດ້ຮັບຜົນສຳເລັດ. ກອງປະຊຸມຄັ້ງນີ້ໄດ້ມີ 29 ນະຄອນລົງນາມໃນຖະແຫລງການກຽວໂຕ ເພື່ອສົ່ງເສີມການຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ແນ່ໃສ່ສ້າງໃຫ້ເປັນຕົວເມືອງໜ້າຢູ່, ຊຶ່ງປັດຈຸບັນມີທັງໝົດ 51 ນະຄອນທີ່ຮ່ວມນາມໃນຖະແຫລງການກຽວໂຕ .
ສຳລັບກອງປະຊຸມຂົນສົ່ງແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມຄັ້ງທີ 11 ແມ່ນຈະຈັດຂຶ້ນຢູ່ປະເທດມົງໂກນລີໃນປີຕໍ່ໄປ.