ຫູເປີຍ ພົບເຫັນຜູ້ຕິດເຊື້ອປົວຫາຍດີແລ້ວ 6 ເດືອນກັບຄືນເປັນໃໝ່
ແຫຼ່ງຂ່າວຈາກ 24h ຂອງຫວຽດນາມໃຫ້ຮູ້ວັນທີ 13 ສິງຫານີ້ວ່າ: ວັນທີ 12 ສິງຫາ, ມີຜູ້ຍິງຄົນໜຶ່ງອາຍຸ 68 ປີຢູ່ທີ່ ຫູເປີຍຕິດເຊື້ອໂຄວິດ-19 ປົວຫາຍດີແລ້ວ ກ່ອນໜ້ານີ້ 6 ເດືອນ ໄດ້ກັບຄືນມາເປັນໃໝ່, ພາຍຫຼັງເກັບຕົວຢ່າງໄປກວດຄືນ(ໂດຍອ້າງອີງຈາກ SCMP).
ຜູ້ຍິງຄົນດັ່ງກ່າວເຂົ້າໂຮງໝໍດ້ວຍພະຍາດພະຍາດອັນອື່ນ ແຕ່ບັງເອີນໄດ້ເອົາຕົວຢ່າງໄປກວດຄືນກໍເລີຍພົບເຫັນວ່າຜູ້ກ່ຽວຕິດເຊື້ອໄວຣັດ ໂຄວິດ-19 ຄືນ. ຜູ້ກ່ຽວຖືກແຍກປ່ຽວ ແລະ ກຳລັງປິ່ນປົວ. ເຖິງຢ່າງໃດກໍດີທຸກຄົນທີ່ໃກ້ສິດສຳຜັດກັບຜູ້ກ່ຽວນັບທັງຄົນໃນຄອບຄົວລ້ວນແຕ່ໄດ້ເອົາຕົວຢ່າງໄປກວດຫາເຊື້ອ ແຕ່ຜົນອອກມາເປັນລົບ.
ປັດຈຸບັນຍັງບໍ່ທັນຮູ້ສາເຫດວ່າເຂົາຕິດເຊື້ອມາຈາກກໍລະນີໃດກັນແທ້? ອຳນາດການປົກຄອງ ຫູເປີຍໄດ້ຮຽກຮ້ອງມາຍັງປະຊາຊົນບໍ່ໃຫ້ຕື່ນຕົກໃຈ.
ກໍລະນີດັ່ງກ່າວ ນັບວ່າເປັນກໍລະນີພິເສດໃນໂລກທີ່ພາຍຫຼັງປິ່ນປົວຫາຍດີແລ້ວ 6 ເດືອນ ແລ້ວກັບມາເປັນໃໝ່ ນັບແຕ່ມື້ມີພະຍາດນີ້ລະບາດຂືຶ້ນທົ່ວໂລກເປັນຕົ້ນມາ.
ຈາກກໍລະນີດັ່ງກ່າວ, ບັນດາຜູ້ຊ່ຽວຊານໃຫ້ຮູ້ວ່າ: ການທີ່ຈະລົບລ້າງໄວຣັດໂຄໂຣນາ ອອກໄປຈາກໂລກນີ້ ແມ່ນເປັນການຍາກ.
ຊຶ່ງກ່ອນໜ້ານີ້ ກໍມີຜູ້ຍິງຄົນໜຶ່ງຢູ່ລັດເທັກຊັດ ສະຫະລັດ ປິ່ນປົວຫາຍດີແລ້ວ 4 ເດືອນກໍກັບຄືນມາເປັນໃໝ່.
ຂ່າວ: ລູກເມືອງພວນ.