ເປັນນັກຮຽນນັກສຶກສາຢ່າພາກັນເສເພ
ໂດຍ: ທິດກໍ່າ
ກ່າວເຖິງບັນຍາກາດໃນການສຶກສາຮໍ່າຮຽນຂອງລູກຫລານເຮົາໃນໄລຍະນີ້ກໍແມ່ນໄລຍະການສອບເສັງຂຶ້ນຫ້ອງ ແລະ ຈົບຊັ້ນ, ຫລ້າສຸດໃນລະບົບສາມັນສຶກສາກໍແມ່ນເສັງຈົບຊັ້ນມັດທະຍົມປີທີ 7 ຫລືວ່າ ມ.7 ເປັນທີ່ຮຽບຮ້ອຍແລ້ວ. ດັ່ງໃນອາທິດຜ່ານໆມານີ້, ເຫັນພາບລູກຫລານນັກຮຽນ-ນັກສຶກສາທັງຫລາຍຫລັງຈາກສອບເສັງຈົບຊັ້ນ ມ.7 ແລ້ວ ມີຈຳນວນບໍ່ໜ້ອຍພາກັນໂຫ່ເຂົ້າຮ້ານເຫລົ້າຮ້ານເບຍເປັນພຶງເປັນແພປານປາລູກຄອກ. ຈາກພາບທີ່ສະທ້ອນໃຫ້ເຫັນນັ້ນ ຫລາຍຄົນກໍຮູ້ສຶກຫົດຫູ່ເປັນຫ່ວງນຳ ເພາະສັງຄົມນັກຮຽນ-ນັກສຶກສາເຮົາສະໄໝນີ້ບາງຢ່າງມັນມີອັນຜັນແປໄປຕາມກະແສທີ່ໜ້າສັງເວດ ແລະ ເປັນຕາອັບອາຍຂາຍໜ້າ. ຕໍ່ສິ່ງທີ່ໄດ້ເຫັນປະຈັກຕາອີກອັນໜຶ່ງກໍຄື ເມື່ອໝົດວາລະຊົ່ວໂມງສອບເສັງຈົບຊັ້ນໄປແລ້ວ ອອກຈາກຫ້ອງເສັງມາກໍເປັນປຸ້ມກັນເຫີ່ຂໍລາຍເຊັນ, ເອົາລາຍເຊັນ, ມອບລາຍເຊັນໃຫ້ກັນຈົນວ່າເສື້ອຂາວທັງຕົວເຕັມໄປດ້ວຍລາຍເຊັນສີດຳ, ສີແດງຂອງໝູ່ເພື່ອນຈົນເປິະເປື້ອນລິງລາຍເຮິະຮ້າຍບໍ່ເປັນລະບົບຈົບງາມ ອັນເປັນການຝືນກັບຮີດຄອງປະເພນີ ແລະ ກົດໝາຍບ້ານເມືອງ. ມີບາງກຸ່ມ, ບາງຄົນ ທັງຍິງທັງຊາຍເມື່ອດື່ມເຫລົ້າເມົາແລ້ວກໍພາກັນເຕັ້ນຊັກງັກຊັກແງ້ນ, ໂດດກອດ, ໂດດຈູບກັນແບບເປັນກັນເອງ, ຜູ້ຊາຍຈັບບາຍນົມ, ແຕະຕ້ອງຕົນຕົວຂອງຜູ້ຍິງແບບບໍ່ກະດຽມຄີງ ເຮັດໄປສາລະພັດຢ່າງວ່າຫລັງຮຽນຈົບກ່ອນຈາກລາກັນໄປກໍສວນໂອກາດຈວດໆຍາມເມົາ ເພື່ອເປັນສັນຍາລັກຂ້ອຍກັບເຈົ້າເຄີຍໄດ້ສຶກສາຮໍ່າຮຽນ, ມີອະດີດຄວາມຮັກແພງສະໜິດສະໜົມນຳກັນມາ ພາຍໃຕ້ຫລັງຄາໂຮງຮຽນດຽວກັນ. ຝ່າຍຜູ້ຍິງເບິ່ງຄືວ່າກະແດະກະດັນເຕັມໃຈໃຫ້ກອດ, ໃຫ້ຈູບ, ຈະລູບ, ຈະຄຳຈັບບາຍອັນໃດກໍຄືວ່າມ່ວນຊື່ນເຮຮາ ເພາະມື້ນີ້ເປັນມື້ສະເດາະເຄາະເຂັນ, ເປັນມື້ສະຫລອງທັງກາຍ ແລະ ໃຈໃຫ້ກັນ ເພາະຕະຫລອດການສຶກສາຮໍ່າຮຽນຈົນກ້າວມາຮອດເສັງຈົບຊັ້ນ ມ.7 ໄດ້ອາວະສານຈົບສິ້ນ ແລະ ພວກເຮົາກໍຈະໄດ້ພັດພາກຈາກກັນໄປຄົນລະທິດລະທາງ, ຄົນລະຫົນລະແຫ່ງ ຈະບໍ່ມີໂອກາດໄດ້ມາພົບພໍ້, ສຳຜັດກັນອີກປະມານນັ້ນ. ນີ້ຄືປາກົດການອັນໃໝ່, ນິຕິໃໝ່ແບບແປກໆໃນສັງຄົມທີ່ມີການພັດທະນາ ແລະ ພວມເຫີ່ກັນໃນຖັນແຖວນັກຮຽນ-ນັກສຶກສາລາວເຮົາປັດຈຸບັນ ໂດຍສະເພາະແມ່ນຊັ້ນ ມ.7 ຕາມທີ່ໄດ້ເຫັນມາຫລາຍປີແລ້ວ.
ເມື່ອຕັ້ງໂຈດກັນວ່າ, ສະພາບທີ່ມັນເກີດຂຶ້ນນີ້ມັນມີຜົນດີ ຫລືວ່າ ຜົນຮ້າຍ ? ມັນເກີດມາຈາກໃສ ? ແລະ ແມ່ນໃຜເປັນຜູ້ແນະນຳສັ່ງສອນ ? ໃນຄຳຕອບໂຈດນັ້ນ, ການກະທຳແບບນີ້ມັນບໍ່ມີຜົນດີຫຍັງເລີຍຕໍ່ຕົນເອງ, ຕໍ່ສັງຄົມຄອບຄົວພໍ່ແມ່ຍາດຕິກາວົງສາ ແລະ ປະເທດຊາດບ້ານເມືອງ. ຍິ່ງເປັນການຕອກຢ້ຳທຳລາຍກຽດສັກສີຂອງຕົນເອງ, ໝູ່ຄູ່, ພໍ່ແມ່, ສັງຄົມ ແລະ ປະເທດຊາດ. ທັງຝືນກັບຮີດຄອງປະເພນີ, ຝືນກັບກົດໝາຍ ແລະ ຝືນກັບບົດບາດຍິງ-ຊາຍທີ່ພັກ ແລະ ລັດຖະບານພວມໃຫ້ການສົ່ງເສີມຕໍ່ອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ເດັກນ້ອຍ. ສ່ວນວ່າສາເຫດເກີດມາຈາກໃສນັ້ນ ມັນກໍມີຫລາຍເງື່ອນໄຂ ແລະ ຫລາຍປັດໄຈ ເປັນຕົ້ນປະເທດເຮົາເປັນປະເທດທີ່ຜະລິດເຫລົ້າຜະລິດເບຍທີ່ຫລາກຫລາຍຢູ່ແລ້ວ. ນອກຈາກນັ້ນ ກໍມີການນຳເຂົ້າຫລົ້າຢາປາແປ້ງຈາກພາຍນອກຢ່າງບໍ່ອັ້ນ. ບັນດາຕຶກຫ້າງຮ້ານນ້ອຍໃຫຍ່ຂາຍເຫລົ້າຂາຍເບຍເຕັມຄັບທີບ ແລະ ເກີດຂຶ້ນປານດອກເຫັດ. ຫລາຍບ່ອນຮ້ານຂາຍເຫລົ້າຂາຍເບຍກໍໄປຕັ້ງຈຶກໃສ່ໃກ້ໆໂຮງຮຽນ ພໍໄດ້ອ່ອຍຈິດອ່ອຍໃຈໃຫ້ສາວນັກຮຽນ-ນັກສຶກສາກັບບ່າຍເຫີ່ມ, ບ່າວໜຸ່ມ, ບ່າວເຖົ້າ. ກ່ຽວກັບປັດໄຈນັ້ນ ມັນກໍເກີດມາຈາກພວກເຮົາເອງນັ້ນລະ ! ເກີດມາຈາກຜູ້ໃຫຍ່ບໍ່ເປັນຕົວແບບ ! ຕົວຢ່າງວັນເກີດລູກ ພໍ່ແມ່ກໍເມົາ, ຍາມບຸນເຮືອນພໍ່ແມ່ກໍເມົາ, ບຸນພະເຫວດພໍ່ແມ່ກໍເມົາ, ງັນກຳຜົວກໍເມົາ, ບຸນປີໃໝ່ຍິ່ງເມົາສາມມື້ສາມຄືນ, ວັນແມ່ຍິງລາວກໍເມົາ, ວັນແມ່ຍິງສາກົນກໍເມົາ, ດີໃຈກໍເມົາ, ເສຍໃຈກໍເມົາ, ໄດ້ເງິນເດືອນມາກໍເມົາ, ຖືກເລກກໍເມົາ, ເສຍໃຈບໍ່ຖືກເລກກໍເມົາ, ຜົວເມຍຜິດກັນກໍແຍກຄົນລະທາງໄປຫາບ່ອນເມົາ, ຜິດຫວັງກໍເມົາ, ສົມຫວັງກໍເມົາ, ພີ່ນ້ອງໝູ່ຄູ່ມາຢາມເຮືອນຊານກໍເມົາ, ມີສາລະພັດຢ່າງເມົາຈົນນັບບໍ່ຖ້ວນ. ນີ້ລະຄືມະຫາວິທະຍາໄລທາງກົງ ແລະ ທາງອ້ອມໃນການສອນລູກຫລານທີ່ເປັນອະນາຄົດຂອງຊາດ.
ອີກປະການໜຶ່ງ ມາເບິ່ງທາງດ້ານກົດໝາຍກໍຄຸ້ມຄອງກັນບໍ່ໄດ້, ຍັງບໍ່ເດັດ, ບໍ່ຂາດ, ຍັງອືດອາດປານດຶງຂາເຕົ່າ, ກົດໝາຍຄຸ້ມຄອງທາດເຫລົ້າກໍມີ ແຕ່ບໍ່ມີໃຜໃສ່ໃຈລົງມືປະຕິບັດ ຍ້ອນພວກເຮົາທັງຫລາຍຍັງພາກັນໜີຫ່າງທາດເຫລົ້າບໍ່ໄດ້. ປັດຈຸບັນ ທາດເຫລົ້າທາດເບຍໄດ້ເຂົ້າໄປໃນຮ່າງກາຍຂອງຄົນລາວຜູ້ທີ່ພົ້ນນິຕິພາວະຈົນເປັນປະເພນີຊຳເຮື້ອໄປແລ້ວ ເຊິ່ງສະແດງອອກຈົນເປັນອັນດັບໜຶ່ງຂອງອາຊຽນ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າ, ຖ້າທຸກຄົນຖືວ່າເຫລົ້າຢາປາແປ້ງເປັນຂອງນອກກາຍນັ້ນ ມັນກໍພໍມີທາງອອກ ເປັນຕົ້ນພ້ອມກັນປະຢັດຕາມຄຳສັ່ງຂອງທ່ານນາຍົກ, ພ້ອມກັນປະຕິບັດຕົວບົດກົດໝາຍໃຫ້ເຂັ້ມງວດ, ບໍ່ໃຫ້ກົດໝາຍເປັນໝັນຢູ່ໃນຄຳພີ ຄືເວົ້າແລ້ວຕ້ອງເຮັດ, ພ້ອມກັນປະຕິບັດ. ຜູ້ນຳພາປະຕິບັດກໍແມ່ນພວກເຮົາທັງໝົດເຈົ້າການ, ເປັນເຈົ້າກົດໝາຍ, ຢ່າໃຫ້ກົດໝາຍເປັນເຈົ້າຄຸ້ມຄອງເຮົາ, ຈະເຮັດຫຍັງທຳຫຍັງລົງໄປກໍຕ້ອງຄຳນຶງເຖິງຜົນໄດ້, ຜົນເສຍ ເພາະຄວາມດີຄວາມຊອບມັນຂຶ້ນກັບທຸກຄົນ. ສ່ວນວ່າຜູ້ເປັນເຈົ້າການອອກໜ້າອອກຕາພາເຮັດພາໄປນັ້ນ ມັນກໍແມ່ນເຈົ້າໜ້າທີ່ກ່ຽວຂ້ອງ, ຂະແໜງການກ່ຽວຂ້ອງມີໜ້າທີ່ຄຸ້ມຄອງ, ນຳພາ, ກວດກາຢ່າງເຂັ້ມຂຸ້ນ ແລະ ເດັດຂາດ, ເຫັນອັນໃດດີຄວນຊຸກຍູ້ສົ່ງເສີມ, ອັນໃດເປັນພິດເປັນໄພ ຫລື ປາກົດການຫຍໍ້ທໍ້ຈະພາເພກໍຂ້ຽວຈຳກັດ, ຜູ້ໃດຝ່າຝືນກໍຕ້ອງມີການປັບໄໝໃສ່ໂທດ. ນີ້ລະຄືມາດຕະການອັນສຸດທ້າຍ. ໃນຂັ້ນຕໍ່ໄປຂະແໜງການສຶກສາກໍຕ້ອງມີມາດຕະການໄວ້ລ່ວງໜ້າ ຖ້າຮູ້ເຫັນນັກຮຽນຄົນໃດດື້ດຶງ, ສ້າງຄວາມເສຍຫາຍແກ່ບົດບາດ, ໜ້າທີ່ຂອງຕົນ ແລະ ປະເທດຊາດຄວນສົມທົບຂະແໜງການກ່ຽວຂ້ອງໃຊ້ມາດຕະການອັນສຽບຂາດຕໍ່ຜູ້ລະເມີດ, ພາໝູ່ເພບໍ່ໃຫ້ເປັນບົດຮຽນໃຫ້ຜູ້ຕໍ່ໆໄປອີກ.