NASA ພົບດາວເຄາະ 10 ດວງຂະໜາດໃກ້ຄຽງໂລກ ຢູ່ບໍລິເວນຂອບກາແລດຊີທາງຊ້າງເຜືອກ


NASA ໄດ້ພົບຮ່ອງຮອຍຂອງດາວເຄາະ 219 ດວງນອກລະບົບສຸລິຍະຈັກກະວານ ແລະ ບັນຫາທີ່ໜ້າສົນໃຈຄື ມີດາວເຄາະ 10 ດວງ ບໍລິເວນຂອບກາແລດຊີທາງຊ້າງເຜືອກ ທີ່ມີຂະໜາດໃກ້ຄຽງກັບໂລກ ແລະ ວົງໂຄຈອນຂອງດາວເຄາະເຫຼົ່ານັ້ນ ຢູ່ໃນໂຊນທີ່ເໝາະສົມສໍາລັບການຢູ່ອາໄສຂອງສິ່ງທີ່ມີຊີວິດ.
ແລະ ເລື່ອງທີ່ສໍາຄັນຄື: ໄລຍະຫ່າງຈາກດາວພຸດຂອງພວກມັນເປັນໄລຍະເໝາະສົມທີ່ຈະມີນໍ້າປາກົດຢູ່ໃນລັກສະນະຂອງແຫຼວ (ເຊິ່ງຖ້າໄລຍະຫ່າງຈາກດາວພຸດບໍ່ເໝາະສົມ ນໍ້າອາດຈະລະເຫີຍກາຍເປັນອາຍທັງໝົດ ຫຼື ອາດຈະໜາວເຢັນຈົນນໍ້າກາຍເປັນນໍ້າກ້ອນ) ເຊິ່ງເປັນເລື່ອງທີ່ສະໜັບສະໜູນແນວຄິດຂອງການມີດາວເຄາະສະພາບຄ້າຍຄືໂລກຢູ່ເປັນຈໍານວນຫຼາຍ ແລະ ເຮົາອາດຈະບໍ່ໄດ້ຢູ່ໂດດດ່ຽວໃນຈັກກະວານອັນກວ້າງໄກ.
ເຊິ່ງລາຍງານການພົບດາວເຄາະທີ່ໜ້າສົນໃຈ 10 ດວງນີ້ ເປັນສ່ວນໜຶ່ງຈາກພາລະກິດທໍາອິດຂອງກ້ອງໂທລະທັດອາກາດ Kepler ໂດຍກ້ອງໂທລະທັດນີ້ໄດ້ມີການສໍາຫລວດ Cygnus constellation (ກຸ່ມດາວຫົງ) ນັບແຕ່ປີ 2009 ເປັນຕົ້ນມາ ເຮັດໃຫ້ນັກວິທະຍາສາດໄດ້ຄົ້ນພົບສິ່ງທີ່ຄາດວ່າຈະເປັນດາວເຄາະນອກລະບົບສຸລິຍພຈັກກະວານ ຈໍານວນຫຼາຍກວ່າ 5.000 ດວງ ໃນພື້ນທີ່ທີ່ຫ່າງໄກຈາກໂລກ 3.000 ປີແສງ.


ແລະ ໃນເວລານີ້ຫຼຸດຈໍານວນລົງມາເຫຼືອ 4.034 ດວງ ໂດຍໃນຈໍານວນນີ້ມີການຢືນຢັນແລ້ວວ່າເປັນດາວເຄາະນອກລະບົບສຸລິຍະຈັກກະວານ ຈໍານວນ 2.335 ດວງ ແລະ ມີຈໍານວນ 21 ດວງມີຂະໜາດໃກ້ຄຽງໂລກ ແລະ ຢູ່ໃນເຂດທີ່ຄາດວ່າຈະເໝາະສໍາລັບການຢູ່ອາໄສຂອງສິ່ງທີ່ມີຊີວິດ ແລ້ວເປັນຫຍັງດາວເຄາະຂະໜາດໃກ້ຄຽງໂລກຈຶ່ງໄດ້ມີຄວາມໜ້າສົນໃຈຫຼາຍ ? ນັກວິທະຍາສາດໃຫ້ເຫດຜົນວ່າ: ການສຶກສາພວກມັນຈະເຮັດໃຫ້ພວກເຮົາຮູ້ວ່າໂລກກໍາເນີດຂຶ້ນໄດ້ແນວໃດ ແລະ ຍັງມີຄວາມເປັນໄປໄດ້ທີ່ຈະມີສິ່ງມີຊີວິດຢູ່ເທິງດາວເຄາະເຫຼົ່ານັ້ນ.


ແລະ ຈາກການທຸ້ມເທກັບພາລະກິດການສໍາຫຼວດອະວະກາດຂອງ NASA ໃນທີ່ສຸດກໍມີຄວາມເຂົ້າໃຈຢ່າງຈະແຈ້ງ ໃນແນວຄິດການຈັດກຸ່ມໃຫ້ກັບດາວເຄາະນອກລະບົບສຸລິຍະຈັກກະວານ ໂດຍມີການແຍກດາວເຄາະທີ່ໜ້າສົນໃຈອອກເປັນ 2 ປະເພດຫຼັກຄື: Super-Earths ຫຼື ດາວເຄາະທີ່ມີແກນກາງເປັນຫີນ ແລະ ມີຂະໜາດໃຫຍ່ກວ່າໂລກປະມານ 1,5 ເທົ່າ, ສ່ວນດາວເຄາະອີກປະເພດໜຶ່ງຄື: Mini-Neptunes ເປັນດາວເຄາະທີ່ປາກົດລຸ່ມດ້ວຍຊັ້ນແກັສ ແລະ ມີຂະໜາດໃຫຍ່ກວ່າໂລກເກີນ 2,5 ເທົ່າ ເຊິ່ງດາວເຄາະປະເພດນີ້ບໍ່ເໝາະສໍາລັບການຢູ່ອາໄສຂອງສິ່ງທີ່ມີຊີວິດ.


ແລະ ໃນເວລານີ້ ທາງ NASA ກໍາລັງໃຫ້ຄວາມສໍາຄັນກັບພາລະກິດ K2 ຂອງກ້ອງໂທລະທັດອະວະກາດ Kepler ທີ່ເລີ່ມຕົ້ນຂຶ້ນໃນປີ 2014 ໂດຍມີການປັບປຸງປະສິດທິພາບຂອງກ້ອງ ໃຫ້ສາມາດກວດຈັບດາວເຄາະນອກລະບົບສຸລິຍະຈັກກະວານທີ່ໂຄຈອນຢູ່ນອກດາວເຄາະແດງ (Red dwarfs ຄືດາວພຸດທີ່ມີຂະໜາດນ້ອຍ ແລະ ມີອຸນຫະພູມທີ່ຄ່ອນຂ້າງຕໍ່າຫຼາຍ) ແລະ ພາລະກິດ K2 ຈະສິ້ນສຸດລົງໃນເກືອບປີ 2018 ເມື່ອເຊື້ອໄຟຂອງມັນຫຼຸດລົົງ.