ສະຫລຸບບັນຫາໜ້າສົນໃຈທົ່ວໂລກປະຈຳວັນທີ 10 ສິງຫາ 2020


- ອາເມລິກາມີຜູ້ຕິດເຊື້ອ COVID-19 ເຖິງ 5 ລ້ານຄົນຮຽບຮ້ອຍແລ້ວ. ຂະນະທີ່ ເບຣຊິນ ເຊິ່ງເປັນປະເທດທີ່ມີຜູ້ຕິດເຊື້ອຫລາຍທີ່ສຸດອັນດັບ 2 ຂອງໂລກ ມີຜູ້ຕິດເຊື້ອເຖິງ 3 ລ້ານຄົນ ແລະ ອິນເດຍ ເຊິ່ງມີຜູ້ຕິດເຊື້ອເປັນອັນດັບ 3 ຫລ້າສຸດມີເກືອບ 2,2 ລ້ານຄົນ.
ແລະ ເນື່ອງຈາກມີອັດຕາຂອງຜູ້ຕິດເຊື້ອທີ່ຄາດວ່າຈະບໍ່ສະແດງອາການອີກຈຳນວນຫລາຍ ເຮັດໃຫ້ຈຳນວນຜູ້ຕິດເຊື້ອຈິງທົ່ວໂລກສູງກວ່າຕົວເລກທີ່ສະແດງອອກມາຢ່າງແນ່ນອນ.
ຂະນະດຽວກັນ ມີຜູ້ເສຍຊີວິດ 162.000 ກວ່າຄົນຢູ່ອາເມລິກາ ເຊິ່ງຖືເປັນສະຖິຕິສູງກວ່າການເສຍຊີວິດຈາກສົງຄາມໂລກຄັ້ງທີ 1.
- Saudi Aramco ປະກາດວ່າພວກເຂົາຈະຈ່າຍເງິນປັນຜົນໃຫ້ຜູ້ຖືຫຸ້ນມູນຄ່າ 75.000 ລ້ານໂດລາສະຫະລັດສຳລັບປີນີ້ ເຖິງວ່າຜົນກຳໄລໄຕມາດ 2 ຂອງປີຈະຫລຸດລົງເຖິງ 73% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.
ນອກຈາກນີ້ ບໍລິສັດຍັງໄດ້ສູນເສຍຕຳແໜ່ງຂອງບໍລິສັດທີ່ມີມູນຄ່າສູງທີ່ສຸດໃນໂລກໃຫ້ແກ່ Apple Inc. ໃນອາທິດກ່ອນ.
- ຢູ່ເມືອງເບຣຸດເກີດເຫດປະທ້ວງຄັ້ງໃຫຍ່ຫລັງຈາກມີການລະເບີດຂອງສານແອມໂມເນຍໄນເຕຣດ ຢູ່ບໍລິເວນທ່າເຮືອຂອງເມືອງ ເຊິ່ງມີຜູ້ເສຍຊີວິດ 150 ກວ່າຄົນ ແລະ ບາດເຈັບອີກ 6.000 ກວ່າຄົນ.
ຜູ້ປະທ້ວງບາງຄົນຮຽກຮ້ອງໃຫ້ມີການລຸກຮືຂຶ້ນເພື່ອໂຄ່ນລົ້ມລັດຖະບານ. ຂະນະທີ່ນັກບວດຄຣິສຕຽນນິກາຍມາໂຣໄນລະດັບສູງຂອງປະເທດຍັງຮຽກຮ້ອງໃຫ້ຄະນະລັດຖະບານລາອອກ.
- ນັກວິໄຈຊາວອິນເດຍເລີ່ມກວດສອບກັບດຳຂອງເຮືອບິນ Boeing 737 ຂອງສາຍການບິນ Air India Express ເຊິ່ງເກີດເຫດມື່ນອອກຈາກລັນເວ ໃນວັນທີ 7 ສິງຫາຜ່ານມາ ໃນເວລາລົງຈອດທ່າມກາງສະພາບແວດລ້ອມທີ່ມີຝົນຕົກໜັກ ແລະ ລົມມໍລະສຸມ.
ອຸປະຕິເຫດດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ເຊິ່ງຖືເປັນໄພພິບັດທາງອາກາດຮຸນແຮງທີ່ສຸດນັບແຕ່ປີ 2010.
- ຄວາມກັງວົນກ່ຽວກັບການລະບາດຂອງ COVID-19 ຮອບທີ 2 ພາຍໃນສະຫະພາບເອີຣົບໄດ້ເພີ່ມຂຶ້ນ ຫລັງຈາກອັງກິດປະກາດຕົວເລກຜູ້ຕິດເຊື້ອໃໝ່ເປັນຈຳນວນສູງທີ່ສຸດນັບແຕ່ເດືອນມິຖຸນາຜ່ານມາ.
ຂ່າວດັ່ງກ່າວເກີດຂຶ້ນຫລັງຈາກໜ່ວຍງານຂອງລັດຖະບານປະກາດວ່າ ພວກເຂົາຍັງມີຊຸດທົດລອງ COVID-19 ອີກປະມານ 750.000 ຊຸດ ເນື່ອງຈາກຄວາມກັງວົນເລື່ອງຄວາມປອດໄພ.
- ເນື່ອງຈາກສະມາຊິກຝ່າຍ Democrats ແລະ Republicans ໃນສະພາຄອງເກຣດຍັງຢູ່ຫ່າງໄກຈາກການບັນລຸຂໍ້ຕົກລົງ ເພື່ອປັບໃຊ້ມາດຕະການກະຕຸ້ນເສດຖະກິດຄັ້ງໃໝ່. ປະທານາທິບໍດີ ໂດນັລ ທຣຳ ໄດ້ສັ່ງດ້ວຍຕົວຂອງທ່ານເອງ ໂດຍການລົງລາຍເຊັນໃນຄຳສັ່ງບໍລິຫານພິເສດ ເພື່ອຂະຫຍາຍເວລາການຫ້າມປົດພະນັກງານ, ການໂຈະຈ່າຍໜີ້ຂອງນັກຮຽນ/ນັກສຶກສາ ແລະ ເງິນຊ່ວຍເຫລືອຜູ້ວ່າງວຽກອີກ 400 ໂດລາສະຫລັດຕໍ່ອາທິດ.
ເຖິງຢ່າງໃດກໍຕາມ, ລັດຖະບານປະຈຳລັດຕ່າງໆ ຈະຕ້ອງຊ່ວຍຈ່າຍ 100 ໂດລາສຳລັບສະຫວັດດີການວ່າງງານ ເຊິ່ງແນ່ນອນວ່າ ຫລາຍລັດບໍ່ສາມາດຈ່າຍໄດ້. ດັ່ງນັ້ນ ຄຳສັ່ງຂອງທ່ານຈຶ່ງຍັງເປັນຂໍ້ກັງວົນຢູ່ຈົນເຖິງປັດຈຸບັນ.
- ຊາວເບລີຣຸສ ໄດ້ອອກໄປເລືອກຕັ້ງປະທານາທິບໍດີຂອງພວກເຂົາ ໂດຍຄາດວ່າມີທ່າອ່ຽງສູງທີ່ Alexander Lukashenko ເຊິ່ງເປັນຜູ້ດຳລົງຕຳແໜ່ງຢູ່ໃນປັດຈຸບັນ ຈະຊະນະການເລືອກຕັ້ງເປັນສະໄໝທີ 6 ຕິດຕໍ່ກັນ.
ເຖິງຢ່າງໃດກໍຕາມ, Svetlana Tikhanouskaya ຄືຄູ່ແຂ່ງຄົນສຳຄັນ ເຊິ່ງກຳລັງເປັນໄພຄຸກຄາມໃຫຍ່ທີ່ສຸດ ນັບແຕ່ທ່ານດໍາລົງຕຳແໜ່ງມາ ເນື່ອງຈາກຜົວຂອງນາງ ເຊິ່ງເປັນບລ໊ອກເກີຕໍ່ຕ້ານລັດຖະບານຖືກຈຳຄຸກໂດຍລັດຖະບານຂອງ Lukashenko.