ມິຕິໃໝ່ທີ່ເຫັນກັບຕາຢູ່ ນະຄອນຫລວງວຽງຈັນເຮົາໃນຊ່ວງລະດູຝົນກາງເກົ້າ ກາງສິບຝົນຕົກທັ່ງເທລົງ ມາຍາມໃດກະໂຕໃຈກາງນະຄອນຫລວງວຽງຈັນມັກມີ ນ້ຳຖ້ວມອັ່ງຂັງເປັນບໍລິເວນ ກວ້າງໃນຫລາຍຈຸດຫລາຍ ບ່ອນດັ່ງຕົ້ນເດືອນສິງຫາຜ່ານມາມີຫລາຍຈຸດຫລາຍບ່ອນກາຍ ເປັນອຳມະພາດ
ສະໄໝກ່ອນ, ພໍເຖິງຍາມຝົນກາງເກົ້າ, ກາງສິບສະໜຸກ ກິນປາໃສ່ເບັດ, ໃສ່ມອງ, ກິນປາລົງຕ້ອນລົງຫລີ່.ຕົກມາສະໄໝນີ້, ຝົນຕົກທັ່ງເທລົງ ມາຍາມໃດຢ້ານຕາຍຍ້ອນ ນ້ຳປ່າໄຫລນອງຊຸທັ່ງ, ຜູ້ໃດຈະກິນປູກິນປາ ຫລື ອາຫານ ທີ່ເກີດຈາກທຳມະຊາດຕ້ອງໄດ້ຄິດ ແລະ ຕ້ອງລະວັງທັງ ຮູ້ທີ່ໄປທີ່ມາເພາະຢ້ານຖືກ ສານພິດສານເຄມີເຈື່ອປົນເມື່ອ ກິນເຂົ້າໄປແລ້ວອາດເຮັດໃຫ້ຕາຍຍ້ອນຄວາມເຫັນແກ່ ປາກຄວາມຢາກແກ່ທ້ອງ.
ເມື່ອຕັ້ງໂຈດກັນວ່າ ເປັນ ຫຍັງຈຶ່ງມີສະພາບແບບນີ້? ຄຳຕອບສັ້ນໆກໍຄືຍ້ອນໂລກປ່ຽນໄປ, ທຳມະຊາດປ່ຽນ ແປງ. ແຕ່ຄຳຕອບທີ່ຕົງເປະ ນັ້ນແມ່ນເນື່ອງຈາກຄົນເຮົາ ທຳລາຍທຳມະຊາດ ອັດຮູລົມຖົມຮູນ້ຳ, ເພາະສະນັ້ນ, ເວລາ ຝົນຕົກແຮງທັ່ງເທລົງມາ ເກີດມີນ້ຳມັນໄຫລບໍ່ທັນກໍ ຈຳເປັນໄດ້ອັ່ງຂັງຖ້ວມຊະຖ້ວມຊາຍໄຫລຈາກບ່ອນສູງໄປຫາທີ່ຕ່ຳຢ່າງຮຸນແຮງກາຍເປັນອຸບາດ.
ຂໍເວົ້າຄວາມຈິງທາງຢູ່ນະຄອນຫລວງວຽງຈັນຫລາຍເສັ້ນບໍ່ໄດ້ມາດຕະ ຖານ, ບາງເສັ້ນບໍ່ມີຮອດທໍ່ ລະບາຍນ້ຳ ຫລື ມີປາກທໍ່ກໍ ພຽງຄ່າຄືບ, ຄ່າສອກ, ຄ່າແຂນ, ຊ້ຳບໍ່ໜຳມີສິ່ງເສດ ເຫລືອອັດຕັນຝົນຕົກມານ້ຳ ມັນໄຫລບໍ່ທັນກໍລຸຫລັ່ງທັ່ງ ເທເຂົ້າ ບ້ານເຂົ້າເຮືອນຄົນ ຢ່າງອຸດຕະລຸດ.
ມີຫລາຍຄັ້ງເຮົາໄດ້ຂີ່ ລົດກາຍຜ່ານໄປມາຂ້າມ ຂົວຮ່ອງໜອງທາ, ໂພນຕ້ອງ ຕໍ່ໃສ່ຮ່ອງໄກ່ແກ້ວ, ຮ່ອງແຊງ, ບຶງທາດຫລວງລົງ ໄປຈົນຈຳນາຄວາຍມີແຕ່ຜັກຕົບເຕັມອະຍະເວລາຝົນຕົກ ມານ້ຳມັນເວີນໄຫລພໍເປັນ ອຶ້ງຕຶ້ງ, ນີ້ລະຄືຕົ້ນເຫດທີ່ພາ ໃຫ້ນ້ຳຖ້ວມຢູ່ນະຄອນຫລວງ ວຽງຈັນຂອງພວກເຮົາເມື່ອ ເອີ່ຍເຖິງຂະແໜງການກ່ຽວຂ້ອງເພິ່ນພັດວ່າບໍ່ທັນມີງົບ, ມັນກໍເລີຍປຸກປານຢາບ້ານຫ້ອມ.
ໃນຄວາມຈິງແລ້ວ, ແຕ່ລະປີພໍເຖິງຍາມຝົນມາມັນ ກໍຕົກຕາມລະດູການ. ຕ່າງ ແຕ່ວ່າມີບ່ອນຫລາຍບ່ອນ ໜ້ອຍ. ແຕ່ກໍເຫັນວ່າໃນສະໄໝນີ້ຝົນຕົກມາຍາມໃດມັນ ເກີດນ້ຳຖ້ວມໄຫລຊຸທັ່ງຮຸນ ແຮງຜິດປົກກະຕິ ແລະ ເປັນຕາຢ້ານນີ້ລະທຳມະຊາດກັບມາທຳລາຍເຮົາ.
ເມື່ອຕັ້ງໂຈດກັນວ່າ, ເພື່ອຫລີກລ້ຽງໄພພິບັດທີ່ເກີດ ຈາກນ້ຳຖ້ວມຕ້ອງພາກັນ ເຮັດແນວໃດ?ຊາທິດກ່ຳຄິດ, ດີແທ້ຈະເຮັດຫຍັງ ຫລື ພັດທະນາອັນໃດລົງໄປຕ້ອງໄດ້ຄິດກວ້າງເບິ່ງໄກທັງໃຫ້ໄດ້ ມາດຕະຖານ, ທັງຮັບປະກັນ ເລື່ອງສິ່ງແວດລ້ອມ ແລະ ຫລີກລ້ຽງຜົນກະທົບທີ່ຈະຕາມມາ.
ຕົວຢ່າງເຮັດທາງກໍຕ້ອງ ຮັບປະກັນໃນເລື່ອງທໍ່ລະ ບາຍນ້ຳ, ເຮັດເຂື່ອນກໍຕ້ອງ ຮັບປະກັນບໍ່ໃຫ້ມັນແຕກຊະ ແຕກຊາຍ, ມີແຜນບໍລິຫານ ຈັດການນ້ຳໃຫ້ດີໆຄັກໆ, ປຸກ ສຳນັກງານອົງການ, ປຸກ ເຮືອນປຸກຊານກໍຕ້ອງໄດ້ສຶກສາ ແລະ ຄຳນຶງເຖິງສະພາບ ແວດລ້ອມບໍ່ຄວນຖົມຊະຖົມຊາຍໄປອັດຄັນຕັນທາງ.
ອັນສຳຄັນກວ່າໝູ່ບໍ່ ຄວນເຫັນແກ່ຜົນປະໂຫຍດ ແຕ່ຕົນເອງເກີນໄປ, ຕ້ອງຄິດ ເຫັນ ແນວຄິດຈິດໃຈຂອງ ຄົນຜູ້ຢູ່ອ້ອມຂ້າງແດ່ເພາະ ເຂົາຢູ່ເຮືອນຕ່ຳກວ່າຝົນຕົກ ມາຍາມໃດຕ້ອງໄດ້ພາກັນ ສະນ້ຳອອກຈາກໜ້າບ້ານ ແລະ ໃນເຮືອນຈົນເຫື່ອໄຫລ ໄຄຍ້ອຍທິດກ່ຳໄດ້ຍິນຈານ ບຸນທຳລາວຈົ່ມ./.