ທຣຳ ເຜີຍ ມີຄວາມເປັນໄປໄດ້ທີ່ອາເມລິກາ ອາດມີວັກແຊງຕ້ານໂຄວິດ-19 ໃຊ້ກ່ອນການເລືອກຕັ້ງໃຫຍ່ທ້າຍປີນີ້

ທຣຳ ເຜີຍ ມີຄວາມເປັນໄປໄດ້ທີ່ອາເມລິກາ ອາດມີວັກແຊງຕ້ານໂຄວິດ-19 ໃຊ້ກ່ອນການເລືອກຕັ້ງໃຫຍ່ທ້າຍປີນີ້ - 73 - ທຣຳ ເຜີຍ ມີຄວາມເປັນໄປໄດ້ທີ່ອາເມລິກາ ອາດມີວັກແຊງຕ້ານໂຄວິດ-19 ໃຊ້ກ່ອນການເລືອກຕັ້ງໃຫຍ່ທ້າຍປີນີ້
ທຣຳ ເຜີຍ ມີຄວາມເປັນໄປໄດ້ທີ່ອາເມລິກາ ອາດມີວັກແຊງຕ້ານໂຄວິດ-19 ໃຊ້ກ່ອນການເລືອກຕັ້ງໃຫຍ່ທ້າຍປີນີ້ - kitchen vibe - ທຣຳ ເຜີຍ ມີຄວາມເປັນໄປໄດ້ທີ່ອາເມລິກາ ອາດມີວັກແຊງຕ້ານໂຄວິດ-19 ໃຊ້ກ່ອນການເລືອກຕັ້ງໃຫຍ່ທ້າຍປີນີ້

​ໃນ​ວັນ​ທີ 6 ສິງຫາ​ນີ້, ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ ​ເຜີຍ​ວ່າມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ອາ​ເມ​ລິ​ກາ​ອາດ​ຈະ​ມີ​ວັກ​ແຊງ​ຕ້ານ​ໂຄ​ວິດ-19 ​ໃຊ້​ກ່ອນ​ການ​ເລືອກ​ຕັ້ງປະທານາທິບໍດີ​ອາ​ເມ​ລິ​ກາ​ໃນທ້າຍ​ປີ​ນີ້ ​ເຊິ່ງຈະ​​ເລີ່​ມຂຶ້ນວັນ​ທີ 3 ພະຈິກ ​ໂດຍ​ຊີ້​ວ່າ: ​ເຫດຜົນ​ສຳຄັນ​ທີ່​ເຮັດ​ໃຫ້​ທ່ານ​ເຊື່ອ​ໝັ້ນ​ແບບ​ນັ້ນ​ເປັນ​ຍ້ອນ “ອາ​ເມ​ລິ​ກາ​ມີ​ພັນທະ​ມິດ​ທີ່​ດີ ລ້ວນ​ແລ້ວ​​ແຕ່​ເປັນ​ບໍລິສັດ​ຜູ້​ພັດທະນາ​ວັກ​ແຊງ​ດີ​ທີ່​ສຸດ​ໃນ​ໂລກ”.

​ໃນ​ຂະນະ​ທີ່​ຄຳ​ປະກາດ​ຂອງ​ຜູ້ນຳ​ອາ​ເມ​ລິ​ກາ ອາດ​ບໍ່​ສອດຄ່ອງ​ກັບ​ຄວາມ​ຄິດ​ເຫັນ​ຂອງ​ບຸກຄະລາ​ກອນ​ທາງ​ການ​ແພດ ​ໂດຍ​ສະ​ເພາະທ່ານ ດຣ. ​ແອນ​ໂທ​ນີ ​ເຟົາຊີ ຜູ້​ຊ່ຽວຊານ​ດ້ານ​ພະຍາດ​ຕິດ​ຕໍ່ ​ແລະ ຜູ້ອຳນວຍການ​ສະ​ຖາ​ບັນ​ພະຍາດ​ພູມ​ແພ້ ​ແລະ ພະຍາດ​ຕິດ​ເຊື້ອ​ແຫ່ງ​ຊາດ (NIAID) ພາຍ​ໃຕ້​ສະຖາບັນ​ສຸຂະພາບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ (NIH) ​ເນັ້ນວ່າ: ຍັງ​ບໍ່​ມີ​ການ​ຢືນຢັນ​ວ່າ​ວັກ​ແຊງ​ຕ້ານ​ໂຄ​ວິດ-19 ຈະ​ສາມາດ​ໃຊ້​ໄດ້​ຢ່າງ​ປອດ​ໄພ ​ແລະ ມີ​ປະສິດທິພາບ​ກ່ອນ​ທ້າຍ​ປີ​ນີ້, ວັກ​ແຊງ​ຈະ​ບໍ່​ໄດ້​ຮັບ​ການ​ໃຊ້​ຢ່າງ​ແຜ່​ຫລາຍ​ຈົນ​ກວ່າ​ຈະ​ເຂົ້າສູ່​ປີ 2021 ​ໄປ​ແລ້ວ​ຫລາຍ​ເດືອນ.

ທຣຳ ເຜີຍ ມີຄວາມເປັນໄປໄດ້ທີ່ອາເມລິກາ ອາດມີວັກແຊງຕ້ານໂຄວິດ-19 ໃຊ້ກ່ອນການເລືອກຕັ້ງໃຫຍ່ທ້າຍປີນີ້ - Visit Laos Visit SALANA BOUTIQUE HOTEL - ທຣຳ ເຜີຍ ມີຄວາມເປັນໄປໄດ້ທີ່ອາເມລິກາ ອາດມີວັກແຊງຕ້ານໂຄວິດ-19 ໃຊ້ກ່ອນການເລືອກຕັ້ງໃຫຍ່ທ້າຍປີນີ້

ຖ້າ​ວັກ​ແຊງ​ຕ້ານ​ໂຄ​ວິດ-19 ປະສົບ​ຜົນສຳ​ເລັດ, ທາງ​ການ​ອາ​ເມ​ລິ​ກາ​ຈະ​ຕ້ອງ​ໝັ້ນ​ໃຈ​ວ່າ​ມີ​ເຄື່ອງມື​ທາງ​ດ້ານ​ການ​ແພດ​ທີ່​ໃຊ້​ໃນ​ການ​ສັກ​ວັກ​ແຊງ​ພຽງພໍ​ຈົນ​ບໍ່​ເກີນ​ບັນຫາ​ຂາດ​ເຂີນ​ຕາມ​ມາ ​ໂດຍ​ຫລ້າ​ສຸດ​ມີ​ວັກ​ແຊງ​ຕ້ານ​ໂຄ​ວິດ-19 ຢ່າງ​ໜ້ອຍ 28 ຊະນິດ​ທີ່​ກຳລັງ​ທົດ​ລອງ​ໃນ​ມະນຸດ ​ແລະ ມີ​ເຖິງ 6 ຊະນິດ​ທີ່​ກຳລັງ​ທົດ​ລອງ​ຢູ່​ໃນ​ໄລຍະ​ທີ 3 ​ເຊິ່ງ​ເປັນ​ໄລຍະ​ສຸດ​ທ້າຍ​ກ່ອນ​ຈະ​ຂໍອະນຸຍາດ​ໃຫ້​ມີ​ການ​ໃຊ້​ວັກ​ແຊງ​ຕ້ານ​ໂຄ​ວິດ-19 ​ເປັນ​ການ​ທົ່ວ​ໄປ.

​ໂດຍ​ລັດຖະບານ​ອາ​ເມ​ລິ​ກາ​ເດີນ​ໜ້າ​ທຸ້ມງົບ​ມະຫາສານ​ຜ່ານ​ໂຄງການ Wrap Speed ສະໜັບສະໜູນ​ການ​ທົດ​ລອງ ​ແລະ ພັດທະນາ​ວັກ​ແຊງ​ຕ້ານ​ໂຄ​ວິດ-19 ຂອງ​ທີ​ມຜູ້​ພັດທະນາ​ຕ່າງໆ ບໍ່​ວ່າ​ຈະ​ເປັນ Moderna, Pfizer-BioNTech ລວມທັງ Johnson & Johnson ​ແລະ Sanofi-GSK ​ເພື່ອ​ຢັ້ງຢືນ​ວ່າ​ພົນລະ​ເມືອງ​ອາ​ເມ​ລິ​ກາ​ຈະ​ມີ​ວັກ​ແຊງ​ໃຊ້ ຖ້າ​ການ​ທົດ​ລອງ​ຕ່າງໆ​ສຳ​ເລັດ ​ແລະ ​ໄດ້​ຮັບ​ການ​ອະນຸມັດ​ການ​ນຳ​ໃຊ້.

ທຣຳ ເຜີຍ ມີຄວາມເປັນໄປໄດ້ທີ່ອາເມລິກາ ອາດມີວັກແຊງຕ້ານໂຄວິດ-19 ໃຊ້ກ່ອນການເລືອກຕັ້ງໃຫຍ່ທ້າຍປີນີ້ - 3 - ທຣຳ ເຜີຍ ມີຄວາມເປັນໄປໄດ້ທີ່ອາເມລິກາ ອາດມີວັກແຊງຕ້ານໂຄວິດ-19 ໃຊ້ກ່ອນການເລືອກຕັ້ງໃຫຍ່ທ້າຍປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!