ຫໍໄອເຟວ ມອດໄຟເພື່ອໄວ້ອາໄລຜູ້ປະສົບເຄາະຮ້າຍເຫດລະເບີດ ຢູ່ ເບຣູດ
August 6, 2020 - 6:58 PM


ອີງຕາມແຫຼ່ງຂ່າວຈາກ ໜັງສືພິມ congly ຂອງຫວຽດນາມ, ວັນທີ 6 ສິງຫານີ້ ໃຫ້ຮູ້ວ່າ: ຫໍໄອເຟວ ໃນກຸງປາຣີ ຝຼັ່ງເສດ ໄດ້ມອດໄຟໄວ້ອາໄລຜູ້ປະສົບໄພເຫດລະເບີດທີ່ຮ້າຍແຮງຢູ່ກຸງ ເບຣູດ ໃນວັນທີ 4 ສິງຫາທີ່ຜ່ານມາ.
ການມອດໄຟໄດ້ເລີ່ມຂຶ້ນໃນເວລາ 12:00 ໂມງທ່ຽງຄືນຂອງວັນທີ 5 ສິງຫາໃນກຸງປາຣີ ຫຼື ປະມານເວລາ 5 ໂມງເຊົ້າຂອງມື້ວັນທີ 6 ໃນລາວ.
ນອກຈາກນັ້ນລັດຖະບານຝຼັ່ງຍັງໄດ້ໃຫ້ການຊ່ວຍເຫຼືອ 100.000 ເອີໂຣ ແກ່ເລບານອນອີກດ້ວຍ. ໃນຂະນະດຽວກັນ ຢູ່ກຸງເຕເຮຣານ ກໍໄດ້ມີການໄວ້ອາໄລຕໍ່ຜູ້ປະສົບໄພຄັ້ງນີ້ເຊັ່ນດຽວກັນ.
ໜຶ່ງໃນສັນຍາລັກທີ່ໂດ່ງດັງຂອງ ອີຣານ ເຊັ່ນ ຫໍ Azadi ກໍໄດ້ມີຜືນທຸງຊາດດ້ວຍແສງສີຂອງ ເລບານອນປະກົດຂຶ້ນ ແລະ ມີແຖວໜັງສືທີ່ຂຽນດ້ວຍພາສາ ອາຣັບ ແລະ ພາສາອັງກິດທີ່ວ່າ: “ພວກເຮົາຂໍພາວັນນາໃຫ້ກຸງເບຣຸດ”, “ເບຣູດໃນດວງໃຈຂອງພວກເຮົາ” ແລະ “ເລບານອນ ຈົ່ງເຂັ້ມແຂງຂຶ້ນ”.
ຂ່າວ: ລູກເມືອງພວນ