ປະຫວັດການກຳເນີດອົງການແນວລາວສ້າງຊາດ

ປະຫວັດການກຳເນີດອົງການແນວລາວສ້າງຊາດ - 555 11 - ປະຫວັດການກຳເນີດອົງການແນວລາວສ້າງຊາດ
ປະຫວັດການກຳເນີດອົງການແນວລາວສ້າງຊາດ - kitchen vibe - ປະຫວັດການກຳເນີດອົງການແນວລາວສ້າງຊາດ

1.ສະພາບແວດລ້ອມລວມ

ຕົ້ນສະຕະວັດທີ 19 ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຢຶດຄອງລາວ ແຕ່ດ້ວຍນໍ້າໃນຮັກເຊື້ອແພງຊາດຂອງປະຊາຊົນບັນດາເຜົ່າ ຈຶ່ງໄດ້ພ້ອມກັນລຸກຮື້ຂຶ້ນຕໍ່ຕ້ານພວກມັນຢ່າງເນື່ອງນິດລຽນຕິດ, ຈາກຂະບວນການໜຶ່ງໄປສູ່ຂະບວນການໜຶ່ງໃນທົ່ວປະເທດເຊັ່ນ: ຂະບວນການຕໍ່ສູ້ດ້ວຍອາວຸດຂອງຊາວສະຫວັນນະເຂດ ພາຍໃຕ້ການນຳພາຂອງພໍ່ກະດວດ ປີ 1901-1902, ຂະບວນການຕໍ່ຕ້ານພວກຝຣັ່ງຢູ່ເຂດດົງບໍລິເວນ ພາຍໃຕ້ການນຳພາຂອງອົງແກ້ວ-ອົງກມມະດຳ ປີ 1902-1937, ຂະບວນການຕໍ່ສູ້ຂອງປະຊາຊົນເຜົ່າມົ້ງຢູ່ທາງພາກເໜືອຂອງລາວ  ພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈ ປີ 1918-1922 ແລະ ຂະບວນການຕໍ່ສູ່ອື່ນໆ ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນ ລ້ວນແຕ່ຖືກພວກຈັກກະພັພຝຣັ່ງປາບປາມ ອັນເນື່ອງມາຈາກຫຼາຍສາເຫດ ແຕ່ສາເຫດທີ່ຕົ້ນຕໍກໍຄື ບໍ່ທັນມີການນຳພາຂອງພັກ, ຂະບວນການເຫຼົານັ້ນ ລ້ວນແຕ່ແມ່ນຂະບວນການຄຽດແຄ້ນຂອງບຸກຄົນ ແລະ ກູ່ມຄົນເທົ່ານັ້ນ, ບໍ່ທັນສຳພັນກັນເປັນການຈັດຕັ້ງທີ່ມີການນຳພາ ແຕ່ຫາກດຳເນີນໄປແບບກະແຈກກະຈາຍ ພໍໃຜພໍລາວ, ເກີດຂຶ້ນຢູ່ຕາມທ້ອງຖິ່ນໃຜທ້ອງຖິ່ນລາວ ຂາດການບັນຊາລວມສູນ ໝາຍຄວາມວ່າບໍ່ທັນມີການຈັດຕັ້ງແນວໂຮມທີ່ກວ້າງຂວາງ.

ປະຫວັດການກຳເນີດອົງການແນວລາວສ້າງຊາດ - Visit Laos Visit SALANA BOUTIQUE HOTEL - ປະຫວັດການກຳເນີດອົງການແນວລາວສ້າງຊາດ

ຕົກມາເຖິງປີ 1930 ພັກຄອມມຸຍນິດອີນດູຈີນຖືກສ້າງຕັ້ງຂຶ້ນ ໂດຍປະທານໂຮ່ຈິມິນຂອງຫວຽດນາມ ເພື່ອຊີ້ນຳນຳພາການຕໍ່ສູ່ພວກຈັກກະພັດຝຣັ່ງຂອງປະຊາຊົນອີນດູຈີນ. ມາເຖິງປີ 1934 ອົງຄະນະພັກແຄວ້ນລາວກໍໄດ້ຮັບການສ້າງຕັ້ງຂຶ້ນ ຕາມມະຕິຕົກລົງຂອງກອງປະຊຸມພັກອີນດູຈີນ. ການກຳເນີດເກີດຂຶ້ນຂອງຄະນະພັກແຄວ້ນລາວ ແມ່ນບາດກ້າວທີ່ສຳຄັນ ໃນການປັບປຸງ, ຂະຫຍາຍການຈັດຕັ້ງຂອງພັກ ແລະ ອົງການຈັດຕັ້ງມະຫາຊົນຢູ່ລາວ.

ວັນທີ 1 ທັນວາ ປີ 1941 ຄະນະບໍລິຫານງານສູນກາງພັກອີນດູຈີນ ໄດ້ມີຄຳສັ່ງໃຫ້ສ້າງຕັ້ງ “ສຳພັນທະມິດອ້າຍລາວເອກກະລາດ” ຂຶ້ນ, ໃນຄຳສັ່ງດັ່ງກ່າວໄດ້ຊີ້ແຈງວ່າ: “ສຳພັນທະມິດອ້າຍລາວເອກກະລາດ ແມ່ນຮູບການແນວໂຮມຕ້ານຈັກກະພັດຜູ້ຮຸກຮານຂອງຄົນລາວ”. ຈາກນັ້ນ, ພັກກໍໄດ້ປຸກລະດົມຂົນຂວາຍປະຊາຊົນຢູ່ໃນເຂດຊົນນະບົດ ແລະ ປະຊາຊົນບັນດາເຜົ່າ ໂດຍມີປະຊາຊົນຊາວໄຮ່ນາເປັນກຳລັງພື້ນຖານຂອງການປະຕິວັດ. ຍ້ອນມີແນວໂຮມສຳພັນທະມິດອ້າຍລາວເອກກະລາດເກີດຂຶ້ນ ຈຶ່ງເຮັດໃຫ້ຂະບວນການຕໍ່ຕ້ານພວກຈັກກະພັດຮຸກ+ຮານແຜ່ລາມໄປທົ່ວແຜ່ນດິນລາວ, ຂະບວນການຕໍ່ສູ່ຈາກຊົນນະບົດໄດ້ເຂົ້າໄປສູ່ໃນເມືອງເທື່ອລະກ້າວ, ເມື່ອມາເຖິງວັນທີ 12 ຕຸລາ 1945 ລາວໄດ້ປະກາດເອກກະລາດໃຫ້ຊາວໂລກຮັບຮູ້.

ເມື່ອມາເຖິງປີ 1946-1950 ຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກ ໄດ້ເຕີບໃຫ່ຍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ການປະຕິວັດລາວໄດ້ມີເຂດຕໍ່ຕ້ານເປັນຂອງຕົນເອງ ແລະ ມີກຳລັງປະກອບອາວຸດຢູ່ທຸກເຂດໃນທົ່ວປະເທດ, ຊຶ່ງກຳລັງຂອງພວກເຮົາສາມາດຕີຕ້ານກັບພວກສັດຕູຢ່າງດຸເດືອດ ຂ້ຽວຂາດ, ໃນນັ້ນ ບັ້ນຮົບທີ່ດຸເລືອດ ແລະ ເດັ່ນກວ່າໝູ່ແມ່ນບັ້ນຮົບປົກປັກຮັກສາຕົວເມືອງທ່າແຂກ ໃນວັນທີ່ 21 ມີນາ 1946 ພາຍໃຕ້ການຊີ້ນຳນຳພາຂອງສະເດັດເຈົ້າສຸພານຸວົງ, ພ້ອມກັນນັ້ນຂະບວນການຕໍ່ຕ້ານພວກຈັກກະພັດຝຣັ່ງຢູ່ອີນດູຈີນກໍດຸເດືອດຂ້ຽວຂາດ ແລະ ເປັນກະແສຟອງຢ່າງກວ້າງຂວາງ.

ເດືອນມັງກອນ ປີ 1950 ກອງປະຊຸມໃຫ່ຍຄະນະບໍລິຫານງານພັກຄອມມຸຍນິດອີນດູຈີນໄດ້ໄຂຂຶ້ນຢ່າງເປັນທາງການ. ກອງປະຊຸມໄດ້ກຳນົດໜ້າທີ່ການປະຕິວັດສະເພາະຂອງລາວວ່າ: “ກໍ່ສ້າງຖານທີ່ໝັ້ນໃຫ້ຕິດລ່ຽນ, ຂະຫຍາຍກຳລັງປະກອບອາວຸດ ເພື່ອດຳເນີນການສູ້ຮົບ, ກໍ່ສ້າງ ແລະ ເປີດກວ້າງແນວໂຮມເອກກະພາບແຫ່ງຊາດ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ”.

  1. ໄລຍະທີ I: ການກຳເນີດ“ແນວລາວອິດສະຫຼະ”

ເພື່ອປະຕິບັດແນວທາງການເຄື່ອນໄຫວຕໍ່ຕ້ານຢູ່ລາວ ທີ່ກອງປະຊຸມສູນກາງພັກຄອມມຸຍນິດອີນດູຈີນວາງອອກໃນເດືອນມັງກອນ 1950 ນັ້ນ,  ມາຮອດວັນທີ 13 ສິງຫາ 1950 ກອງປະຊຸມໃຫ່ຍຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດໄດ້ໄຂຂຶ້ນຢ່າງເປັນທາງການຢູ່ທີ່ ແຂວງ ຕວຽນກວາງ ສສ ຫວຽດນາມ, ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 150 ຄົນ, ຊຶ່ງເປັນຕົວແທນຂອງກຳລັງປະກອບອາວຸດທຸກພາກ, ຕົວແທນຂອງບັນດາເຜົ່າ, ຊັ້ນຄົນ, ບັນດາອົງການຈັດຕັ້ງສັງຄົມ, ສາສະໜາ, ເພດ-ໄວ ຈາກເຂດຕໍ່ຕ້ານ ແລະ ເຂດກວດກາຂອງສັດຕູໃນທົ່ວປະເທດເຂົ້າຮ່ວມ.

ກອງປະຊຸມໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດຂຶ້ນເປັນທາງການ ໂດຍໃສ່ຊື່ວ່າ: “ແນວລາວອິດສະຫຼະ”.

ອົງການດັ່ງກ່າວ ມີຄະນະກຳມະການສູນກາງແນວລາວອິດສະຫຼະ 15 ທ່ານ ໂດຍແມ່ນສະເດັດເຈົ້າ ສຸພານຸວົງ ເປັນປະທານສູນກາງ ແນວລາວອິດສະຫຼະ ແລະ ຮອງປະທານຈຳນວນ 2 ທ່ານຄື: ທ່ານໄຟດາງ ລໍເບຣຍຢາວ, ທ່ານສີທົນກົມມະດຳ.

ກອງປະຊຸມຄັ້ງນີ້, ໄດ້ຜ່ານມະຕິສ້າງຕັ້ງລັດຖະບານຕໍ່ຕ້ານ ຊຶ່ງປະກອບມີ:

  1. ເຈົ້າເພັດຊະລາດເປັນທີ່ປຶກສາຂອງລັດຖະບານລາວຕໍ່ຕ້ານ.
  2. ສະເດັດເຈົ້າສຸພານຸວົງ ເປັນລັດຖະມະຫາເສນ(ນາຍົກລັດຖະມົນຕີ)

ແລະ ລັດຖະມົນຕີກະຊວງການຕ່າງປະເທດ.

  1. ທ່ານ ພູມີວົງວິຈິດ ເປັນຮອງລັດຖະເສນາ(ຮອງນາຍົກລັດຖະມົນຕີ) ທັງເປັນລັດຖະມົນຕີກະຊວງພາຍໃນ.
  2. ທ່ານ ໄກສອນພົມວິຫານ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ
  3. ທ່ານໜູຮັກພູມສະຫວັນ ເປັນລັດຖະມົນຕີກະຊວງເສດຖະກິດ-ການເງິນ.
  4. ທ່ານ ເຈົ້າສຸກວົງສັກ ເປັນລັດຖະມົນຕີກະຊວງສຶກສາທິການ-ວັດທະນະທຳ-ຂ່າວສານ ແລະ ໂຄສະນາ.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາໂຄງການການເມືອງ 12 ຂໍ້:

  1. ໂຈມຕີໂຄ່ນລົ້ມພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກລາວຂາຍຊາດ, ຕ້ານກົນອຸບາຍແຊກແຊງຂອງຈັກກະພັດ.
  2. ສ້າງຕັ້ງປະເທດລາວເອກກະລາດ, ເອກກະພາບອັນແທ້ຈິງ, ສ້າງຕັ້ງລັດຖະບານປະສົມແຫ່ງຊາດ.
  3. ປະຕິບັດບັນດາສິດເສລີພາບ ປະຊາທິປະໄຕ ລວມທັງສິດເສລີພາບໃນການເຊື່ອຖື.
  4. ຮີບຮື້ເອົາຊັບສົມບັດຂອງພວກລ່າເມືອງຂຶ້ນມາເປັນຂອງລັດ.
  5. ລົບລ້າງສ່ວຍສາອາກອນຕ່າງໆທີ່ພວກລ່າເມືອງຂຶ້ນຝຣັ່ງວາງອອກ, ກຳນົດພາສີໃໝ່ທີ່ມີຄວາມຍຸຕິທຳ, ລົບລ້າງລະບອບເກນກູລີ ແລະ ການນຳໃຊ້ແຮງງານບໍ່ຢ່າງບໍ່ໃຊ້ຄ່າ.
  6. ຂະຫຍາຍອຸດສາຫະກຳ, ກະສິກຳ ແລະ ການຄ້າ, ແກ້ໄຂບັນຫາຄົມມະນາຄົມຂົນສົ່ງ, ປົວແປງຊີວິດການເປັນຢູ່, ປະຕິບັດຫຼຸກຜ່ອນຕ່າເຊົ່ານາ ແລະ ດອກເບ້ຍ.
  7. ປະກາດການໃຊ້ກົດໝາຍການອອກແຮງງານ ແລະ ປະກັນໄພແຮງງານ.
  8. ລົບລ້າງໄພບໍ່ຮູ້ໜັງສື, ຂະຫຍາຍການສຶກສາ ແລະ ວັດທະນະທຳແຫ່ງຊາດ.
  9. ຂະຫຍາຍສົງຄາມປະຊາຊົນ ແລະ ສ້າງຕັ້ງກອງທັບແຫ່ງຊາດລາວເປັນທາງການ.
  10. ປະຕິບັດສິດເສລີພາບລະຫວ່າງເຜົ່າ.
  11. ສ້າງແນວໂຮໃເອກະພາບ ໂດຍໃສ່ຊື່ວ່າ: “ແນວລາວອິດສະຫຼະ”.
  12. ສາມັກຄີກັບປະຊາຊົນຫວຽດນາມ, ຂະແມ ພົວພັນຢ່າງສະໜິດແໜ້ນກັບບັນດາປະເທດປະຊາທິປະໄຕ, ເຂົ້າຮ່ວມແນວໂຮມເພື່ອສັນຕິພາບໂລກ.

(ຍັງມີຕໍ່)

 

ປະຫວັດການກຳເນີດອົງການແນວລາວສ້າງຊາດ - 4 - ປະຫວັດການກຳເນີດອົງການແນວລາວສ້າງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!