ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 6 ສິງຫາ 2020

ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 6 ສິງຫາ 2020 - Time fo an Adventure 14 - ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 6 ສິງຫາ 2020
ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 6 ສິງຫາ 2020 - kitchen vibe - ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 6 ສິງຫາ 2020
  1. Michel Aoun ປະທານາທິບໍດີ​ຂອງ​ປະ​ເທດ​ເລ​ບາ​ນອນ ​ໄດ້​ປະກາດ​ໄວ້ອາ​ໄລ​ໃນ​ທົ່ວ​ປະ​ເທດ​ເປັນ​ເວລາ 3 ວັນ ຫລັງ​ຈາກ​ເກີດ​ເຫດ​ລະ​ເບີດ​ຄັ້ງ​ໃຫຍ່ ​ເຊິ່ງຫລ້າ​ສຸດ​ລາຍ​ງານ​ລະບຸ​ວ່າ​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 135 ຄົນ ​ແລະ ບາດ​ເຈັບ​ອີກ​ປະມານ 5.000 ຄົນ.

ການລະ​ເບີດ​ຄັ້ງນີ້ ​ເຈົ້າໜ້າ​ທີ່​ຈາກ​ທາງ​ການ​ລະບຸ​ວ່າມາ​ຈາກ​ການລະ​​ເບີດ​ຂອງ​ແອ​ມ​ໂມ​ເນຍ​ໄນ​ເຕຣດ ​ເຊິ່ງ​ເກັບ​ໄວ້​ພາຍ​ໃນ​ສາງ​ຢູ່​ທ່າ​ເຮືອ​ໃນ​ເມືອງ​ຫລວງ​ຂອງ​ປະ​ເທດ​ຊື່ວ່າ​ເບຣຸດ ​ແລະ ມີ​ຄວາມ​ແຮງ​ເທົ່າ​ກັບ​ລະ​ເບີດ TNT ຂະໜາດ 1.800 ​ໂຕນ.

ຜົນ​ຈາກ​ການລະ​ເບີດ​ໄດ້​ທຳລາຍ​ສິ່ງ​ກໍ່ສ້າງ​ບໍລິ​ເວນ​ອ້ອມ​ຮອບ ​ແລະ ​ເກີດ​ການລະ​ເບີດ​ອອກ​ເປັນ​ຄວັນ​ຮູບ​ເຫັດ​ຄ້າຍຄື​ລະ​ເບີດ​ນິວ​ເຄຼຍ. ຂະນະ​ທີ່​ເຈົ້າຄອງ​ນະຄອນ​ເບຣຸດຄາດ​ຄະ​ເນ​ໄວ້​ວ່າ 300.000 ຄົນ​ຈະ​ຕ້ອງ​ກາຍ​ເປັນ​ຄົນ​ບໍ່​ມີ​ເຮືອນ​ຢູ່​ຈາກ​ເຫດການ​ຄັ້ງນີ້.

ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 6 ສິງຫາ 2020 - Visit Laos Visit SALANA BOUTIQUE HOTEL - ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 6 ສິງຫາ 2020
  1. ກອງ​ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ອິນ​ເດຍ​ໄດ້​ຖືກ​ສົ່ງ​ເຂົ້າ​ໄປ​ລັດ Jammu and Kashmir ​ເພື່ອ​ປ້ອງ​ກັນ​ການ​ປະ​ທ້ວງ​ໃດໆ​ໃນ​ວັນ​ຄົບຮອບ​ປີ​ທຳ​ອິດ​ຂອງ​ການ​ຖອນ​ສະຖານະ​ເຄິ່ງປົກຄອງ​ຕົນ​ເອງ​ຂອງ​ພາກພື້ນ.

ນັກ​ການ​ເມືອງ​ທ້ອງ​ຖິ່ນ​ພາຍ​ໃນ​ລັດ ​ເຊິ່ງອະດີດ​ເຄີຍ​ເປັນ​ຖິ່ນ​ຖານ​ຂອງ​ຊາວ​ມຸດ​ສະ​ລິ​ມມາ​ກ່ອນ ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ອອກ​ຈາກ​ເຮືອນ​ຂອງ​ພວກ​ເຂົາ ​ໂດຍ​ຕຳຫລວດ​ລາຍ​ງານ​ວ່າ​ມີ​ການ​ດຶກ​ລະ​ເບີດ​ໃສ່​ພວກ​ເຂົາ​ຢູ່​ເມືອງ Shopian ທາງ​ຕອນ​ໃຕ້​ຂອງ Kashmir ​ເຊິ່ງ​ເປັນ​ການ​ໂຈມ​ຕີ​ເຖິງ 2 ຄັ້ງທີ່​ບໍ່​ແມ່ນ​ກຸ່ມ​ດຽວ​ກັນ ​ແຕ່​ໂຊກ​ດີ​ທີ່​ບໍ່​ມີ​ຜູ້​ໃດ​ເສຍ​ຊີວິດ.

  1. Alex Azar ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຂອງ​ອາ​ເມ​ລິ​ກາ ກ່າວ​ວ່າ​ທ່ານ​ຈະ​ເດີນທາງ​ໄປ​ປະ​ເທດ​ໄຕ້​ຫວັນ​ໃນ​ມໍ່ໆ​ນີ້ ​ເຊິ່ງ​ເປັນ​ການ​ຕັດສິນ​ໃຈ​ທີ່​ຂ້ອນ​ຂ້າງ​ແນ່ນອນ​ວ່າ​ຕ້ອງການ​ຢົ້ວລັດຖະບານ​ຈີນ.

​ໂດຍ​ທ່ານ​ຈະ​ເປັນ​ເຈົ້າໜ້າ​ທີ່​ລະດັບ​ສູງ​ສຸດ​ຂອງ​ອາ​ເມ​ລິ​ກາ ​ເຊິ່ງ​ເດີນທາງ​ໄປ​ເກາະ​ທີ່​ຈີນ​ອ້າງ​ວ່າ​ຕົນ​ເອງ​ເປັນ​ເຈົ້າຂອງ​ມາ​ແຕ່​ປີ 1979 ຕາມ​ນະ​ໂຍບາຍ​ທາງ​ການ​ເມືອງ​ທີ່​ປະຕິບັດ​ກັນ​ມາ​ຢ່າງ​ຍາວ​ນານ ຊື່ວ່າ “one-China”.

ອາ​ເມ​ລິ​ກາ​ບໍ່​ເຄີຍ​ມີ​ການ​ຮັດ​ແໜ້ນ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ແບບ​ນີ້​ກັບ​ໄຕ້​ຫວັນ​ມາ​ກ່ອນ.

  1. ປະ​ເທດ​ເອຢິບ ​ໄດ້​ຖອນ​ຕົວ​ອອກ​ຈາກ​ການ​ເຈລະຈາ​ໃນ​ຂັ້ນຕອນ​ຫລ້າ​ສຸດ​ຂອງ​ໂຄງການ​ກໍ່ສ້າງ​ເຂື່ອນ​ຜະລິດ​ໄຟຟ້າ​ຂະໜາດ​ໃຫຍ່ (Grand Ethiopian Renaissance Dam) ຢູ່​ແມ່ນ້ຳບລູ​ນາຍ (Bule Nile).

​ແມ່ນ້ຳບລູນາຍ ​ເປັນ​ສາຂາ​ຕົ້ນນ້ຳສາຍ​ໜຶ່ງ​ຂອງ​ແມ່ນ້ຳນາຍ ກຳ​ເນີ​ດຈາກ​ພູ​ເຂົາ​ສູງ​ຂອງ​ປະ​ເທດ​ເອທິ​ໂອ​ປີ ​ແລະ ​ໄຫລ​ໄປ​ບັນຈົບ​ກັບ​ແມ່ນ້ຳວາຍ​ນາຍ (White Nile) ຢູ່​ນະຄອນຫລວງ​ກາ​ທູມ​ຂອງ​ປະ​ເທດ​ຊູ​ດັງ ຫລັງ​ຈາກ​ນັ້ນຈະ​ລວມຕົວ​ເປັນ​ແມ່ນ້ຳນາຍ​ສາຍ​ໃຫຍ່​ທີ່​ໄຫລ​ຜ່ານ​ເອຢິບ​ລົງ​ສູ່​ທະ​ເລ​ເມ​ດິ​ເຕລາ​ນຽນ​ຕໍ່​ໄປ.

ລາຍ​ງານ​ລະບຸ​ວ່າ: ການ​ເຈລະຈາ​ທີ່​ເປັນ​ໄປ​ຢ່າງ​ຮີບ​ຮ້ອນ​ຂອງ​ເອຢິບ​ໄດ້​ຮຽກຮ້ອງ​ເຖິງ​ຄວາມ​ເດືອດຮ້ອນ​ຂອງ​ພວກ​ເຂົາ ​ເຊິ່ງ​ເປັນ​ປະ​ເທດ​ທີ່​ອາ​ໄສ​​ແມ່ນ້ຳນາຍ​ຢ່າງ​ໜັກ. ຂະນະ​ທີ່​ປະ​ເທດ​ຊູ​ດັງ ​ແລະ ​ເອທິ​ໂອ​ປີ​ໄດ້​ລິ​ເລີ່​ມ​ໂຄງການ​ມາ​ແຕ່​ປີ 2011 ​ແລະ ຕອນ​ນີ້​ໂຄງການ​ໃກ້​ສຳ​ເລັດ​ແລ້ວ.

​ໂຄງການ​ດັ່ງກ່າວ​ໄດ້​ກາຍ​ເປັນສາ​ເຫດ​ຂອງ​ຄວາມ​ຂັດ​ແຍ່ງ​ຢ່າງ​ຮຸນ​ແຮງ​ພາຍ​ໃນ​ທັງ 3 ປະ​ເທດ​ຄື: ​ເອຢິບ, ​ເອທິ​ໂອ​ປີ ​ແລະ ຊູ​ດັງ.

  1. GDP ຂອງ​ປະ​ເທດ​ສະ​ວີ​ເດັນ​ຫລຸດ​ລົງ 8,6% ລະຫວ່າງ​ເດືອນ​ເມສາ​ຫາ​ເດືອນ​ມິຖຸນາ 2020 (​ໄຕ​ມາດ​ທີ 2) ​ເມື່ອ​ທຽບ​ໃສ່​ໄຕ​ມາ​ດກ່ອນ​ໜ້າ (Q/Q) ​ແຕ່​ເຖິງ​ຢ່າງ​ໃດ ຕົວ​ເລກ​ທີ່​ໜ້າ​ເສົ້າ​ໃຈ​ນີ້​ຍັງ​ດີກ​ວ່າການ​ຫລຸດ​ລົງ​ໃນ​ຫລາຍໆ​ປະ​ເທດ​ຂອງ​ສະຫະພາບ​ເອີຣົບ ​ເຊິ່ງມີ​ລາຍ​ງານ​ອອກ​ມາ​ວ່າ: GDP ​ແຕ່ລະ​ໄຕ​ມາດ (Q/Q) ຫລຸດ​ລົງ​ເປັນ​ຕົວ​ເລກ 2 ຫລັກ​ຂຶ້ນ​ໄປ.

ຂະນະ​ທີ່​ປະ​ເທດ​ເກືອບ​ທັງ​ໝົດ​ຢູ່​ເອີຣົບ​ໄດ້​ປະກາດ​ໃຊ້​ມາດ​ຕະການ Lockdowns ຢ່າງ​ເຂັ້ມງວດ, ທຸລະ​ກິດ​ຂອງ​ປະ​ເທດ​ສະ​ວີ​ເດັນ​ຍັງ​ເປີດ​ໃຫ້​ບໍລິການ​ຕາມ​ປົກກະຕິ ​ເຖິງ​ວ່າ​ນັກ​ວິຈານ​ຈະ​ກ່າວ​ວ່າ: ສິ່ງ​ນີ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ລະບາດ​ໂດຍ​ບໍ່​ຈຳ​ເປັນ.

  1. ນົກ​ເພັນ​ກວິນ​ຈັກກະພັດ (Emperor penguins) ​ເຊິ່ງ​ເປັນ​ສາຍ​ພັນ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ບັນດາ​ນົກ​ເພັນ​ກວິນ​ທັງ​ໝົດ​ໃນ​ໂລກ ​ມີ​ຈຳນວນ​ເພີ່ມ​ຂຶ້ນສູ່​ລະດັບ​ສູງ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ​ໃນ​ທະວີບ​ອັງ​ຕາກ​ຕິກ.

ຮູບ​ຖ່າຍ​ຈາກ​ດາວ​ທຽມ​ກ່ຽວ​ກັບ​ການ​ວິ​ເຄາະ​ຂີ້​ຂອງ​ນົກ ຫລື ​ເອີ້ນ​ວ່າ: “ປຸ໋ຍຂີ້ນົກ” (Guano) ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແຫ​ລ່ງ​ເພາະ​ພັນ​ທີ່​ມີ​ເພີ່ມ​ຂຶ້ນຢູ່​ທະວີບ​ດັ່ງກ່າວ ​ແລະ ​ເຮັດ​ໃຫ້​ນັກວິທະຍາສາດ​ຄິດ​ໄລ່​ປະຊາກອນ​ຂອງ​ພວກ​ມັນ​ໄດ້​ຫລາຍ​ຂຶ້ນ​ເຖິງ 10%. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຈຳນວນ​ນົກ​ເພັນ​ກວິນ​ຈັກກະພັດ ຍັງ​ຖືກ​ຄາດ​ຄະ​ເນ​ວ່າ​ຈະ​ຫລຸດ​ລົງ​ໃນ​ໄລຍະ​ຍາວ ​ເນື່ອງ​ຈາກ​ນ້ຳກ້ອນ​ໃນ​ທະ​ເລ​ຫລຸດ​ລົງ.

ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 6 ສິງຫາ 2020 - 5 - ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 6 ສິງຫາ 2020
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!