ຕິດເກາະກາງມະຫາສະໝຸດລອດຕາຍເຫລືອເຊື່ອ ຂຽນ SOS ຢູ່ຫາດ

ຕິດເກາະກາງມະຫາສະໝຸດລອດຕາຍເຫລືອເຊື່ອ ຂຽນ sos ຢູ່ຫາດ - 60 - ຕິດເກາະກາງມະຫາສະໝຸດລອດຕາຍເຫລືອເຊື່ອ ຂຽນ SOS ຢູ່ຫາດ
ຕິດເກາະກາງມະຫາສະໝຸດລອດຕາຍເຫລືອເຊື່ອ ຂຽນ sos ຢູ່ຫາດ - kitchen vibe - ຕິດເກາະກາງມະຫາສະໝຸດລອດຕາຍເຫລືອເຊື່ອ ຂຽນ SOS ຢູ່ຫາດ

​ເກາະ​ແຫ່ງ​ນີ້​ຢູ່​ກາງ​ມະຫາ​ສະໝຸດ​ປາຊີ​ຟິກທີ່​ຫ່າງ​ໄກ​ຈາກ​ແຜ່ນດິນ​ອື່ນໆ ຈົນ​ບໍ່​ອາດ​ຈະ​ບິນ​ໄປ​ພົບ​ງ່າຍໆ.

ລູກ​ເຮືອ​ສາມ​ຄົນ​ຊາວ​ພາກພື້ນ​ໄມ​ໂຄຣນີ​ເຊຍ​ຕິດ​ຢູ່​ເກາະ​ນ້ອຍໆ​ໃນ​ມະຫາ​ສະໝຸດ​ປາຊີ​ຟິກຕາ​ເວັນ​ຕົກ​ທີ່​ຫ່າງ​ໄກ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ຫລັງ​ຈາກ​ເຮືອບິນ​ຮົບ​ຂອງ​ອົດ​ສະຕຣາລີ ​ແລະ ອາ​ເມ​ລິ​ກາ ຫລັງ​ຈາກ​ທີ​ມຊ່ວຍ​ເຫລືອ​ແນມ​ເຫັນ​ຕົວ​ອັກສອນ “SOS” ຂະໜາດ​ໃຫຍ່​ທີ່​ພວກ​ເຂົາຂຽນ​ຢູ່​ຫາດ​ຊາຍ.

ຕິດເກາະກາງມະຫາສະໝຸດລອດຕາຍເຫລືອເຊື່ອ ຂຽນ sos ຢູ່ຫາດ - Visit Laos Visit SALANA BOUTIQUE HOTEL - ຕິດເກາະກາງມະຫາສະໝຸດລອດຕາຍເຫລືອເຊື່ອ ຂຽນ SOS ຢູ່ຫາດ

ກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ​ອົດສະຕຣາລີ​ກ່າວ​ວ່າ: ພົບຜູ້​ຕິດ​ເກາະ​ໃນ​ວັນ​ທີ 2 ສິງຫາ ຢູ່​ເກາະ​ພິ​ກິ​ລອດ (Pilelos Island) ​ເກາະ​ນ້ອຍໆ​ກາງ​ມະຫາ​ສະໝຸດ​ປາຊີ​ຟິກທີ່​ຫ່າງ​ໄກ​ຈາກ​ແຜ່ນດິນ​ອື່ນໆ​ຈົນ​ບໍ່​ອາດ​ຈະ​​ໄປ​ພົບ​ງ່າຍໆ. ລູກ​ເຮືອ​ເຫລົ່າ​ນີ້​ລອຍ​ມາ​ຄ້າງ​ຢູ່​ເກາະ​ຫ່າງ​ຈາກ​ຈຸດ​ທີ່​ພວກ​ເຂົາ​ອອກ​ເດີນທາງ​ເມື່ອ​ສາມມື້ກ່ອນ​ປະມານ 190 ກິ​ໂລ​ແມັດ.

​ເຮືອ​ຍາວ 7 ​ແມັດ​ຂອງ​ຄົນ​ເຫລົ່າ​ນີ້​ຂີ່​ອອກ​ນອກ​ເສັ້ນທາງ​ຈົນ​ນ້ຳມັນ​ໝົດ ​ເຮັດ​ໃຫ້​ຕ້ອງ​ຫລົງ​ຢູ່​ກາງ​ທະ​ເລກ​ວ້າງ​ໃຫຍ່, ​ເຖິງ​ວ່າ​ພາກພື້ນ​ໄມ​ໂຄຣນີ​ເຊຍ​ຈະ​ມີ​ເກາະ​ເຖິງ 600 ກວ່າ​ແຫ່ງ ​ແຕ່ລະ​ແຫ່ງ​ຢູ່​ຫ່າງ​ກັນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ເມື່ອ​ໄດ້​ຮັບ​ການ​ແຈ້ງ​ເຕືອນ​ຈາກ​ສູນ​ຊ່ວຍ​ເຫລືອ ​ແລະ ປະສານ​ງານ​ປາຊີ​ຟິກ​ໃນ​ກວມ ​ເຮືອບິນ​ທະຫານ​ອາ​ເມ​ລິ​ກາ ​ແລະ ອົດ​ສະຕຣາລີ​ເຂົ້າຮ່ວມ​ຄົ້ນຫາ​ເຮືອ​ທີ່​ຫາຍ​ໄປ ​ແລະ ​ເຫັນ​ຂໍ້ຄວາມ SOS ຂອງ​ພວກ​ເຂົາ​ໃນ​ວັນ​ທີ 2 ສິງຫາ.

​ເຮ​ລິ​ກົບ​ແຕທີ່​ສົ່ງ​ມາ​ຈາກ​ເຮືອບິນ HMAS Canberra ຂອງ​ອົດ​ສະຕຣາລີ​ບິນ​ໄປ​ຮັບ ພ້ອມ​ດ້ວຍ​ອາຫານ ​ແລະ ນ້ຳ ​ແລະ ພົບ​ວ່າ​ຊາຍ​ທັງ​ສາມ​ຄົນ​ຢູ່​ໃນ​ສະພາບ​ດີ.

ກອງ​ກຳລັງ​ປ້ອງ​ກັນ​ປະ​ເທດ​ອົດ​ສະຕຣາລີ ກ່າວ​ວ່າ: ກອງ​ເຮືອ​ລາດຕະ​ເວນ​ໄມ​ໂຄຣນີ​ເຊຍ​ຖືກ​ສົ່ງ​ໄປ​ຊ່ວຍ​ຊີວິດ​ພວກ​ເຂົາ​ແລ້ວ.

ຕິດເກາະກາງມະຫາສະໝຸດລອດຕາຍເຫລືອເຊື່ອ ຂຽນ sos ຢູ່ຫາດ - 3 - ຕິດເກາະກາງມະຫາສະໝຸດລອດຕາຍເຫລືອເຊື່ອ ຂຽນ SOS ຢູ່ຫາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!