ຫົວໜ້າຄະນະສະເພາະກິດປ້ອງກັນໂຄວິດ-19 ຢ້ຽມາມສູນກັກກັນແຮງງານ ຫລັກ 27


ໃນວັນທີ 4 ສິງຫານີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະສະເພາະກິດຕ້ານການລະບາດຂອງພະຍາດໂຄວິດ-19 ໄດ້ລົງໄປຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ສູນກັກກັນແຮງງານທີ່ກັບມາຈາກຕ່າງປະເທດ ທີ່ຫລັກ 27 ເມືອງໄຊທານີ ນະຄອນຫລວງວຽງຈັນ.
ທ່ານ ນາງ ດຣ. ນາລີ ຂັນທະລັກ ຫົວໜ້າສູນດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ສູນກັກກັນແຫ່ງນີ້ໄດ້ປະຕິບັດການກັກກັນແຮງງານທີ່ກັບມາຈາກຕ່າງປະເທດນັບແຕ່ເດືອນພຶດສະພາເປັນຕົ້ນມາ ເຫັນວ່າໄດ້ມີແຮງງານ ແລະ ນັກສຶກສາຫລາຍພັນຄົນທີ່ກັບມາຈາກຕ່າງປະເທດໄດ້ເຂົ້າມາກັກຕົວຢູ່ສູນແຫ່ງນີ້ເປັນເວລາ 14 ວັນ ໂດຍມີອາຄານທັງໝົດ 6 ຫລັງ ລວມມີ 240 ຫ້ອງນອນ ຊຶ່ງຈັດສັນໃຫ້ເຂົ້າພັກ 2-3 ຄົນຕໍ່ຫ້ອງ ແລະ ມີພະນັກງານແພດໝໍຈາກພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ສົມທົບກັບແພດໝໍຈາກໂຮງໝໍເມືອງໄຊເສດຖາ ແລະ ເມືອງໄຊທານີ ໄດ້ຜັດປ່ຽນກັນມາປະຈໍາການ ເພື່ອຕິດຕາມອາການຂອງແຮງງານທັງໝົດ. ນອກຈາກນີ້ ຍັງມີກໍາລັງເຈົ້າໜ້າທີ່ ປກສ-ປກຊ ນະຄອນຫລວງວຽງຈັນ ໄດ້ມາປະຈໍາການເພື່ອຊ່ວຍປ້ອງກັນ ແລະ ຕິດຕາມແຮງງານພາຍໃນສູນຕະຫລອດ 24 ຊົ່ວໂມງ. ສ່ວນງົບປະມານການໃຊ້ຈ່າຍຕ່າງໆ ນອກຈາກງົບຂອງລັດຖະບານແລ້ວ ຍັງໄດ້ຮັບການອຸປະຖໍາຈາກບັນດາບໍລິສັດ-ຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດພາຍໃນນະຄອນຫລວງວຽງຈັນອີກຈໍານວນໜຶ່ງ.
ໃນໂອກາດນີ້, ທ່ານຮອງນາຍົກ ໄດ້ໂອ້ລົມຊີ້ນໍາຕໍ່ຄະນະຮັບພິຊອບສູນດັ່ງກ່າວ ເພື່ອສະແດງຄວາມຍ້ອງຍໍພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອດູແລເບິ່ງແຍງແຮງງານດ້ວຍຄວາມອົດທົນ ແລະ ເສຍສະຫລະ ເຖິງວ່າມີຄວາມຫຍຸ້ງຍາກດ້ານງົບປະມານ ເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວມີການລະບາດໃໝ່ໃນປະເທດເຮົາ, ພ້ອມທັງເນັ້ນໃຫ້ສືບຕໍ່ເອົາໃຈໃສ່ວຽກງານຕິດຕາມກວດກາເກັບຕົວຢ່າງຊອກຫາເຊື້ອພະຍາດເປັນປົກກະຕິ ລວມເຖິງບັນຫາຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມຂອງສູນ ແລະ ອັນສໍາຄັນແມ່ນໃຫ້ນໍາໃຊ້ງົບປະມານທີ່ມີຈໍາກັດນີ້ໃຫ້ມີປະສິດທິຜົນ. ສ່ວນບັນຫາອື່ນໆທີ່ທາງສູນໄດ້ສະເໜີຜ່ານຄະນະສະເພາະກິດໃນຄັ້ງນີ້ແມ່ນຈະໄດ້ນໍາໄປປຶກສາຫາລືກັບລັດຖະບານ ເພື່ອຄົ້ນຄວ້າພິຈາລະນາການຊ່ວຍເຫລືອຕາມຄວາມເໝາະສົມ.