ສາມາດຊໍາລະຄ່ານໍ້າປະປາຜ່ານທະນາຄານຮ່ວມທຸລະກິດລາວ-ຫວຽດໄດ້ແລ້ວ
June 21, 2017 - 8:24 PM


ພິທີລົງນາມຮ່ວມມືການຊໍາລະຄ່ານໍ້າປະປາ ລະຫວ່າງທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ມີຂຶ້ນໃນວັນທີ 21 ມິຖຸນານີ້, ລະຫວ່າງທ່ານ ຄໍາເຜີຍ ວົງສາຄໍາຜຸຍ ຜູ້ອໍານວຍການໃຫຍ່ລັດວິສາຫະກິດນໍ້າປະປາ ນະຄອນຫຼວງ ແລະທ່ານ ຫງວຽນ ວັນ ບິ່ງ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ, ມີຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ-ທະນາຄານແຫ່ງ ສປປ ລາວ, ພ້ອມຄະນະ, ຜູ້ບໍລິຫານ ແລະພະນັກງານກ່ຽວຂ້ອງ ເຂົ້າຮ່ວມນໍາດ້ວຍ.
ການຊໍາລະຄ່ານໍ້າປະປາ ຜ່ານຊ່ອງທາງຂອງລະບົບເຕັກໂນໂລຊີ ຂອງທະນາຄານທີ່ໄດ້ສໍາເລັດໃນການເຊື່ອມຕໍ່ກັບການຊໍາລະ ລະຫວ່າງ 2 ໜ່ວຍງານ ຢ່າງມີຄວາມຮັບປະກັນ ແລະປອດໄພສາມາດອໍານວຍຄວາມສະດວກໃຫ້ແກ່ຜູ້ຕ້ອງການຊໍາລະສະສາງຄ່ານໍ້າປະປາໄດ້ທຸກເວລາ.