ຈີນນ້ຳຖ້ວມໜັກ ກະທົບ 54 ລ້ານຊີວິດ ເສຍຫາຍ 144.000 ລ້ານຢວນ

ວັນທີ 29 ກໍລະກົດ, ກະຊວງແກ້ໄຂສະຖານະການສຸກເສີນຂອງຈີນ ເປີດເຜີຍວ່າ: ຮອດວັນທີ 28 ກໍລະກົດຜ່ານມາ ອຸທົກກະໄພທີ່ເກີດຈາກຝົນຕົກໜັກຢູ່ຈີນສົ່ງຜົນກະທົບຕໍ່ປະຊາຊົນຈຳນວນ 54,8 ລ້ານຄົນ ໃນ 27 ເຂດການປົກຄອງກະດັບມົນທົນ.
ອຸທົກກະໄພໃນພື້ນທີ່ຕ່າງໆເຊັ່ນ: ມົນທົນຈຽງຊີ, ມົນທົນອັນຮຸຍ ແລະ ມົນທົນຫູເປີຍ ເຮັດໃຫ້ມີຜູ້ສູນຫາຍ ຫລື ເສຍຊີວິດແລ້ວ 158 ຄົນ. ຂະນະດຽວກັນມີປະຊາຊົນຕ້ອງອົບພະຍົບສຸກເສີນປະມານ 3,76 ລ້ານຄົນ, ເຮືອນຊານໄດ້ຮັບຄວາມເສຍຫາຍປະມານ 368.000 ຫລັງ.
ນອກຈາກນີ້ ອຸທົກກະໄພຄັ້ງນີ້ຍັງສ້າງຄວາມສູນເສຍທາງເສດຖະກິດໂດຍກົງເປັນມູນຄ່າເຖິງ 144.000 ລ້ານຢວນ.
ທັງນີ້ ນັບແຕ່ເດືອນມິຖຸນາເປັນຕົ້ນມາ ພື້ນທີ່ທາງຕອນໃຕ້ຂອງຈີນຜະເຊີນຝົນຕົກໜັກຕໍ່ເນື່ອງເປັນວົງກວ້າງ ແລະ ແມ່ນ້ຳຫລາຍສາຍໃນພື້ນທີ່ທີ່ໄດ້ຮັບຜົນກະທົບມີລະດັບນ້ຳສູງເກີນລະດັບເຕືອນໄພ.