ຄະນະສະເພາະກິດແນະນຳເຂັ້ມງວດປະຕິບັດແຈ້ງການ ສນຍ ປ້ອງກັນພະຍາດ COVID-19


ວັນທີ 26 ກໍລະກົດນີ້ຄະນະສະເພາະກິດ ສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ແນະນຳໃຫ້ປະຊາຊົນບັນດາເຜົ່າເອົາໃຈໃສ່ສືບຕໍ່ປະຕິບັດແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເລກທີ 697/ຫສນຍ, ລົງວັນທີ 30 ມິຖຸນາ 2020 ຢ່າງເຄັ່ງຄັດ,ພາຍຫລັງລາວເຮົາພົບກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19ລາຍໃຫມ່ເມື່ອວັນທີ 24ກໍລະກົດຜ່ານມາ, ຈາກ 3 ເດື່ອນກ່ວາ ທີ່ສາມາດສະກັດກັ້ນບໍມີກໍລະນີຜູ້ຕິດເຊື້ອໃຫມ່, ດັ່ງນັ້ນຄະນະສະເພາະກິດໄດ້ຮຽກຮ້ອງໃຫ້ຜູ້ເດີນທາງໄປຕ່າງປະເທດ ເຂດທີ່ມີການລະບາດ, ເມື່ອກັບມາແລ້ວຕ້ອງໄດ້ຈຳກັດບໍລິເວນຕົນເອງຢ່າງເຂັ້ມງວດ, ພ້ອມກັນນັ້ນກໍ່ສືບຕໍ່ການດຳລົງຊີວິດປົກກະຕິແບບໃໝ່ໃຫ້ກາຍເປັນຄວາມຊິນເຄີຍເພື່ອປ້ອງກັນການລະບາດຂອງພະຍາດ COVID-19 ແຕ່ຫົວທີຖ້າມີການລະບາດຮອບໃໝ່ ກໍ່ບໍ່ໃຫ້ການລະບາດດັ່ງກ່າວຂະຫຽາຍຕົວອອກສູ່ວົງກ້ວາງ,ການວາງມາດຕະການຕ່າງໆດັ່ງກ່າວແມ່ນເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດ, ແຕ່ວ່າໃນບາງເຂດ, ບາງພາກສ່ວນ ແລະ ບາງຄົນ ຍັງຖືເບົາ ບໍ່ເຫັນຄວາມສຳຄັນໃນການຈັດຕັ້ງປະຕິບັດໂດຍສະເພາະ ການຈຳກັດບໍລິເວນເມື່ອສຳຜັດຫຼືເດີນທາງມາແຕ່ເຂດລະບາດ; ເພື່ອສະກັດກັ້ນ ບໍ່ໃຫ້ສະພາບການລະບາດ ໃນ ສປປ ລາວມີການຂະຫຍາຍອອກ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າພາກັນເອົາໃຈໃສ່ສືບຕໍ່ປະຕິບັດຕາມແຈ້ງການດັ່ງກ່າວໃຫ້ເຂັ້ມງວດ.
ສ່ວນການປ້ອງກັນໄຂ້ຍຸງລາຍທຸກຄົນຕ້ອງພ້ອມກັນປະຕິບັດຄຳຂັວນທີ່ວ່າ ບໍ່ມີໜອນນ້ຳ, ບໍ່ມີຍຸງລາຍ ບໍ່ມີໄຂ້ເລືອດອອກ. ພ້ອມນັ້ນ ຕ້ອງປະຕິບັດ 5 ປຢ່າງເຄັ່ງຄັດໃຫ້ເປັນປະຈຳຈຶ່ງສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ ເຊັ່ນ:
- ປິດ: ຝາພາຊະນະທີ່ເກັບນ້ຳໃນເຮືອນແລະນອກເຮືອນເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່;
- ປ່ຽນ:ນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ;
- ປ່ອຍ:ປາຫາງນົກຍຸງເພື່ອກິນໜອນນ້ຳ;
- ປັບປຸງ: ການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ;
- ປະຕິບັດ: ໃຫ້ເປັນນິໄສປະຈຳທຸກໆອາທິດ;
ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ, (ຫາກທຸກຄົນປະຕິບັດໄດ້ຕາມ5ປຢ່າງເຂັ້ມງວດກໍ່ຈະສາມາດຫຼຸດຜ່ອນ,ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃຫ້ຫຼຸດລົງເທື່ອລະກ້າວ)