ປຸກລະດົມໃຫ້ສັງຄົມລາວຫັນມານຳໃຊ້ລົດເມສາທາລະນະຫລາຍຂຶ້ນ


ໃນວັນທີ 17 ມີນານີ້, ລັດວິສາຫະກິດລົດເມ, ພະແນກຈະລາຈອນ ປກສ ນະຄອນ ຫລວງວຽງຈັນ ແລະ ອົງການ JICA ປະເທດຍີ່ປຸ່ນ, ໄດ້ຈັດຖະແຫລງຂ່າວຕໍ່ກັບສື່ມວນຊົນກ່ຽວກັບໂຄງການຂົນສົ່ງສາທາລະນະໃນນະຄອນຫລວງວຽງຈັນ ໄລຍະ 2, ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະ 1 ໃຫ້ມີປະສິດທິຜົນຫລາຍຂຶ້ນ, ໂດຍການກະກຽມຕິດຕັ້ງເຄື່ອງນັບຜູ້ໂດຍສານຂຶ້ນ-ລົງ ໃສ່ລົດເມຈຳນວນ 42 ຄັນ, ພ້ອມທັງປັບປຸງລະບົບການຄຸ້ມຄອງລັດວິສາຫະກິດລົດເມຄືນໃໝ່ ແລະ ຈະໄດ້ມີການກໍ່ສ້າງບ່ອນລໍຖ້າຂຶ້ນ-ລົງລົດເມ ຂອງຜູ້ໂດຍສານຕາມຈຸດຕ່າງໆໃນນະຄອນຫລວງວຽງຈັນໃຫ້ສະດວກສະບາຍຍິ່ງຂຶ້ນ, ຊຶ່ງໃນປັດຈຸບັນມີລົດເມປະຈຳທາງທັງໝົດ 93 ຄັນ, ໃນນັ້ນ ມີລົດເມຄັນສີຂຽວ 42 ຄັນ, ໂດຍທຸກຄັນແມ່ນຕິດແອເຢັນ, ສຳລັບຄ່າໂດຍສານແຕ່ລະສາຍທາງໄດ້ກຳນົດໄວ້ຄື: ຕະຫລາດເຊົ້າ-ຂົວມິດຕະພາບ ລາຄາ 6 ພັນກີບ, ຕະຫລາດເຊົ້າ-ດົງຄຳຊ້າງ 4 ພັນກີບ, ຕະຫລາດເຊົ້າ-ທ່າງ່ອນ 5 ພັນກີບ, ຕະຫລາດເຊົ້າ-ດົງໂດກ 3 ພັນກີບ, ຕະຫລາດເຊົ້າ-ທົ່ງປົ່ງ 4 ພັນກີບ, ໂພນຕ້ອງ-ດົງໂດກ 3 ພັນກີບ, ຕະຫລາດເຊົ້າ-ດອນປ່າໃໝ່ 3 ພັນກີບ, ໜອງທາ-ດົງໂດກ 3 ພັນກີບ, ສີໄຄ-ໜອງແຕ່ງ 4 ພັນກີບ, ຕະຫລາດເຊົ້າ-ຄິວລົດສາຍເໜືອ 5 ພັນກີບ, ຕະຫລາດເຊົ້າ-ນ້ຳຊວງ 10 ພັນກີບ, ໄອເຕັກ-ແຄມຂອງ 5 ພັນກີບ (ສຳລັບລົດໄຟຟ້າ), ຕະຫລາດເຊົ້າ-ເພຍລາດ 15 ພັນກີບ.
ສຳລັບຄ່າໂດຍສານດັ່ງກ່າວນັ້ນ ທາງລັດວິສາຫະກິດໄດ້ຄິດໄລ່ຕົວຈິງ, ຕາມລາຄານ້ຳມັນຂຶ້ນ-ລົງຂອງຕະຫລາດ, ພ້ອມທັງບວກຄ່າພາສີ ແລະ ພັນທະທີ່ຕ້ອງຊຳລະໃຫ້ລັດຖະບານໃນແຕ່ລະປີນັ້ນເຫັນວ່າມີຄວາມເໝາະສົມແລ້ວ. ເມື່ອທຽບໃສ່ປະເທດເພື່ອນບ້ານໃກ້ຄຽງ ລັດຖະບານໄດ້ສະໜັບສະໜູນວຽກງານດັ່ງກ່າວເປັນຢ່າງດີ ຈຶ່ງເຮັດໃຫ້ເຂົາເຈົ້າມີລົດເມສາທາລະນະ, ໂດຍບໍ່ຕ້ອງເສຍຄ່າໂດຍສານອີກດ້ວຍ.