ຢຸດເຮັດ 7 ຢ່າງນີ້ໄດ້ ສະແດງວ່າທ່ານຮູ້ຈັກຮັກຕົນເອງຫລາຍຂຶ້ນ
July 25, 2020 - 3:18 PM


ທ່ານເປັນຫລືບໍ່ ທັງໆທີ່ຊີວິດເຮົາກໍຢູ່ໃນໄວທີ່ມີພ້ອມທຸກຢ່າງແລ້ວ, ແຕ່ເປັນຫຍັງງຍັງນຳຫາຄວາມສຸກບໍ່ພໍ້ຈັກເທື່ອ ? ຍິ່ງແລ່ນນຳຫາມັນເທົ່າໃດ ມັນກໍຍິ່ງຖອຍຫ່າງເຮົາໄປເລື້ອຍໆ ຖ້າທ່ານຢາກມີຄວາມສຸກ ລອງຢຸດເຮັດສິ່ງເຫລົ່ານີ້ ເຊື່ອວ່າມັນໄດ້ຜົນແທ້ໆ.
- ຢຸດເຮັດໂຕເອງສົມບູນແບບ : ຢ່າກະຫາຍຄວາມສົມບູນແບບຫລາຍ, ຢຸດໃຊ້ຊີວິດເທິງຄວາມຄາດຫວັງຂອງຄົນອ້ອມຂ້າງ. ຂະນະດຽວກັນ ທ່ານຕ້ອງຢຸດຄາດຫວັງກັບຕົນເອງຫລາຍເກີນໄປ ບໍ່ດັ່ງນັ້ນທ່ານຈະບໍ່ມີມື້ພົບຄວາມສຸກຈັກເທື່ອ, ພຽງແຕ່ເປັນໂຕຂອງໂຕເອງ ແລະ ມ່ວນຊື່ນກັບສິ່ງທີ່ເຮັດກໍພໍແລ້ວ.
- ຢຸດກັງວົນກັບຄວາມເຖົ້າ : ຢ່າໝົກໝຸ້ນຫງຸດຫງິດກັບຮອຍຕີນກາ ບໍ່ວ່າທ່ານຈະຢ້ານເຖົ້າຫລືບໍ່ ອາຍຸຂອງທ່ານກໍເພີ່ມຂຶ້ນຢູ່ດີ. ສະນັ້ນ ລອງພະຍາຍາມເຂົ້າໃຈ ແລະ ຍອມຮັບການປ່ຽນແປງທີ່ເກີດຂຶ້ນກັບຮ່າງກາຍ ແລະ ຄິດຫາທາງວ່າ ເຮັດແນວໃດເຮົາຈຶ່ງຈະບໍ່ກາຍເປັນຜູ້ໃຫຍ່ທີ່ໜ້າເບື່ອໜ່າຍແທນດີກ່ວາ.
- ຢຸດຈົມຢູ່ກັບເລື່ອງເສົ້າ : ຈົ່ງເຮັດໂຕເປັນຄົນສົດໃສ, ໜ້າຮັກ, ມີຈິດໃຈດີຢ່າງສະໝໍ່າສະເໝີ ແລ້ວໂລກຈະໂຍນເລື່ອງດີໆ ແລະ ຄົນດີໆເຂົ້າມາຫາທ່ານ ຫາກມື້ໃດພົບເລື່ອງຮ້າຍໆ ກໍຢ່າໄປຄິດວ່າມື້ນີ້ແມ່ນມື້ທີ່ບໍ່ດີຂອງທ່ານ, ແຕ່ໃຫ້ຄິດສາວ່າ ມື້ນີ້ເປັນພຽງອີກໜຶ່ງບົດຮຽນໃໝ່ໃນຊີວິດ.
- ຢຸດອົດທົນກັບຄວາມສຳພັນບໍ່ດີ : ເມື່ອຄົບຫາກັບຄົນນິໄສບໍ່ດີ ບໍ່ວ່າຈະແມ່ນໝູ່ ຫລື ແຟນ ໃຫ້ຮີບຢຸດຄວາມສຳພັນນັ້ນໂດຍໄວ ບໍ່ຕ້ອງທົນ ຈື່ໄວ້ວ່າທ່ານບໍ່ມີມື້ປ່ຽນແປງຄົນອື່ນໄດ້, ອອກໄປພົບຜູ້ຄົນໃໝ່ໆ ແລ້ວເລືອກຄົບຫາກັບຄົນທີ່ດີຈະດີກ່ວາ.
- ຢຸດແລ່ນນຳແຟຊັ້ນ ຫລື ກະແສຄວາມນິຍົມ : ທ່ານບໍ່ຈຳເປັນຕ້ອງອັບເດດແຟຊັ້ນຕະຫລອດເວລາ ເພື່ອເຮັດໃຫ້ຕົນເອງເບິ່ງເປັນຄົນທັນສະໄໝ ພຽງແຕ່ລົງທຶນຊື້ເຄື່ອງນຸ່ງສຸພາບໆ ເນື້ອແພທຳມະດາ ເຊັ່ນ : ເສື້ອເຊີດ, ເສື້ອຍືດສີຂາວ, ຊຸດສີດຳ ທີ່ເໝາະສົມກັບທ່ານກໍພໍ ເພາະມັນເປັນເຄື່ອງນຸ່ງທີ່ທັນສະໄໝຕະຫລອດການ ບໍ່ມີມື້ຕົກຍຸກ ແລະ ເຮັດໃຫ້ທ່ານເບິ່ງສະຫງ່າໄດ້ສະເໝີເມື່ອນຸ່ງມັນ.
- ຢຸດປ່ຽນສິ່ງທີ່ປ່ຽນບໍ່ໄດ້ :ຢ່າເມົາແຕ່ເສຍເວລາໄປກັບການມານັ່ງກັງວົນເຖິງສິ່ງທີ່ທ່ານບໍ່ມີມື້ປ່ຽນແປງໄດ້ ໂດຍສະເພາະອະດີດທີ່ຜ່ານພົ້ນໄປແລ້ວ ຈື່ໄວ້ວ່າອະດີດກໍແມ່ນອະດີດ ລອງຢູ່ກັບປັດຈຸບັນ ແລະ ເຮັດມັນໃຫ້ດີທີ່ສຸດຈະດີກ່ວາ.
- ຢຸດໂທດຕົນເອງ : ທ່ານຕ້ອງຮູ້ຈັກມີເມດຕາຕໍ່ຕົນເອງ ທຸກເທື່ອທີ່ເຮັດຜິດພາດ ຢ່າເມົາແຕ່ໂທດວ່າເປັນຄວາມຜິດຂອງທ່ານ ແລະ ຢ່າເມົາຄິດວ່າ ຖ້າມື້ນັ້ນຂ້ອຍບໍ່ ….. ເພາະມັນບໍ່ໄດ້ຊ່ວຍໃຫ້ທ່ານຍ້ອນເວລາກັບໄປແກ້ໄຂຫຍັງໄດ້ເລີຍ. ທ່ານຕ້ອງຮູ້ຈັກໃຫ້ອະໄພຕົນເອງ ປ່ອຍສິ່ງທີ່ຄວບຄຸມບໍ່ໄດ້ຖິ້ມໄປ ເທົ່ານີ້ຊີວິດກໍມີຄວາມສຸກແລ້ວ.