ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 24 ກໍລະກົດ 2020


- ຈີນສັ່ງປິດສະຖານກົງສຸນຂອງອາເມລິກາພາຍໃນເມືອງ Chengdu ເຊິ່ງຖືເປັນເມືອງທີ່ຈະເລີນອັນດັບຕົ້ນຂອງມົນທົນ Sichuan ເພື່ອເປັນການຕອບໂຕ້ທີ່ອາເມລິກາສັ່ງປິດສະຖານກົງສຸນຂອງຈີນຢູ່ເມືອງ Houston.
ນອກຈາກນີ້ ຍັງມີຄວາມສ່ຽງທີ່ອາເມລິກາຈະຕ້ອງຢຸດພາລະທາງການທູດທັງໝົດຂອງພວກເຂົາຢູ່ເມືອງ Wuhan ເນື່ອງຈາກການພົວພັນຂອງທັງ 2 ປະເທດກຳລັງທະວີຄວາມຮຸນແຮງຂຶ້ນໄປເລື້ອຍໆ ດ້ວຍພຶດຕິກຳແບບ tit-for-tat (ໂຕ້ຕອບກັນໄປມາໃນສິ່ງດຽວກັນກັບທີ່ອີກຝ່າຍກະທຳ) ເຊິ່ງເລີ່ມຕົ້ນນັບແຕ່ການຈັດເກັບພາສີ ແລະ ການເພີ່ມຂໍ້ຈຳກັດທາງດ້ານ Visa.
- ການຟື້ນຕົວໃນຕະຫລາດແຮງງານອາເມລິກາ ເບິ່ງຄືວ່າຈະຢຸດສະງັກອີກຄັ້ງໜຶ່ງ ເນື່ອງຈາກການລະບາດທີ່ຮຸນແຮງຂຶ້ນຂອງ COVID-19 ແລະ ການກັບມາໃຊ້ມາດຕະການ Lockdown ຢ່າງເຂັ້ມງວດໃນບາງພື້ນທີ່ຂອງປະເທດ.
ຈຳນວນຜູ້ຂໍຍື່ນຮັບສະຫວັດດີການວ່າງງານໃນຄັ້ງຫລ້າສຸດມີ 1,4 ລ້ານຄົນ ເພີ່ມຂຶ້ນຈາກ 1,3 ລ້ານຄົນໃນອາທິດກ່ອນໜ້າ ແລະ ຖ້າຍັງບໍ່ແກ້ໄຂຂໍ້ມູນໃຫ້ເປັນປັດຈຸບັນຕາມລະດູການຈະພົບວ່າຈຳນວນຄຳຮ້ອງທີ່ຍື່ນເຂົ້າມາໃໝ່ນີ້ຫລຸດລົງ 9%.
- ເນື່ອງຈາກຈຳນວນຜູ້ຕິດເຊື້ອພາຍໃນອາເມລິກາໄດ້ເພີ່ມຂຶ້ນເຖິງ 4 ລ້ານຄົນເປັນທີ່ຮຽບຮ້ອຍແລ້ວ ປະທານາທິບໍດີ ໂດນັລ ທຣຳ ຈຶ່ງຕັດສິນໃຈຈະຍົກເລີກການປາໄສຂອງຝ່າຍ Republican ຢູ່ເມືອງ Jacksonville ລັດ Florida.
ເຖິງຢ່າງໃດກໍຕາມ ພວກເຂົາຍັງມີກຳນົດຈະປາໄສຢູ່ Charlotte, North Carolina ເຊິ່ງເປັນສະຖານທີ່ແຈ້ງເກີດດັ້ງເດີມຂອງ ທຣຳ ເຖິງວ່າການປາໄສສ່ວນຫລາຍຈະຖືກປ່ຽນຮູບແບບໄປດຳເນີນການຜ່ານທາງອິນເຕີເນັດ ແລະ Video Call ເທົ່ານັ້ນ.
ການຕັດສິນໃຈຄັ້ງນີ້ ເຮັດໃຫ້ການປາໄສຂອງ Republican ແລະ Democrat ເຂົ້າສູ່ຮູບແບບທີ່ຄ້າຍຄືກັນທັງໝົດ.
- ກຸ່ມຂອງນັກລົງທຶນຊາວອາເມລິກາກຳລັງປຶກສາຫາລືກັນກ່ຽວກັບແຜນການທີ່ຈະເຂົ້າຊື້ກິດຈະການຂອງ TikTok ຈາກ ByteDance ເຊິ່ງເປັນເຈົ້າຂອງໃນປະເທດຈີນ.
TikTok ຄື Application ອັບໂຫລດວິດີໂອ ເຊິ່ງກຳລັງເປັນທີ່ນິຍົມຫລາຍໃນກຸ່ມໄວລຸ້ນທົ່ວໂລກເມື່ອກ່ອນໜ້ານີ້ ແຕ່ປັດຈຸບັນພັດປະສົບບັນຫາ Rating ຫລຸດລົງໃນໄລຍະບໍ່ເທົ່າໃດເດືອນຜ່ານມາ ເນື່ອງຈາກຄວາມເຄັ່ງຕຶງລະຫວ່າງ ອາເມລິກາ-ຈີນ ໄດ້ທະວີຄວາມຮຸນແຮງຂຶ້ນໄປອີກ.
ນັກລົງທຶນຈາກ General Atlantic ແລະ Sequoia Capital ເຊິ່ງເປັນບໍລິສັດ 2 ແຫ່ງທີ່ໄດ້ຮ່ວມລົງທຶນກັບ TikTok ຫວັງວ່າການແຍກຕົວອອກຈາກ ByteDance ເຊິ່ງເປັນບໍລິສັດແມ່ຈະຊ່ວຍບັນເທົາຄວາມກັງວົນຂອງຕະຫລາດລົງໄດ້.
- ສ.ເກົາຫລີ ໄດ້ຖືກຕັດສິນວ່າເຂົ້າສູ່ສະພາບເສດຖະກິດຫລຸດຖອຍ (Recession) ຢ່າງເປັນທາງການແລ້ວໃນໄຕມາດທີ 2 ຂອງປີນີ້ ໂດຍ GDP ຫລຸດລົງ 2,9% ເມື່ອທຽບໃສ່ປີ 2019 ເຊິ່ງຖືວ່າຮຸນແຮງກວ່າການຄາດຄະເນໄວ້ ເນື່ອງຈາກ COVID-19 ໄດ້ທຳລາຍເສດຖະກິດຂອງ 4 ປະເທດທີ່ມີຂະໜາດ GDP ໃຫຍ່ທີ່ສຸດໃນອາຊີ.
ການຫລຸດລົງຂອງ GDP ຄັ້ງນີ້ຖືເປັນລະດັບຮຸນແຮງທີ່ສຸດນັບແຕ່ປີ 1963 ຖ້າທຽບໃສ່ແຕ່ລະໄຕມາດ.
ເຖິງຢ່າງໃດກໍຕາມ ລັດຖະມົນຕີກະຊວງການເງິນຂອງ ສ.ເກົາຫລີ ກ່າວວ່າ: ທ່ານຄາດຫວັງການຟື້ນຕົວໃນຮູບແບບດຽວກັບປະເທດຈີນ.
- ປະເທດໂບລິເວຍ (Bolivia) ໄດ້ເລື່ອນການເລືອກຕັ້ງປະທານາທິບໍດີອອກໄປເປັນຄັ້ງທີ 2 ໂດຍໃຫ້ເຫດຜົນເຖິງເລື່ອງການລະບາດຂອງ COVID-19.
ປະທານາທິບໍດີ Jeanine Anez ເຊິ່ງຍຶດຕຳແໜ່ງເຂົ້າມາໃນເດືອນພະຈິກປີຜ່ານມາ ຫລັງຈາກ Evo Morales ປະທານາທິບໍດີກ່ອນໜ້ານີ້ໄດ້ຫລົບໜີອອກຈາກປະເທດ ຈະໄດ້ຢູ່ໃນຕຳແໜ່ງຈົນເຖິງເດືອນທັນວາປີນີ້ ກ່ອນຈະມີການເລືອກຕັ້ງລັດຖະບານຊຸດໃໝ່ເຂົ້າມາບໍລິຫານປະເທດ.
ອີກອັນໜຶ່ງ ຝ່າຍຄ້ານໄດ້ກ່າວຫາ Jeanine Anez ໃນເລື່ອງການໃຊ້ປະໂຫຍດຈາກການລະບາດຂອງໄວຣັສເພື່ອເຂົ້າຍຶດອຳນາດບໍລິຫານປະເທດ.
- Alexander Lukashenko ປະທານາທິບໍດີຂອງປະເທດເບລາຣຸສ (Belarus) ເຊິ່ງຖືກກ່າວຫາວ່າເປັນ “ຜະເດັດການຄົນສຸດທ້າຍຂອງເອີຣົບ” (Europe’s last dictator) ໄດ້ອອກມາເຕືອນວ່ານັກຂ່າວຊາວຕາເວັນຕົກອາດຖືກຂັບໄລ່ອອກຈາກປະເທດກ່ອນການເລືອກຕັ້ງເດືອນໜ້ານີ້.
ທ່ານກ່າວວ່າ ສຳນັກຂ່າວ BBC ແລະ Radio Free Europe ເປັນສາເຫດໃນການກໍ່ຈະລາຈົນພາຍໃນປະເທດ ໂດຍການລາຍງານຂ່າວມີຈຸດມຸ້ງໝາຍປິດບັງຢູ່.
ເຖິງຢ່າງໃດກໍຕາມ ໃນອີກມຸມມອງໜຶ່ງນັ້ນ ສາເຫດທີ່ທ່ານເຮັດແບບນີ້ອາດມາຈາກການທີ່ Alexander Lukashenko ລົ້ມເຫລວໃນການແກ້ໄຂ COVID-19, ສະພາບເສດຖະກິດຊຸດໂຊມ ລວມທັງນະໂຍບາຍການປາບປາມທາງການເມືອງຕະຫລອດໄລຍະເວລາ 26 ປີ.