ຈົ່ງຝຶກໃຈໃຫ້ກວ້າງ ເມື່ອຢູ່ກັບຄົນເຫັນແກ່ໂຕ

ຈົ່ງຝຶກໃຈໃຫ້ກວ້າງ ເມື່ອຢູ່ກັບຄົນເຫັນແກ່ໂຕ - 555 9 - ຈົ່ງຝຶກໃຈໃຫ້ກວ້າງ ເມື່ອຢູ່ກັບຄົນເຫັນແກ່ໂຕ
ຈົ່ງຝຶກໃຈໃຫ້ກວ້າງ ເມື່ອຢູ່ກັບຄົນເຫັນແກ່ໂຕ - kitchen vibe - ຈົ່ງຝຶກໃຈໃຫ້ກວ້າງ ເມື່ອຢູ່ກັບຄົນເຫັນແກ່ໂຕ

ພະພຸດທະເຈົ້າບອກວ່າ ເອົາຊະນະຄົນຂີ້ຖີ່ດ້ວຍການໃຫ້, ເອົາຊະນະຄົນບໍ່ດີດ້ວຍຄວາມດີ ເວົ້າງ່າຍໆຄືເພິ່ນໃຫ້ເບິ່ງວ່າ: ຖ້າຄົນເຫັນແກ່ໂຕມີຄົນໜຶ່ງຢູ່ແລ້ວກໍຢ່າໄປເພີ່ມຄົນເຫັນແກ່ໂຕຂຶ້ນມາຕື່ມອີກຄົນໜຶ່ງເລີຍ, ຂໍໃຫ້ເອົາຄວາມບໍ່ເຫັນແກ່ໂຕໄປປາບຄົນເຫັນແກ່ໂຕ, ແຕ່ຟັງແບບນີ້ ຄວາມຄິດທຳອິດທີ່ຜ່ານມາເຂົ້າມາໃນຫົວຂອງຄົນທົ່ວໄປແມ່ນຈະເຮັດໄປເພື່ອຫຍັງ ? ເຮັດດີກັບຊົ່ວຄົນເຂົາຍິ່ງໄດ້ເດີ້ມເຮັດຊົ່ວຂຶ້ນຕື່ມຫລາຍອີກກ່ວາເກົ່າ, ບໍ່ມີທາງສ້າງສຳນຶກໃນຄົນໄຮ້ສຳນຶກໄດ້ດອກ, ທີ່ຖືກຕ້ອງ ເບິ່ງວ່າເຮັດແນວໃດໃຫ້ສຳນຶກເຂັດຫລາບ ແລະ ເອົາຊະນະຄົນບໍ່ດີດ້ວຍການສັ່ງສອນໃຫ້ຫລາບຈື່, ບໍ່ປ່ອຍຄົນຊົ່ວໃຫ້ລອຍນວນຕ່າງຫາກ, ແຕ່ໃນທາງປະຕິບັດຖ້າທ່ານຕ້ອງຢູ່ກັບຄົນເຫັນແກ່ໂຕແລ້ວ ໂຕ້ຕອບດ້ວຍວິທີຮຸນແຮງ ຫລື ຄິດສັ່ງສອນດ້ວຍຄຳປ້ອຍດ່າ ຫລື ການລົງໂທດໜັກໆ ສິ່ງທີ່ໄດ້ແທ້ໆແມ່ນສະໜາມຮົບ ບໍ່ແມ່ນສວນດອກໄມ້, ເຮົາຈຶ່ງອາດຕ້ອງຫັນກັບໄປພິຈາລະນານະໂຍບາຍຢູ່ກັບຄົນເຫັນແກ່ໂຕຂອງພະພຸດທະເຈົ້າກັນໃໝ່.

ການເອົາຊະນະຄວາມຂີ້ຖີ່ດ້ວຍການໃຫ້, ເອົາຊະນະຄົນບໍ່ດີດ້ວຍຄວາມດີ ເພື່ອໃຫ້ຄົນເຫັນແກ່ໂຕໃຈອ່ອນ ຄິດຢາກດີນຳ ທ່ານຕ້ອງນຶກເຖິງຄຳ 2 ຄຳ ຄື : ຮູ້ຈັກໃຫ້ໃນຈັງຫວະທີ່ພໍດີ, ດີໃນແບບທີ່ໄດ້ໃຈ ເພື່ອຈະໃຫ້ໃນຈັງຫວະທີ່ພໍດີທ່ານຕ້ອງໃຫ້ໃນແບບທີ່ເຂົາເຫັນຄ່າ, ບໍ່ແມ່ນມີເທົ່າໃດໃຫ້ໝົດ, ໃຫ້ທຸກເທື່ອ ຈົນເຂົານຶກວ່າເຮົາເກີດມາມີໜ້າທີ່ຕ້ອງໃຫ້ເຂົາ ເຊິ່ງແບບນັ້ນຈະຖືກເບິ່ງວ່າໂງ່ຫລາຍກ່ວາໃຈດີ, ທີ່ໃຫ້ແບບພໍດີ ແມ່ນການໃຫ້ເມື່ອເຂົາເດືອດຮ້ອນ ແລະ ໃຫ້ແບບທີ່ເຂົາຕ້ອງມີສ່ວນຊ່ວຍເຫລືອຕົນເອງນຳ, ໃຫ້ແບບທີ່ເຂົາເຫັນວ່າເຮົາຮ່ວມແຮງຮ່ວມໃຈຄຽງບ່າຄຽງໄຫລ່ເຂົາ, ບໍ່ຖິ້ມເຂົາໄປໃສ, ໃຫ້ເຂົາໄດ້ຈື່ຈຳພາບຄວາມຮູ້ສຶກຮ່ວມແຮງຮ່ວມໃຈ, ບໍ່ແມ່ນຈື່ຈຳວ່າເຮົາເຮັດຫຍັງໂງ່ໆໃຫ້ມັນແລ້ວໆໄປ ຄືກັບຂ້າທາດບໍລິວານ ຫລື ໜີ້ທີ່ເຖິງເວລາຊົດໃຊ້.

ຈົ່ງຝຶກໃຈໃຫ້ກວ້າງ ເມື່ອຢູ່ກັບຄົນເຫັນແກ່ໂຕ - Visit Laos Visit SALANA BOUTIQUE HOTEL - ຈົ່ງຝຶກໃຈໃຫ້ກວ້າງ ເມື່ອຢູ່ກັບຄົນເຫັນແກ່ໂຕ

ຂໍໃຫ້ນຶກເຖິງພໍ່ແມ່ທີ່ໃຫ້ລູກທຸກຢ່າງ, ເຮັດເພື່ອລູກ – ເມື່ອຍເພື່ອລູກທຸກຢ່າງ ຈົນກະທັ້ງລູກເບິ່ງວ່າພໍ່ແມ່ປຽບດັ່ງຄົນຮັບໃຊ້, ເກີດຄວາມຮູ້ສຶກຂຶ້ນມາເອງວ່າຊີວິດກໍແບບນີ້, ຢາກເຮັດໃຫ້ເຮົາເກີດມາກໍຕ້ອງເຮັດໃຫ້ເຮົາທຸກຢ່າງ ຖືວ່າສົມຄວນແກ່ເຫດຜົນທີ່ວ່າພໍ່ແມ່ລ້ຽງໃຫ້ລູກສຳຄັນໂຕຜິດ, ຄິດໃນທິດທາງທີ່ເປັນບາບອະກຸສົນຕໍ່ຕົນເອງໄປໝົດຊາດ ແລະ ເພື່ອຈະດີໃຈແບບໄດ້ໃຈ ທ່ານຕ້ອງດີໃນແບບທີ່ເຂົາຮູ້ວ່າເຮົາຕັ້ງໃຈເສຍສະຫລະ, ດີແບບບໍ່ຫວັງຜົນ, ດີແບບທີ່ເຮົາເປັນຂອງເຮົາແບບນີ້ຢູ່ແທ້ໆ ແລ້ວຢາກຖືເອົາເປັບແບບຢ່າງນຳ.

ຂໍໃຫ້ຮູ້ວ່າມະນຸດເຮົາມັກຄວາມສຸກອັນເກີດຈາກການເສຍສະຫລະ ເພາະຄວາມຮູ້ສຶກອັນເກີດຈາກການເສຍສະຫລະແມ່ນການຖອດຊຸດເກາະໜັກໆແຫ່ງຄວາມຂີ້ຖີ່ອອກຈາກໃຈ ຖອດໄດ້ແລ້ວເບົາສະບາຍດີ ເສຍແຕ່ວ່າບໍ່ຄ່ອຍມີແບບຢ່າງດີໆເປັນແຮງບັນດານໃຈ, ມີແຕ່ຕົ້ນແບບບໍ່ດີໃຫ້ຂາດສັດທາກັນ, ຂໍໃຫ້ນຶກເຖິງຄົນທີ່ເຮັດເພື່ອສັງຄົມໂດຍບໍ່ຫວັງຜົນ ຖ້າເຂົາບໍ່ເປີດໂອກາດໃຫ້ຄົນທົ່ວໂລກໄດ້ຮ່ວມ ກໍຈະບໍ່ເກີດຜົນສຳເລັດຕໍ່ການກະທຳເຫລົ່ານັ້ນ ແລະ ຄວາມດີທີ່ຖືກໃຈຄົນເຫັນແກ່ໂຕ ກໍບໍ່ໄດ້ໝາຍເຖິງການມີແຕ່ໃຫ້ອະໄພ, ໃຫ້ອະໄພ, ໃຫ້ອະໄພ ບໍ່ວ່າຄົນເຫັນແກ່ໂຕຈະເຮັດຫຍັງບໍ່ດີໃສ່ໂຕຫລາຍປານໃດ.

ແຕ່ໝາຍເຖິງເປັນໂຕຢ່າງຄວາມດີທີ່ມີຢູ່ແທ້ ແລະ ຊ່ວຍກະຕຸ້ນໃຫ້ຮູ້ສຶກຂຶ້ນມາແທ້ໆວ່າຄົນດີບໍ່ແມ່ນຄົນທີ່ໃຈອ່ອນ, ຍອມໂງ່ເສຍປຽບ, ແຕ່ຄົນດີແມ່ນຄົນທີ່ມີຄວາມສະຫງ່າງາມດ້ວຍສະຕິທີ່ເຂັ້ມແຂງພໍຈະບໍ່ເຮັດໂລກທີ່ຮ້າຍຢູ່ແລ້ວໃຫ້ຮ້າຍຂຶ້ນໄປຕື່ມ ໂຕຢ່າງເຊັ່ນ : ເຂົາເຮັດຜິດມາ, ເຮົາຮ້ອງຟ້ອງ, ເມື່ອເຂົາຂໍອະໄພຈາກໃຈ ເຮົາກໍຖອນຟ້ອງ ບໍ່ເອົາເລື່ອງ ແບບນີ້ເຂົາຈະເບິ່ງວ່າ ເຮົາເອົາຄືນໄດ້ ແຕ່ບໍ່ເຮັດ ເປັນຕົ້ນ, ແຕ່ຖ້າຕ້ອງຢູ່ກັບຄົນເຫັນແກ່ໂຕ, ໃກ້ຊິດຕິດແທດກັນຈົນເຖິງຂັ້ນເຮັດໃຫ້ທ່ານຮູ້ສຶກຄືຕົກໝໍ້ນະຮົກ, ດູດແສງບຸນແສງກຸສົນອອກໄປຈາກໂຕເຮົາໄດ້ຈົນໝົດກ້ຽງແບບນັ້ນ ສິ່ງທຳອິດທີ່ຕ້ອງເຮັດທັນທີບໍ່ແມ່ນເປັນການພະຍາຍາມຫາທາງປ່ຽນແປງເຂົາ, ແຕ່ຕ້ອງຫາວິທີຢູ່ກັບເຂົາ ໂດຍບໍ່ສູນເສຍຄວາມເປັນເຮົາ, ເຂົາຮ້າຍມາແນວໃດ ເຮົາດີໄປກົງກັນຂ້າມແບບນັ້ນ ເຖິງທ່ານບໍ່ອາດຈະປ່ຽນເຂົາ ຢ່າງໜ້ອຍໝໍ້ນະຮົກກໍຈະບໍ່ດູດທ່ານເຂົ້າໄປກັບເຂົານຳ.

ຈົ່ງຝຶກໃຈໃຫ້ກວ້າງ ເມື່ອຢູ່ກັບຄົນເຫັນແກ່ໂຕ - 3 - ຈົ່ງຝຶກໃຈໃຫ້ກວ້າງ ເມື່ອຢູ່ກັບຄົນເຫັນແກ່ໂຕ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!