20 ກໍລະກົດ 1954 ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ

20 ກໍລະກົດ 1954 ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ - Time fo an Adventure 2020 07 21T153715 - 20 ກໍລະກົດ 1954 ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ
20 ກໍລະກົດ 1954 ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ - kitchen vibe - 20 ກໍລະກົດ 1954 ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ

ວັນ​ທີ 8/5/1954, ມື້ຫນຶ່ງພາຍຫລັງ​ໄດ້​ຮັບໄຊຊະນະ​ດ້ຽນບຽນ​ຝູ, ກອງ​ປະຊຸມ​ເຊີ​ແນວ​ຢຸດຕິ​ສະພາວະ​ການ​ຮົບ ​ແລະ ສ້າງສັນ​ຕິ​ພາບ​ຢູ່​ອິນດູຈີນ​ຄືນ​ໃຫມ່ຖືກ​ໄຂ​ຂຶ້ນ. ພາຍຫລັງ 75 ​ມື້​ແຫ່ງ​ການເຈລະຈາ​ ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ພົບ​ປະ​ທາງ​ການ​ທູດ​ຢ່າງ​ລຽນຕິດ, ວັນ​ທີ 20/7/1954, ສັນ​ຍາ ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສະພາວະ​ການ​ຮົບຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ຮັບ​ການ​ລົງ​ນາມ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​, ບັນດາ​ປະ​ເທດ​​ໃຫຍ່​ໄດ້​ຍອມຮັບ​ຮູ້​ບັນດາ​ສິດ​​ແຫ່ງ​ຊາດພື້ນຖານ​ຂອງ​ຫວຽດນາມ ຊື່​ງລວມມີ: ​ເອກະລາດ, ອະທິປະ​ໄຕ​,​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ລັດຖະບານ ຝລັ່ງ ຕ້ອງ​ຖອນ​ກຳລັງທະຫານ​ອອກ​ຈາກ​ຫວຽດນາມ.

ກອງ​ປະຊຸມ​ເຊີ​ແນວ ກ່ຽວ​ກັບ​ອິນດູຈີນ ​ໂດຍ​ມີ​ການ​ເຂົ້າ​ຮວ່ມຂອງ​ 9 ຄະນະ​ຜູ້​ແທນຢ່າງ​ເປັນ​ທາງ​ການ​ຄື: ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ສະຫະພາບ​​ໂຊ​ວຽດ​ເກົ່າ, ຈີນ, ສາທາລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ, ລາຊະ​ອານາຈັກ​ລາວ, ລາຊະ​ອານາ​ຈັກ ກຳປູ​ເຈຍ ​ແລະ ອຳນາດ​ການ​ປົກຄອງ ບ໋າວດ້າຍ. ສັນຍາ ​ເຊີ​ແນວ ​ໄດ້​ຮັບ​ການ​ລົງ​ນາມ ດ້ວຍ​ບັນດາ​ເອກະສານ​ຕົ້ນຕໍ​ຄື: ຖະ​ແຫລ​ງການ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ເຊີ​ແນວ ກ່ຽວ​ກັບ​ບັນຫາ​ສ້າງສັນ​ຕິ​ພາ​ບຢູ່ ອິນດູຈີນ ຄືນ​ໃຫມ່, ສັນຍາ 3 ສະບັບ​ກ່ຽວ​ກັບ​ການ​ຢຸດຕິ​ສະພາວະ​ການ​ຮົບ ຢູ່ ຫວຽດນາມ ,ລາວ, ກຳປູ​ເຈຍ. ສັນຍາ​ໄດ້​ຮັບ​ຮູ້​ບັນດາ​ປະ​ເທດ​ມີ​ຄຳ​ໝັ້ນ​ສັນຍາ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່​ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ ​ແລະ ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ຫວຽດນາມ; ຂີດ​ຂັ້ນ​ການ​ທະຫານ(​ເສັ້ນ​ຂະຫນານ 17) ພຽງ​​ແຕ່ມີ​ຄວາມ​ໝາຍ​ຊົ່ວ​ຄາວ​ເທົ່າ​ນັ້ນ ຫາກ​ບໍ່​ໄດ້​ຮັບ​ຖື​ວ່າ ​ແມ່ນ​ເສັ້ນ​ຂີດ​ຂັ້ນ​ທາງດ້ານ​ການ​ເມືອງ ຫລື​ຜືນ​ແຜ່ນດິນ ​ແລະ ຫວຽດນາມ ຈະ​ຈັດ​ຕັ້ງ​ການ​ເລືອກຕັ້ງ​ທົ່ວ​ປະ​ເທດ​​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ເດືອນ 7/1956.

20 ກໍລະກົດ 1954 ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ - Visit Laos Visit SALANA BOUTIQUE HOTEL - 20 ກໍລະກົດ 1954 ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ

        ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຊົນ​ຊາດ ​ແມ່ນ​ຈຸດໝາຍ, ​ແມ່ນ​ຫລັກການ​ສູງ​ສຸດ

ທີ່​ກອງ​ປະຊຸມ​ເຊີ​ແນວ, ​ເປັນ​ຄັ້ງ​ທຳ​ອິດ​ພື້ນຖານ​ການ​ທູດ​ທີ່​ຫນຸ່ມ​ແຫນ້ນ​ຂອງ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ເຈລະຈາ​ຫລາຍ​ຝ່າຍ​ທີ່​ສັບສົນ, ຖືກ​ການ​ຄອບ​ງຳ​ຈາກ​ບັນດາ​ປະ​ເທດ​ໃຫຍ່​. ​ໃນ​ສະພາບ​ການ​ນັ້ນ, ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຊົນ​ຊາດ ​ແມ່ນ​ບ່ອນ​ອີງ​ໃຫ​້​ແກ່​ວຽກ​ງານ​ຕໍ່ສູ້​ທາງ​ການ​ທູດ, ຫວຽດນາມ​ໄດ້ຕໍ່ສູ້​ໃຫ້​ແກ່​ມາດ​ຕະການ​ຮອບດ້ານ, ຖື​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແມ່ນ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ແລະ ​ແມ່ນ​ຈຸດໝາຍ​ພື້ນຖານ​ຕ້ອງ​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ເຊີ​ແນວ.

​ໂດຍ​ຢືດໝັ້ນ​ຈຸດໝາຍ​ນີ້, ຫວຽດນາມ ​ໄດ້​ຕໍ່ສູ້​ໃຫ້​ນັບ​ທັງ​ມາດ​ຕະການ​ດ້ານ​ການ​ທະຫານ ​ແລະ ການ​ເມືອງ. ​ແນວ​ຮົບ​ດ້ານ​ການ​ທະຫານ​ແມ່ນ​ຢຸດຍິງ, ຖອນ​ກຳລັງ​ທະຫານ​ຕ່າງປະ​ເທດ​ອອກ​ຈາກ​ຫວຽດນາມ ​ແລະ ສ້າງສັນ​ຕິ​ພາບ​ຢູ່​ອິນດູຈີນ ຄືນ​ໃຫມ່. ​ແນວ​​ຮົບການ​ເມືອງ ​ແມ່ນ​ຮັບປະກັນ​ສັນຕິພາບ, ​ເອກະລາດ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ, ຢຸດຕິ​ລະບອບ​ຫົວ​ເມືອງ​ຂຶ້ນ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ຢູ່ ອິນ​ດູຈີນ.

ແຫລ່ງຂ່າວ: VOV5.vn

20 ກໍລະກົດ 1954 ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ - 4 - 20 ກໍລະກົດ 1954 ສັນ​ຍາ​ເຊີ​ແນວ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມຢູ່ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!