12 ຂໍ້ສື່ໄດ້ວ່າແມ່ຍິງຄົນນີ້ເປັນຄົນສະຫລາດຫລາຍ
July 18, 2020 - 2:33 PM


ທຸກມື້ນີ້ຄວາມງາມເປັນສິ່ງໜຶ່ງທີ່ຫລາຍຄົນເບິ່ງແມ່ຍິງເປັນອັນດັບທຳອິດ ມັນເປັນປັດໄຈພາຍນອກ ທີ່ບໍ່ວ່າແມ່ຍິງດ້ວຍກັນ ຫລື ຜູ້ຊາຍກໍມັກທີ່ຈະເບິ່ງ ແລະ ຢາກຈະເຂົ້າໄປເຮັດຄວາມຮູ້ຈັກ ແລະ ດ້ວຍຄວາມຫລົງໄຫລໃນສະເໜ່ແຮກພົບໄປແລ້ວ, ແຕ່ກໍບໍ່ແມ່ນວ່າແມ່ຍິງງາມທຸກຄົນຈະໜ້າຄົບຫາ ຫລື ໜ້າຮັກໄປໝົດທຸກຄົນ ຫາກທ່ານເປັນຜູ້ຊາຍຄົນໜຶ່ງທີ່ກຳລັງຢາກຈະລົມສາວງາມ ຂໍໃຫ້ເບິ່ງຜ່ານໃນຈຸດນີ້ໄປໄດ້ເລີຍ ແລ້ວພິຈາລະນາແມ່ຍິງສະຫລາດ ທີ່ມີຄຸນສົມບັດດັ່ງຕໍ່ໄປນີ້ຈະດີກ່ວາ.
- ເຖິງຈະເວົ້າບໍ່ເກັ່ງ, ແຕ່ນາງມີວິທີການສະແດງອອກທີ່ຄົນເຂົ້າໃຈ : ນາງໃຫ້ກຽດຄົນອື່ນທີ່ບໍ່ລື້ງເຄີຍ ໂດຍການເປັນຜູ້ຟັງທີ່ດີ ເພື່ອສັງເກດວ່າເຂົາຜູ້ນັ້ນມັກຫຍັງ, ມີທັດສະນະຄະຕິແນວໃດ, ເພື່ອຈະຫາຊ່ອງທາງທີ່ເອົາໃຈໃສ່ໄດ້ຖືກ ແລະ ເຖິງວ່ານາງຈະເປັນຄົນເວົ້າບໍ່ເກັ່ງ ແຕ່ວິທີການສະແດງອອກຮັບຮອງໄດ້ເລີຍວ່າຄົນທີ່ຢູ່ນຳຈະຮູ້ສຶກວ່າມີຄວາມສຳຄັນໃນສາຍຕາຂອງນາງແນ່ນອນ.
- ເວົ້າມ່ວນ ບໍ່ສຳຄັນເທົ່າຮູ້ກາລະເທສະ : ໃນຍຸກສະໄໝນີ້ແມ່ຍິງອ່າວຈະເວົ້າຫຍາບຄາຍຂຶ້ນແດ່, ແຕ່ກໍບໍ່ແມ່ນຈະເປັນແບບນີ້ໝົດທຸກຄົນ ແມ່ຍິງສະຫລາດມັກຈະຮູ້ດີວ່າຢູ່ກັບໃຜຄວນຈະເວົ້າແບບໃດ ເຖິງນາງຈະຫຍາບຄາຍ ນາງກໍຮູ້ເລືອກສະຖານະການ, ຮູ້ແກ່ໃຈວ່າມັນເປັນສິ່ງບໍ່ດີ ແລະ ເມື່ອໃດກໍຕາມທີ່ນາງເວົ້າຈາເປັນປົກກະຕິ ນາງມັກໃຫ້ຄວາມສຳຄັນກັບຄົນທີ່ກຳລັງເວົ້າຢູ່ສະເໝີ.
- ເມື່ອເປີດໂອກາດໃຫ້ສະແດງອອກ ນາງຈະຫລີກເວັ້ນວິທີທີ່ທຳຮ້າຍຄົນອື່ນ : ເຖິງວ່າທ່ານຈະເຜີສະແດງກິລິຍາບໍ່ດີໃສ່ນາງ ນາງກໍຈະບໍ່ໂຕ້ຕອບແບບບໍ່ດີກັບໄປ, ແຕ່ມັນກົງກັນຂ້າມ ນາງຈະພະຍາຍາມເຕືອນດ້ວຍຄວາມສຸພາບ ໃນແບບທີ່ທຳລາຍນຳ້ໃຈລະຫ່ວາງກັນໜ້ອຍທີ່ສຸດ ໃຫ້ຄົນທີ່ກຳລັງເຮັດຜິດຮູ້ໂຕໄດ້ດີທີ່ສຸດ ໂດຍບໍ່ຈຳເປັນຕ້ອງຫາສຽງໂຫວດ ເພື່ອໃຫ້ໃຜຕ້ອງເສຍໜ້າແຕ່ຢ່າງໃດເລີຍ.
- ອັນໃດທີ່ພໍຈະເຮັດໄດ້ ນາງມັກຈະເຮັດເອງ : ສຸພາບບູລຸດໃນນິຍາມຂອງແມ່ຍິງສະຫລາດມັກຈະໝາຍເຖິງຜູ້ຊາຍທີ່ຍາງຂ້າງໆກັນ, ຊ່ວຍເຫລືອກັນຄົນລະໄມ້ລະມື, ແຕ່ບໍ່ໄດ້ໝາຍເຖິງແມ່ຍິງຕ້ອງໃຊ້ສິດ ແມ່ຍິງຕ້ອງມາກ່ອນ ເພື່ອໃຫ້ຜູ້ຊາຍມາຊ່ວຍເຫລືອໂດຍທີ່ບໍ່ຕ້ອງເຮັດຫຍັງເລີຍ. ອັນໃດທີ່ນາງພໍຈະເຮັດໄດ້ ນາງບໍ່ລັງເລທີ່ຈະເຮັດເອງ ຫາກມັນສຸດກຳລັງແທ້ໆ ນາງຈຶ່ງຈະຂໍໃຫ້ຄົນອື່ນຊ່ວຍ.
- ເມື່ອມີບັນຫາ ນາງໃຈເຢັນພໍທີ່ຈະບໍ່ສ້າງຄວາມວຸ້ນວາຍ : ແມ່ຍິງສະຫລາດມັກມີສະຕິພໍທີ່ຈະໄຈ້ແຍກໄດ້ວ່າ ຄວາມຊື່ບໍ່ຈຳເປັນຕ້ອງແຮງ ອັນໃດທີ່ອອກໂຕແຮງກ່ອນ ບາງເທື່ອອາດໃຫ້ໂທດໄດ້ ສະນັ້ນ ນາງຈຶ່ງເລືອກທີ່ຈະເກັບຂໍ້ມູນງຽບໆໃຫ້ຮອບດ້ານກ່ອນທີ່ຈະເວົ້າຫຍັງອອກມາ ນາງຖືວ່າ ຫົວທີຫລັງດັງກ່ວາ.
- ນາງກ້າພໍທີ່ຈະຮັບຄວາມຜິດ ຫລື ຄວາມຜິດຫວັງ ຫາກນາງເປັນຝ່າຍຜິດ : ນາງຈະບໍ່ລັງເລທີ່ຈະຂໍໂທດທັນທີ ໂດຍບໍ່ບີບນຳ້ຕາລູກແມ່ຍິງ ແລະ ຖ້າພົບກັບຄວາມຜິດຫວັງ ຫລື ຕ້ອງຖືກບອກເລີກລາ ສະບາຍໃຈໄດ້ທີ່ຈະບອກຄວາມຈິງກັບນາງໂດຍກົງ ເພາະສິ່ງທີ່ນາງບໍ່ມັກທີ່ສຸດແມ່ນການຕົວະ.
- ຖ້າທ່ານເປັນຜູ້ຕາມຫລັງ ນາງຈະບໍ່ເຮັດໃຫ້ຮູ້ສຶກເສຍໜ້າ : ຫາກທ່ານເປັນຜູ້ນຳ ນາງຈະເປັນຜູ້ຕາມຫລັງທັນທີ ໂດຍບໍ່ຮູ້ສຶກວ່າກຳລັງເປັນຄູ່ແຂ່ງກັນ. ການໃຫ້ກຽດຄົນອື່ນເປັນສິ່ງທີ່ເຮັດໃຫ້ນາງມີແຕ່ຄົນເປັນມິດ, ນາງມັກໃຫ້ຄວາມສຳຄັນຕໍ່ທຸກຄົນຢ່າງເທົ່າທຽມກັນ ເຖິງວ່າຈະມີຕຳແໜ່ງທີ່ຕ່າງກັນ, ໃຜທີ່ຢູ່ນຳມັກຈະໄດ້ຮັບຄວາມຮູ້ສຶກດີຈາກນາງສະເໝີ ຫາກທ່ານກຳລັງຫລິ້ນມຸກຂີ້ດື້ຢູ່ ນາງຮູ້ ແຕ່ນາງເລືອກທີ່ຈະບໍ່ສະແດງອອກຢ່າງໂຈ່ງແຈ້ງເກີນໄປ ນາງຈະມີວິທີສະແດງອອກທີ່ດີກ່ວານັ້ນ ໃນແບບທີ່ທ່ານບໍ່ຮູ້ສຶກອາຍ ຫລື ເສຍໜ້າ.
- ເປັນນັກປັບໂຕທີ່ດີ : ບໍ່ເຄີຍຢຸດນິ້ງ ຫລື ຍອມຈຳນົນກັບຫຍັງໄດ້ງ່າຍໆ ໃນເວລາປົກກະຕິສຸກ ນາງມັກຈະແນມຫາຄວາມມ່ວນທີ່ຫລາຍກ່ວານັ້ນ, ໃນເວລາທີ່ເປັນທຸກ ນາງກໍມັກຈະມີທາງອອກທີ່ຫລາກຫລາຍ ເອີ້ນງ່າຍໆວ່ານາງເປັນຄົນເບິ່ງໂລກໃນແງ່ດີສະເໝີ.
- ນາງຈະບໍ່ຢ້ານຄວາມລຳບາກ : ແມ່ຍິງສະຫລາດຈະບໍ່ຍອມປ່ອຍຕົນເອງໃຫ້ຢູ່ໃນຄ່ານິຍົມແບບໃດຊຳ້ຊາກ ເຖິງວ່ານາງຈະມີບຸກຄະລິກໜຶ່ງທີ່ເປັນບຸກຄະລິກປະຈຳໂຕນາງ, ແຕ່ກໍຈະບໍ່ກັງວົນເລີຍ ຫາກຈະຕ້ອງປັບໂຕໃຫ້ເຂົ້າກັບຫລາຍໆສະຖານະການ ບາງເທື່ອກໍກຽດຄ້ານແຕ່ງໜ້າ ນາງຈະລຸຍໆແມນໆ ນາງບໍ່ມັກຂັງຕົນເອງໄວ້ໃນຂອບໃດຂອບໜຶ່ງ.
- ນາງບໍ່ເຄີຍປິດກັ້ນ : ແມ່ຍິງສະຫລາດຈະເບິ່ງເຫັນຄວາມກຸ້ມຄ່າຈາກການກ້າໄດ້ກ້າເສຍ ແລະ ຖ້າສິ່ງໃດທີ່ນາງຄິດດີແລ້ວວ່ານາງຈະດູແລຕົນເອງໄດ້ ນາງກໍບໍ່ລັງເລທັນທີທີ່ຈະຕອບຕົກລົງ, ແຕ່ຫາກວ່າສິ່ງໃດທີ່ນາງຄິດແລ້ວວ່າມັນບໍ່ກຸ້ມຄ່າ ນາງກໍບໍ່ລັງເລທີ່ຈະປ່ອຍໄປ ເອີ້ນງ່າຍໆກໍຄື ແມ່ຍິງສະຫລາດມັກມີຄວາມເປັນໃຈນັກເລງຢູ່ໃນໂຕສະເໝີ.
- ນາງສະຫລາດແບບທີ່ບໍ່ຕ້ອງອວດສະຫລາດ : ທ້າຍທີ່ສຸດ ຄຸນສົມບັດທີ່ສຳຄັນທີ່ຈະເບິ່ງວ່າແມ່ຍິງຄົນນັ້ນສະຫລາດຫລືບໍ່ ກໍຄື ການເບິ່ງການສະແດງອອກຂອງນາງໃນພາບລວມວ່າ ນາງມີດີຫຍັງ ແລະ ຕ້ອງເປັນສິ່ງທີ່ຄົນອ້ອມໂຕຮັບຮູ້ເຖິງໂຕຕົນໄດ້ ໂດຍທີ່ເຈົ້າໂຕບໍ່ຈຳເປັນຕ້ອງອວດ ເອີ້ນຄະແນນ ຫລື ຮຽກຮ້ອງຄວາມສົນໃຈໃດໆ, ສະເໜ່ຂອງແມ່ຍິງຢ່າງໜຶ່ງ ແມ່ນການບໍ່ເປີດເຜີຍໂຕຕົນໃຫ້ຫລາຍ ຄືກັບເພັດທີ່ມີປະກາຍຢູ່ໃນໂຕ.
- ທັດສະນະຄະຕິຂອງນາງ ເລີ່ມຈາກການສະແດງຄວາມເຫັນທີ່ເປັນກາງ :ຖ້າເປີດໂອກາດໃຫ້ນາງສະແດງຄວາມເຫັນເລື່ອງໃດຈັກເລື່ອງ ບໍ່ວ່າຈະແມ່ນເລື່ອງທີ່ນາງຊຳນານຫລືບໍ່ ນາງມັກຈະຂໍເວລາເບິ່ງໃຫ້ຮອບດ້ານຈັກໄລຍະໜຶ່ງກ່ອນ ແລ້ວຄ່ອຍເບິ່ງໃນດ້ານທີ່ນາງຮູ້ສຶກມັກໃນໃຈ ຖ້າທ່ານມີຄວາມເຫັນທີ່ຂັດໃຈນາງແດ່ ນາງກໍມີຄວາມສາມາດທີ່ຈະພັດທະນາ ຫລື ຫລຸດຜ່ອນໃຫ້ເບົາບາງລົງຈົນໜ້າຟັງໄປໝົດ ແລະ ໃນບາງເທື່ອ ກໍບໍ່ຮູ້ໂຕເລີຍວ່ານາງກຳລັງກ່ອມທ່ານໃຫ້ເຫັນດີເຫັນງາມຕາມນາງຢູ່.