ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ -                                                                       4                                               17 - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ
ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ - kitchen vibe - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ -                                                                       4                                               18 300x169 - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

ໃນວັນທີ 17 ກໍລະກົດນີ້, ພຣະຍອດຄຳ ພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ) ຄະນະບໍລິຫານງານປະຈຳຫ້ອງການ, ຫົວໜ້າກຳມາທິການ ການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໃນນາມຄະນະກຳມະການ ຝ່າຍປະສານງານ ແລະປະຊາສໍາພັນງານບຸນພິທີສະເຫລີມສະຫລອງພຣະບໍຣົມມະຮູບເໝືອນສົມເດັດ ພຣະໄຊຍະເຊດຖາທິຣາດເຈົ້າ ພຣະວີຣະມະຫາຣາດ ຂໍຂ່າວບຸນກຸສົນ ມາຍັງບັນດາທ່ານ ສັດທາອອກຕົນຍາດໂຍມ ພຸດທະສາສະນິກະຊົນລາວ ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ, ເພື່ອເຊີນຊວນເຂົ້າຮ່ວມງານບຸນສະເຫລີມສະຫລອງພຣະບໍຣົມມະຮູບເໝືອນ ສົມເດັດພຣະໄຊຍະເຊດຖາ ທຳມິກະຣາດເຈົ້າ ພຣະວີຣະມະຫາຣາດຊົງຊ້າງ ທີ່ຫລໍ່ດ້ວຍທອງເຫລືອງ ເຊິ່ງໄດ້ທໍາການຫລໍ່ສໍາເລັດຮຽບຮ້ອຍແລ້ວ. ກ່ອນທີ່ຈະໄດ້ອັນເຊີນໄປປະດິດສະຖານໄວ້ເທິງພຣະແທ່ນອະນຸສາວະລີພຣະເຈົ້າໄຊເຊດຖາ ແລະ ຫໍພິພິດທະພັນພຣະເຈົ້າໄຊເຊດຖາ ທີ່ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ຈຶ່ງໄດ້ມີພິທີບໍາເພັນບຸນກຸສົນສະເຫລີມສະຫລອງພຣະບໍຣົມມະຮູບເໝືອນຊົງຊ້າງນີ້ກ່ອນ.

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ - Visit Laos Visit SALANA BOUTIQUE HOTEL - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ - 109203889 1605441369632471 364514004098262201 o 300x180 - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ ເປັນຮູບປັ້ນທີ່ຫລໍ່ດ້ວຍທອງເຫລືອງ, ໂດຍເລີ່ມການກໍ່ສ້າງປັ້ນຫລໍ່ຂຶ້ນຕັ້ງແຕ່ປີ 2014 ເຖິງປັດຈຸບັນໄດ້ທໍາການຫລໍ່ສໍາເລັດຮຽບຮ້ອຍແລ້ວ.

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ - 55 2 300x203 - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

ເຊິ່ງພິທີງານບຸນສະເຫລີມສະຫລອງຈະຈັດຂຶ້ນທີ່ຫໍທຳມະສະພາ ວັດພຣະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ຕັ້ງແຕ່ ວັນທີ 21-26 ກໍລະກົດນີ້ຄື:

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ - 77 1 203x300 - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

ວັນທີ 2125 ກໍລະກົດ 2020

  • ໃນທຸກໆ ວັນຕັ້ງແຕ່ ເວລາ 08:00 ໂມງ ຍາດໂຍມຮ່ວມບຸນໂມທະນາທານ ທີ່ຫໍທຳມະສະພາ ວັດພຣະທາດຫລວງເໜືອ ເມືອງໄຊເຊດຖາ ເສີມບຸນປາຣະມີ ທີ່ຮູບເໝືອນພຣະເຈົ້າໄຊເຊດຖາຊົງຊ້າງ.
  • ເວລາ 11:00 ໂມງ ພຣະສົງ ສັນເພນ ອອກຕົນຍາດໂຍມຮັບປະທານອາຫານທ່ຽງ.
  • ເວລາ 17:00 ໂມງ ຟັງສູດປະຣິດຕະມຸງຄຸນ ຟັງທຳມະເທສະຫນາປາຣະມີ 30 ທັດ ເພື່ອເສີມບຸນປາຣະມີຈາກພຣະສົງ 16 ອົງ.
  •  ເວລາ 19:30 ໂມງ ນຸ່ງຂາວຫົ່ມຂາວ ໄຫວ້ພຣະສູດມົນ ຈະເຣີນສະມາທິພາວະນາ ຟັງທຳມະເທສະໜາ ຈົນສົມຄວນແກ່ເວລາ ແລ້ວພັກຜ່ອນ.

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ - 33 300x203 - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

ວັນເສົາ ວັນທີ 26 ກໍລະກົດ 2020

  • ເວລາ 07:00 ໂມງ ພິທີຕັກບາດ ຖວາຍທານ ແດ່ພຣະສົງ 39 ອົງ ຄົບອາຍຸ ພຣະເຈົ້າໄຊຍະເຊດຖາ ທີ່ ຫໍທຳມະສະພາ ວັດພຣະທາດຫລວງ ເໜືອ ນະຄອນຫລວງວຽງຈັນ ເປັນອັນຈົບພິທີບໍາເພັນບຸນ ສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນ ສົມເດັດພຣະເຈົ້າໄຊຍະເຊດຖາ ທີ່ ນະຄອນຫລວງວຽງຈັນ ແລະ ກຽມທີ່ຈະອັນເຊີນ ເຄື່ອນຍ້າຍໄປປະດິດສະຖານໄວ້ ທີ່ ອະນຸສາວະລີ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ເຊິ່ງ ຜ່ານແຂວງຕ່າງໆ ແລະມີການຮ່ວມບໍາເພັນບຸນສະເຫລີມສະຫລອງ ໃນແຂວງຕ່າງໆ ທີ່ຜ່ານໄປນັ້ນ.

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ - 88 1 203x300 - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

ໃນບັນດາແຂວງ ທີ່ຜ່ານໄປນັ້ນ ຈະມີການປະກອບພິທີບໍາເພັນບຸນກຸສົນ 1 ຄືນ ຄື:

  • ສະເຫລີມສະຫລອງທີ່ ແຂວງບໍລິຄໍາໄຊ ໃນວັນທີ 27 ກໍລະກົດ 2020
  • ສະເຫລີມສະຫລອງ ທີ່ ແຂວງຄໍາມ່ວນ ໃນວັນທີ 28 ກໍລະກົດ 2020
  • ສະເຫລີມສະຫລອງ ທີ່ ແຂວງສະຫວັນນະເຂດ ໃນວັນທີ 29 ກໍລະກົດ 2020
  • ສະເຫລີມສະຫລອງ ທີ່ ແຂວງຈໍາປາສັກ ໃນວັນທີ 30 ກໍລະກົດ 2020
  • ສະເຫລີມສະຫລອງ ທີ່ ແຂວງອັດຕະປື ໃນວັນທີ 31 ກໍລະກົດ 2020 ແລະ ຈະຍົກຂຶ້ນພຣະແທ່ນປະດິດສະຖານໄວ້ ພ້ອມທັງບໍາເພັນບຸນກຸສົນຖວາຍທານ ໃນວັນທີ 1 ສິງຫາ 2020 ເປັນອັນຈົບພິທີການອັນເຊີນ ພຣະບໍຣົມມະຮູບເໝືອນພຣະເຈົ້າໄຊຍະເຊດຖາທິຣາດ ໄປປະດິດສະຖານ ໄວ້ທີ່ພຣະແທນ ອະນຸສາວະລີ ແຂວງ ອັດຕະປື ແລະຈະມີກໍາຫນົດການ ງານບຸນສົມໂພດ ຮູບເໝືອນດັ່ງກ່າວ ເຊິ່ງທາງຄະນະກຳມະການ ຈະແຈ້ງໃຫ້ ຊາວໃນພາຍຫຼັງ.

ນອກນັ້ນ, ກໍສາມາດສອບຖາມລາຍລະອຽດໄດ້ທີ່ຫ້ອງການບໍລິຫານງານ ສູນກາງ ອພສ ວັດພຣະທາດຫລວງເຫນືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ໂທລະສັບ 020-55777352, 020-95925635, ພຣະຍອດຄໍາ ປອ. ພວງປະເສີດ 020-55454669 ທ່ານນາງສິລິວັນ ປັດທໍາມະວົງ 020-55520640.

ດັ່ງນັ້ນ ຈຶ່ງຂໍບອກຂ່າວບຸນມາຍັງບັນດາ ພຣະສົງສາມະເນນ ສັດທາສາທຸຊົນພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ທີ່ມີຄວາມເຫລື້ອມໃສສັດໃນພຣະພຸດທະສາສະໜາ ແລະ ມີຄວາມກະຕັນຍູກະຕະເວທີຕໍ່ບັນພະບຸຣຸດ ຄື ພຣະມະຫາຣາດເຈົ້າ ສົມເດັດພຣະໄຊຍະເຊດຖາທິຣາດ ໄດ້ຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ ໃນຄັ້ງນີ້ຕາມກໍາຫນົດການທີ່ແຈ້ງມານັ້ນເທີ້ນ.

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ - 109203889 1605441369632471 364514004098262201 o 300x180 - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ

 

ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ - 3 - ເຊີນຮ່ວມບຸນກຸສົນ ງານບຸນສະເຫລີມສະຫລອງ ພຣະບໍຣົມມະຮູບເໝືອນຊົງຊ້າງຂອງສົມເດັດພຣະໄຊຍະເຊດຖາທິຣາດເຈົ້າ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!