ຈາລຶກປະຫວັດສາດປະທານ ສຸພານຸວົງ ໂຕນຄຸກ


ໂດຍ: ທິດກໍ່າ
ໃນຄວາມເປັນຈິງແລ້ວ, ເວົ້າເຖິງຄວາມຂັດແຍ່ງລະຫວ່າງຝ່າຍວຽງຈັນກັບຝ່າຍແນວລາວຮັກຊາດແມ່ນມີມາແຕ່ສະໄໝຊຸມປີ 1940 ຖືວ່ານັບແຕ່ຍຸກສົງຄາມຕ້ານການຮຸກຮານຈາກຝຣັ່ງມາຕໍ່ໃສ່ຍຸກອາເມລິກາ ຈົນມາຮອດປີ 1959 ຄວາມຂັດແຍ່ງກໍຍິ່ງທະວີຄູນຈົນເປັນເຫດໃຫ້ຝ່າຍວຽງຈັນຫາວິທີຈັບຜູ້ນຳແນວລາວຮັກຊາດເຂົ້າຄຸກເຖິງຈຳນວນ 16 ທ່ານດ້ວຍກັນ. ໜຶ່ງໃນຈຳນວນ 16 ທ່ານທີ່ຖືກຈັບກໍມີທ່ານ ປະທານ ສຸພານຸວົງ ທີ່ເປັນຜູ້ນຳສຳຄັນທ່ານໜຶ່ງຂອງຝ່າຍແນວລາວຮັກຊາດ. ນອກຈາກທ່ານປະທານ ສຸພານຸວົງ ແລ້ວ ຍັງມີທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ພູນ ສີປະເສີດ, ທ່ານ ສີທົນ ກົມມະດໍາ, ທ່ານ ສິງກະໂປ ສີໂຄດຈຸນລະມະນີ, ທ່ານ ໝື່ນ ສົມວິຈິດ, ທ່ານ ສີຊະນະ ສີສານ, ທ່ານ ມາ ໄຂຄຳພິທູນ, ທ່ານ ຄຳຜາຍ ບຸບຜາ, ທ່ານ ບົວສີ ຈະເລີນສຸກ, ທ່ານ ມະຫາສົມບູນ ວົງໜໍ່ບຸນທຳ, ທ່ານ ເພົ້າ ພິມມະຈັນ, ທ່ານ ຄຳເພັດ ພົມມະວັນ, ທ່ານ ພູເຂົາ ແລະ ທ່ານ ມານະ ວົງອິສານ.
ສ່ວນຕົ້ນປາຍສາເຫດທີ່ຖືກຈັບນັ້ນ ກໍແມ່ນຍ້ອນມີການລວມລາວເພື່ອສ້າງຄວາມຖືກຕ້ອງປອງດອງຊາດ ເພາະໃນຜ່ານມາ ສອງຝ່າຍຕ່າງກໍມີອຸດົມການ ແລະ ມີຄວາມຂັດແຍ່ງມາດົນນານ ດັ່ງທີ່ເວົ້າມາຂ້າງເທິງ. ອັນສຳຄັນທີ່ສຸດການລວມລາວກໍເພື່ອປະຕິບັດຕາມສັນຍາເຊີແນວທີ່ໄດ້ເຊັນກັນໃນປີ 1954 ແລະ ສັນຍາວຽງຈັນປີ 1957 ເພື່ອສ້າງຄວາມຖືກຕ້ອງປອງດອງຊາດ. ໃນການລວມລາວຄັ້ງນີ້ ຝ່າຍແນວລາວຮັກຊາດໄດ້ນຳເອົາກຳລັງທະຫານຂອງຕົນເຂົ້າຮ່ວມ 15.000 ຄົນ ໂດຍແບ່ງເປັນ 2 ກອງພັນຄື: ກອງພັນທີໜຶ່ງໃຫ້ໄປຢູ່ເມືອງຊຽງເງິນ ແຂວງຫລວງພະບາງ, ອີກກອງພັນທີສອງໃຫ້ໄປຢູ່ທົ່ງໄຫຫີນຊຽງຂວາງ. ສ່ວນທີ່ເຫລືອແມ່ນສົ່ງໄປເປັນໝັດນອນແກບຢູ່ທ້ອງຖິ່ນຮາກຖານຂອງໃຜມັນ ເພື່ອສ້າງພື້ນຖານປິດລັບ ແລະ ຂະຫຍາຍກຳລັງປະຕິວັດໃຫ້ນັບມື້ແໜ້ນແກ່ນຫລວງຫລາຍ ເມື່ອໃດການປະຕິວັດຮຽກຮ້ອງຕ້ອງການ ກຳລັງດັ່ງກ່າວກໍກຽມພ້ອມຮັບໃຊ້ການປະຕິວັດໄດ້ທຸກເວລາ.
ພາຍຫລັງມີການລວມລາວແລ້ວ, ຕາມປະເພນີກໍຕ້ອງມີການເລືອກຕັ້ງ ໂດຍມີສອງຝ່າຍເຂົ້າຮ່ວມເພື່ອຈັດຕັ້ງລັດຖະບານບໍລິຫານປະເທດ, ແຕ່ຜ່ານການເລືອກຕັ້ງເອົາຜູ້ແທນລາດຊະດອນ ຝ່າຍວຽງຈັນນັ້ນໄດ້ເສຍຕັ່ງນັ່ງໃນສະພາໃຫ້ຝ່າຍແນວລາວຮັກຊາດດ້ວຍຄະແນນ 13 ບ່ອນນັ່ງໃນຈຳນວນຜູ້ແທນທັງໝົດພຽງ 21 ທ່ານ. ຈາກນັ້ນກໍມີການຈັດຕັ້ງລັດຖະບານຕາມກົດຂອງການເລືອກຕັ້ງ ໂດຍມອບໝາຍໃຫ້ທ່ານ ສຸວັນນະພູມມາ ເປັນນາຍົກລັດຖະມົນຕີຂອງລັດຖະບານປະສົມ.
ແຕ່ກໍໜ້າເສຍດາຍ, ລັດຖະບານປະສົມສອງຝ່າຍບໍລິຫານປະເທດບໍ່ພໍປີ ຜຸຍ ຊະນະນິກອນ ທີ່ເປັນຝ່າຍອົກຫັກໃນການເລືອກຕັ້ງກໍເຮັດລັດຖະປະຫານໂຄ່ນລົ້ມລັດຖະບານປະສົມທີ່ມາຈາກການເລືອກຕັ້ງ. ການເຮັດລັດຖະປະຫານຂອງ ຜຸຍ ຊະນະນິກອນ ຄັ້ງນີ້ແມ່ນພາຍໃຕ້ແຜນໜູນຫລັງຂອງອາເມລິກາຢ່າງເປີດແປນ. ພາຍຫລັງ ຜຸຍ ຊະນະນິກອນ ເຮັດລັດຖະປະຫານສຳເລັດ ກໍປະກາດຕົນເອງເປັນນາຍົກລັດຖະມົນຕີ ແລ້ວອອກນະໂຍບາຍປາບປາມພວກກອມມູນິດຢູ່ລາວ ໂດຍສະເພາະແມ່ນປາບປາມຝ່າຍແນວລາວຮັກຊາດ. ໃນແຜນການປາບກອມມູນິດເປົ້າໝາຍຂອງພວກມັນ ກ່ອນອື່ນແມ່ນປາບບັນດາຫົວກະທິຜູ້ເປັນຫົວໜ້າກ່ອນ ແລ້ວຈຶ່ງກ້າວໄປບີບຄັ້ນລູກນ້ອງໃຫ້ມັນຕາຍຍາມໃດກະໄດ້ ວ່າຊັ້ນ ! ຈາກນັ້ນ ຜຸຍ ກໍສັ່ງໃຫ້ສາລະວັດທະຫານ ທັງຕຳຫລວດໄປຫາເລາະຈັບເອົາບັນດາທ່ານຜູ້ນຳແນວລາວຮັກຊາດທີ່ມີໜ້າຢູ່ນະຄອນຫລວງວຽງຈັນໄດ້ທັງໝົດຈຳນວນ 16 ທ່ານຄືດັ່ງທີ່ກ່າວມາ. ມື້ທີ່ຜູ້ນຳແນວລາວຮັກຊາດຖືກຈັບໄປຂັງຄຸກຢູ່ຄ້າຍໂພນເຄັງແມ່ນວັນທີ 28 ກໍລະກົດ 1959. ພາຍຫລັງຈັບຜູ້ນຳແນວລາວຮັກຊາດເຂົ້າຄຸກແລ້ວ ແທນທີ່ສະພາບບ້ານເມືອງຈະສະຫງົບລົງ ຍິ່ງເຮັດໃຫ້ຄົນໃນຊາດເຫັນໄດ້ທາດແທ້ຊັງໜັງໜ້າ ຜຸຍ ຊະນະນິກອນ ເຊິ່ງຕ່າງຄົນກໍວິຈານຕ່າງໆນາໆ ແລະ ສະພາບຄວາມຂັດແຍ່ງກໍຍິ່ງເພີ່ມທະວີຄູນຂຶ້ນຕິກໆ.
ຝ່າຍແນວລາວຮັກຊາດ ປະທານ ໄກສອນ ພົມວິຫານ ໃນນາມເລຂາທິການຂອງພັກແຄວ້ນລາວ ກໍຄືພັກປະຊາຊົນລາວໃນສະໄໝນັ້ນ ໄດ້ຕີລາຄາສະພາບການຢ່າງຖືກຕ້ອງກ່ອນ ແລະ ຫລັງເຂົ້າລວມລາວວ່າການໄປລວມລາວຄັ້ງນີ້ແມ່ນໄປຢູ່ໃກ້ປາກເສືອ, ແນ່ນອນຕ້ອງຖືກປິດລ້ອມ. ຖ້າວ່າພວກສະຫາຍຖືກຈັບ ເຮົາຈະຫາແຜນໄປເອົາພວກສະຫາຍອອກຄຸກ. ອີກປະການໜຶ່ງ ການລວມລາວຄັ້ງນີ້ແມ່ນພວກເຮົາຈິງໃຈເພື່ອສ້າງຄວາມຖືກຕ້ອງປອງດອງຊາດຕາມສັນຍາທີ່ໄດ້ເຊັນກັນ. ແຕ່ກໍບໍ່ເປັນຫຍັງ ພວກເຮົາໄດ້ແບ່ງກັນໄປ, ແບ່ງກັນຢູ່ເພື່ອບໍ່ໃຫ້ຕົກທ່າຮັບໃຫ້ສັດຕູດັບສູນ. ສຸດທ້າຍຄວາມຈິງທຸກຢ່າງມັນກໍເປັນໄປຕາມການຕີລາຄາຂອງສູນກາງແນວລາວຮັກຊາດ. ການດຳລົງຊີວິດຢູ່ໃນຄຸກຂອງຜູ້ນຳແນວລາວຮັກຊາດເປັນເວລາຍາວນານເຖິງ 10 ເດືອນຈຶ່ງສາມາດໂຕນຄຸກອອກໄດ້. ໃນແຜນການໂຕນຄຸກ ປະທານ ໄກສອນ ພົມວິຫານ ໄດ້ວາງແຜນສອງຢ່າງຄື: ອັນທີໜຶ່ງ ໃຊ້ກຳລັງກອງຕີພິເສດໄປປະຈັນບານລັກເອົາອອກມາ. ແຜນທີສອງ ແມ່ນໃຊ້ວິທີຕຶກເບັດສາຍແລບໃຊ້ວິທີໂຄສະນາຂົນຂວາຍແບບປິດລັບເອົາສາລະວັດທີ່ຍາມໃນຄຸກເປັນໃຈ ແລ້ວພາກັນໂຕນຄຸກ. ສຸດທ້າຍໄດ້ເລືອກເອົາແຜນທີສອງ ເພາະຮັບປະກັນຄວາມປອດໄພກວ່າ.
ກ່ອນໂຕນອອກຈາກຄຸກໃນທ່ຽງຄືນຂອງມື້ນັ້ນ, ທຸກຄົນໄດ້ໃສ່ຊຸດສາລະວັດທະຫານພ້ອມປືນ ແລະ ອາວຸດຄົບມື. ພໍເຖິງເວລານາທີມາເຖິງ ປະທານ ສຸພານຸວົງ ພ້ອມຜູ້ນຳແນວລາວຮັກຊາດ ແລະ ສາລະວັດທະຫານຈຳນວນ 8 ຄົນ ໄດ້ຍ່າງອອກຈາກຄຸກຢ່າງພິລະອາດຫານ ແລະ ມີຄວາມປອດໄພນັບແຕ່ຕົ້ນທາງຫາປາຍທາງ.