ສາຍການບິນ Lao Airlines ອາດຈະເຂົ້າ – ອອກລາວ ແລະ ຫວຽດນາມໂດຍບໍ່ໄດ້ກັກຕົວ
July 17, 2020 - 10:06 AM


ບໍລິສັດການບິນ Lao Airlines ໄດ້ລາຍງານແຜນການຈະເປີດສາຍການບິນກັບ ຫວຽດນາມ 2 ຖ້ຽວບິນຕໍ່ອາທິດ, ຄືວັນຈັນ ແລະ ວັນສຸກ.
ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ວັນທີ 15 ກໍລະກົດນີ້ ໄດ້ແນະນຳໃຫ້ບໍລິສັດການບິນລາວຕຽມພ້ອມດ້ານເຕັກນິກ ແລະ ບຸກຄະລາກອນ ເພື່ອຕຽມເປີດສາຍການບິນກັບຫວຽດນາມ. ຫົວໜ້າບໍລິສັດການບິນ Lao Airlines ທ່ານ ໜູແດງ ຈັນທະພາສຸກ ໃຫ້ຮູ້ວ່າ: “ທາງບໍລິສັດໄດ້ມີການກະກຽມເປີດສາຍການບິນກັບຫວຽດນາມເປັນທີ່ຮຽບຮ້ອຍແລ້ວ, ມີພຽງແຕ່ລະບຸວັນເວລາທີ່ລະອຽດຕື່ມຈາກບັນດາພາກສ່ວນທີ່ກ່ຽວຂ້ອງເທົ່ານັ້ນ”.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ tapchilao-viet)