ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ


ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດນີ້ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ Nguyen Van Thao ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ສສ ຫວຽດນາມ ແລະ ທ່ານ Park Jea-Kyung ຫົວໜ້າກົມອາຊຽນ ແລະ ອາຊີຕາເວັນອອກສຽງໃຕ້ ກະຊວງການຕ່າງປະເທດ ສ.ເກົາຫລີ ແລະ ມີຫົວຫນ້າເຈົ້າຫນ້າທີ່ອາວຸໂສຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ສ.ເກົາຫລີ ຄື: ສປປ ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.


ກອງປະຊຸມໄດ້ສະຫລຸບຕີລາຄາຄືນຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ປູຊານ ສ.ເກົາຫລີ ໃນປີ 2019 ເຊິ່ງບັນດາປະເທດສະມາຊິກເຫັນວ່າ ຂອບການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ ໄດ້ມີການຂະຫຍາຍຕົວ ແລະ ກ້າວຂຶ້ນສູ່ລະດັບສູງ ສະແດງອອກຢູ່ບ່ອນວ່າ ໄດ້ມີການຍົກລະດັບກົນໄກການຮ່ວມມືໄປສູ່ຂັ້ນກອງປະຊຸມສຸດຍອດ. ພ້ອມກັນນັ້ນ, ກໍເຫັນວ່າການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ 3 ປີ ຄັ້ງທີ 2 (2017-2020) ພາຍໃຕ້ 3 ເສົ້າຄໍ້າ ແລະ 7 ຂົງເຂດບູລິມະສິດຂອງການຮ່ວມມື ກໍຖືວ່າເປັນຮູບປະທຳຫລາຍຂຶ້ນ ໂດຍສະເພາະບັນດາໂຄງການຕ່າງໆທີ່ຖືກຈັດຕັ້ງປະຕິບັດຢູ່ປະເທດສະມາຊິກ ເຫັນວ່າໄດ້ຮັບໝາກຜົນເປັນຢ່າງດີ ເຊິ່ງໄລຍະຜ່ານມາກໍມີໂຄງການທີ່ຖືກຈັດຕັ້ງປະຕິບັດຢູ່ ສປປ ລາວ ຈຳນວນ 3 ໂຄງການ ລວມມູນຄ່າ 1.263.493 ໂດລາສະຫະລັດ. ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການພັດທະນາເສດຖະກິດ ແລະ ແຜນການຮັບມືຜົນກະທົບດ້ານເສດຖະກິດ-ສັງຄົມໃນພາກພື້ນແມ່ນໍ້າຂອງ ພາຍຫລັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19.
ນອກຈາກນັ້ນ, ບັນດາເຈົ້າໜ້າທີ່ອາວຸໂສແມ່ນໍ້າຂອງ-ສ.ເກົາຫລີ ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 10 ແລະ ເວທີປຶກສາຫາລືພາກທຸລະກິດ ຄັ້ງທີ 8 ທີ່ຈະຈັດຂຶ້ນໃນທ້າຍປີ 2020 ນີ້.