ສຳເລັດການແລກປ່ຽນບົດຮຽນກັບໜັງສືພິມລາວດົງ ສສ ຫວຽດນາມ


ເນື່ອງໃນໂອກາດການໄປ ແລກປ່ຽນບົດຮຽນກັບໜັງສືພິມລາວດົງ ສສ ຫວຽດນາມໃນລະຫວ່າງວັນທີ 5-9 ມິຖຸນາ 2017 ນີ້, ຄະນະຜູ້ແທນວິຊາການ ຈາກສູນກາງສະຫະພັນ ກໍາມະບານ ລາວ ນໍາໂດຍ ທ່ານ ນາງ ອາລິຍາວັນ ອັກຄະວົງ ຫົວໜ້າກົມສື່ມວນຊົນໄດ້ພົບປະຄະນະບັນນາທິການ, ບັນດາພະແນກຕ່າງໆ, ຂອງໜັງສືພິມລາວດົງ, ເຮັດວຽກກັບຫົວ ໜ້າໜັງສືພິມ ອອນ ລາຍ, ພະແນກຂ່າວ ກໍາມະບານ ແລະ ພະແນກຈໍາໜ່່າຍໜັງສືພິມລາວດົງ. ເພື່ອ ຖອດຖອນບົດຮຽນດ້ານວິຊາການເຊ່ັນ: ຮູບແບບການຈັດໜ້າໜັງສືພິມໃຫ້ ມີສີສັນ, ຮູບແບບການ ໂຄສະນາ ແລະ ການບໍລິຫານການຕະຫຼາດກໍຄືການຈໍາໜ່າຍໜັງສືພິມໃຫ້ມີປະສິດທິຜົນສູງຈາກຜູ້ສັ່ງຈອງ.


+ ສສຫວຽດນາມຊ່ວຍຍົກລະດັບ ທັກສະວິເຄາະຂໍ້ມູນຂ່າວສານໃຫ້ສື່ມວນຊົນລາວ
+ ເຈົ້າແຂວງສະຫວັນນະເຂດເຂົ້າຮ່ວມງານສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນມິດຕະພາບຫວຽດນາມ-ທີ່ແຂວງເຊິນລາ
ພ້ອມນັ້ນຄະນະຍັງໄດ້ສຶກສາຮຽນຮູ້ເຖິງວິທີການເຮັດໜັງສືພິມອອນລາຍເພື່ອຄວາມສະດວກສະບາຍໃນການຜະລິດຂ່າວ ແລະ ສົ່ງຂ່າວໃນ ຍຸກປັດຈຸບັນ. ແລະ ໃນໂອກາດຢ້ຽມ ຢາມຄະນະຍັງໄດ້ໄປທ່ຽວຊົມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ໂດດເດັ່ນທາງດ້ານວັດ ທະນະທໍາ, ທໍາມະຊາດ ແລະ ປະ ຫວັດສາດຢູ່ຫຼາຍແຫ່ງຄື: ວັດບາຍດິງ, ຂີ່ເຮືອພາຍເລາະຊົມທໍາມະ ຊາດລອດຖໍ້າເຂດແມ່ ນໍ້າຈາງອານ ແຂວງນິງບິງ ແລະ ໄປກາບໄຫ້ວວັດເສົາດຽວທ່ຽວຊົມຫໍພິພິດຕະພັນ ແລະ ສຸສານປະທານໂຮ່ຈິມິງ. ການໄປແລກປ່ຽນ ແລະ ຖອດຖອນບົດຮຽນ ຂອງຄະນະຜູ້ແທນໜັງສືພິມແຮງງານສອງ ຝ່າຍໄດ້ເປັນເອກະພາບຈະໄດ້ ສືບຕໍ່ພົວພັນຮ່ວມມືແລກປ່ຽນ ບົດຮຽນທາງດ້ານວິຊາການໃນຕໍ່ໜ້າໃຫ້ຫລາຍຂຶ້ນເພື່ອ ເສີມສ້າງສາຍ ພົວ ພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມຮອບດ້ານ. ລະຫວ່າງສອງອົງການ ຈັດຕັ້ງກໍາມະບານເວົ້າລວມ, ເວົ້າສະເພາະ ກໍຄືໜັງສືພິມແຮງງານກັບໜັງສືພິມລາວ ດົງໃຫ້ຍືນຍົງຄົງຕົວຕະຫຼອດໄປ.