ຜົນການທົດລອງວັກແຊງຕ້ານໂຄວິດ-19 ‘Moderna’ ໄດ້ຜົນດີ ກຽມເຂົ້າສູ່ຂັ້ນຕອນ 3 ວັນທີ 27 ກໍລະກົດນີ້


ວັນທີ 14 ກໍລະກົດ, ສຳນັກຂ່າວຕ່າງປະເທດລາຍງານຜົນສຳເລັດຂອງຜົນການທົດລອງວັກແຊງຕ້ານໂຄວິດ-19 ຂອງບໍລິສັດ Moderna ຂອງອາເມລິກາ ທີ່ຫາກໍເຜີຍແຜ່ໃນວາລະສານ New England Journal of Medicine ກ່ຽວກັບຜົນການທົດລອງໃນຂັ້ນຕອນທຳອິດທີ່ປະສົບຜົນສຳເລັດດ້ວຍດີ.
ອາສາສະໝັກທີ່ໄດ້ຮັບການສັກວັກແຊງ mRNA-1237 ຊະນິດນີ້ ສາມາດກະຕຸ້ນ ແລະ ສ້າງພູມຄຸ້ມກັນໄດ້ດີທັງໝົດ ມີພຽງຜົນຂ້າງຄຽງຄືໜາວສັ່ນ, ເມື່ອຍ, ເຈັບຫົວ, ເຈັບກ້າມຊີ້ນ ແລະ ເຈັບບໍລິເວນທີ່ໄດ້ຮັບການສັກວັກແຊງເລັກໜ້ອຍເທົ່ານັ້ນ ໂດຍວັກແຊງຕ້ານໂຄວິດ-19 Moderna ຖືເປັນວັກແຊງຕ້ານໂຄວິດ-19 ຊະນິດທຳອິດຂອງອາເມລິກາ ທີ່ໄດ້ຮັບການເຜີຍແຜ່ກ່ຽວກັບຜົນການທົດລອງໃນວາລະສານທາງການແພດ.
ປັດຈຸບັນ ການທົດລອງ ແລະ ພັດທະນາວັກແຊງຂອງ Moderna ຢູ່ໃນຂັ້ນຕອນທີ 2 ທີ່ຈະຂະຫຍາຍຈຳນວນກຸ່ມຕົວຢ່າງທີ່ຈະໄດ້ຮັບວັກແຊງແຍກເປັນກຸ່ມຕ່າງໆຕາມເພດ ແລະ ອາຍຸ ເພື່ອເບິ່ງວ່າວັກແຊງໃຫ້ຜົນແຕກຕ່າງກັນແນວໃດໃນແຕ່ລະກຸ່ມຕົວຢ່າງ ຕະຫລອດຈົນທົດສອບເພີ່ມຕື່ມເພື່ອຢືນຢັນຄວາມປອດໄພຂອງວັກແຊງ ແລະ ປະສິດທິພາບໃນການກະຕຸ້ນລະບົບພູມຄຸ້ມກັນ ກ່ອນຈະຂະຫຍາຍເຂົ້າສູ່ຂັ້ນຕອນທີ 3 ໃນວັນທີ 27 ກໍລະກົດນີ້. ຖ້າເກີດຂຶ້ນແທ້ ນີ້ຈະເປັນການທົດລອງວັກແຊງຕ້ານໂຄວິດ-19 ຂັ້ນຕອນທີ 3 ຄັ້ງທຳອິດຂອງອາເມລິກາ ຄາດວ່າຈະໃຊ້ກຸ່ມຕົວຢ່າງປະມານ 30.000 ຄົນ.
ປັດຈຸບັນມີວັກແຊງຢູ່ໃນຂັ້ນຕອນທີ 3 ຂັ້ນຕອນທີ່ຈະມີການສັກວັກແຊງໃຫ້ກຸ່ມຕົວຢ່າງຫລາຍພັນຄົນ ແລະ ເບິ່ງວ່າມີຈັກຄົນທີ່ຍັງຕິດເຊື້ອ ພ້ອມປຽບທຽບໃສ່ກຸ່ມອາສາສະໝັກທີ່ໄດ້ຮັບຢາຫລອກ (Placebo) ໃນຂັ້ນຕອນນີ້ຈະສາມາດພິຈາລະນາໄດ້ວ່າ ວັກແຊງນັ້ນສາມາດປ້ອງກັນການຕິດເຊື້ອໄວຣັສໄດ້ ຫລື ບໍ່ ໄດ້ແກ່ວັກແຊງຂອງ AstraZeneca ຜູ້ຜະລິດຢາລາຍໃຫຍ່ຂອງສະຫະຣາຊະອານາຈັກ ແລະ ສະວີເດັນ ທີ່ຮ່ວມມືກັບມະຫາວິທະຍາໄລອອກຟອດ, ວັກແຊງຂອງ Sinopharm (ລັດຖະບານຈີນ) ແລະ Sinovac (ເອກະຊົນຈີນ) ລວມທັງວັກແຊງຂອງສະຖາບັນວິໄຈເດັກເມີດ໊ອກຢູ່ອົດສະຕຣາລີທີ່ພັດທະນາວັກແຊງຕ້ານໂຄວິດ-19 ຈາກວັກແຊງປ້ອງກັນວັນນະໂຣກທີ່ມີຢູ່ມາກ່ອນ.
ຖ້າການທົດລອງ ແລະ ພັດທະນາວັກແຊງຕ້ານໂຄວິດ-19 ປະສົບຜົນສຳເລັດຕໍ່ເນື່ອງ Moderna ອາດຜະລິດວັກແຊງຕ້ານພະຍາດລະບາດນີ້ໄດ້ປະມານ 500-1.000 ລ້ານໂດສຕໍ່ປີ ຄາດວ່າຈະເລີ່ມຜະລິດໄດ້ໃນຕົ້ນປີ 2021.