ລາວທົບທວນເປົ້າໝາຍການພັດທະນາແບບຍືນຍົງ ຄົບຮອບ 3 ປີ


ຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໄດ້ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີຂຶ້ນ ໃນວັນທີ 15 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ ເປັນຄັ້ງທີ 2 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຢູ່ ສປປ ລາວ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນ ດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ທ່ານນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ໄດ້ພ້ອມກັນສະຫລຸບຕີລາຄາຄວາມຄືບໜ້າ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງດັ່ງກ່າວຕະຫລອດໄລຍະ 3 ປີທີ່ຜ່ານມາ (2017-2020) ໂດຍສະເພາະໃນທ່າມກາງທີ່ສະພາບການຂອງໂລກມີຄວາມສັບສົນ ແລະ ມີສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ເສດຖະກິດ-ສັງຄົມຂອງປະເທດຕ່າງໆ ໂດຍສະເພາະປະເທດກຳລັງພັດທະນາ. ສະນັ້ນ ກອງປະຊຸມຄັ້ງນີ້ຈຶ່ງມີຄວາມສໍາຄັນຍິ່ງ ເພື່ອຮ່ວມກັນຖອດຖອນບົດຮຽນ, ປະສົບການຕ່າງໆ ພ້ອມຍົກໃຫ້ເຫັນບັນດາສິ່ງທ້າທາຍ ເພື່ອຈະໄດ້ຮ່ວມກັນແກ້ໄຂເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ຕາມຄໍາຂວັນທີ່ວ່າ “ພວກເຮົາພ້ອມກັນກ້າວໄປ”.
ໃນກອງປະຊຸມຍັງໄດ້ຮັບຮອງເອົາແຜນປະຕິບັດງານແຫ່ງຊາດ ເພື່ອການພັດທະນາແບບຍືນຍົງ ຊຶ່ງປະກອບມີ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ເປົ້າໝາຍພັດທະນາແບບຍືນຍົງ ແລະ ຮັບຮອງເອົາການກະກຽມໃຫ້ແກ່ຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ໃນປີ 2021.
ທ່ານນາຍົກລັດຖະມົນຕີ ໄດ້ຢ້ຳເຖິງຄວາມສຳຄັນຂອງການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງຢູ່ ສປປ ລາວ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ IX ທີ່ກຳລັງຢູ່ໃນຂັ້ນຕອນການກະກຽມຮ່າງ, ພ້ອມທັງສືບຕໍ່ສຸມໃສ່ແກ້ໄຂສິ່ງທ້າທາຍຕ່າງໆ ທີ່ເປັນອຸປະສັກເພື່ອບັນລຸບັນດາວຽກງານຂອງເປົ້າໝາຍດັ່ງກ່າວ ແລະ ນໍາເອົາ ສປປ ລາວ ໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs) ໃນອະນາຄົດ.