7 ພຶດຕິກໍາສຸດແປກຈາກທົ່ວໂລກ ທີ່ຍັງສືບທອດມາຈົນເຖິງປັດຈຸບັນ
June 20, 2017 - 5:29 PM
ໃນໂລກຂອງເຮົາເຕັມໄປດ້ວຍຄວາມຫຼາກຫຼາຍທາງວັນທະນະທໍາທີ່ສືບທອດກັນມາຈາກຮຸ້ນສູ່ຮຸ້ນ, ບາງວັດທະນະທໍາອາດຕ້ອງມີການເຮັດພິທີກໍາຕ່າງໆທີ່ເບິ່ງແປກ ແລະ ບໍ່ຄືໃຜ ເຊິ່ງຖ້າເບິ່ງຈາກມຸມຂອງຄົນທ້ອງຖິ່ນເຫຼົ່ານັ້ນອາດເປັນເລື່ອງປົກກະຕິ ຈຶ່ງເຮັດໃຫ້ພິທີດັ່ງກ່າວຖືກປະຕິບັດຕໍ່ໆກັນມາເລື້ອຍໆເປັນເວລາດົນນານເຊັ່ນ: 7 ພິທີກໍາສຸດແປກຈາກທົ່ວໂລກທີ່ຍັງສືບທອດມາຈົນເຖິງທຸກວັນນີ້, ສ່ວນພິທີກໍາທີ່ວ່ານັ້ນຈະມີຫຍັງແດ່ ແລະ ຈະແປກພຽງໃດ.
- ການຕັດນີ້ວມື: ຖ້າມີສະມາຊິກໃນຄອບຄົວຄົນໃດຄົນໜຶ່ງຂອງຊົນເຜົ່າ Dani ໃນອິນໂດເນເຊຍເສຍຊີວິດ ຖືເປັນການສູນເສຍທີ່ກະທົບກະເທືອນຈິດໃຈຫຼາຍ ໂດຍສະເພາະກັບຜູ້ຍິງ ເພາະວ່າຜູ້ຍິງໃນຄອບຄົວຈະຖືກບັງຂັບໃຫ້ຕັດນິ້ວມືສ່ວນໜຶ່ງອອກ, ແຕ່ກ່ອນຈະຕັດຕ້ອງນໍາເຊືອກມາມັດນິ້ວໄວ້ 30 ນາທີ ເພື່ອໃຫ້ຮູ້ສຶກຊາ ແລະເມື່ອຕັດນິ້ວມືອອກແລ້ວ ຈະເຜົາປາຍມືທີ່ຖືກຕັດອອກໄປນັ້ນ ເພື່ອປິດບາດແຜ ເຊິ່ງພິທີກໍານີ້ຖືເປັນປະເພນີປະຕິບັດທີ່ແປກ ເນື່ອງຈາກເຮັດຂຶ້ນເພື່ອເປັນການໃຫ້ກຽດບັນພະບູລຸດ ແລະ ປັດຈຸບັນຍັງມີພຽງບ້ານນ້ອຍໆເທົ່ານັ້ນທີ່ຍັງປະຕິບັດຢູ່.
- Endocannibalism: ຄືວັດທະນະທໍາການກິນຄົນໃນຊົນເຜົ່າຕົນເອງ ພາຍຫຼັງພວກເຂົາເສຍຊີວິດແລ້ວຂອງຊົນເຜົ່າ Yanomami ທີ່ອາໄສຢູ່ບ້ານໃນປ່າອາເມຊອນໃກ້ໆກັບຊາຍແດນເວເນຊູເອລາ ແລະ ບຣາຊິວ ໂດຍຈະມີການເອົາສົບມາຊອຍເທິງໃບໄມ້ທີ່ປູໄວ້ ຈາກນັ້ນຕາກແຫ້ງໄວ້ໃຫ້ແມງໄມ້ມາກັດກິນ ຈາກນັ້ນປະມານ 30-45 ມື້ ພວກເຂົາຈະເອົາກະດູກທີ່ເຫຼືອມາບົດ ແລະ ປະສົມລົງໃນອາຫານ ແລະ ຮ່ວມກັນກິນທັ້ງໝົດບ້ານ. ອີກໜຶ່ງປີຕໍ່ມາພວກເຂົາຈະນໍາຂີ້ເຖົ່າທີ່ເກັບໄວ້ມາຕົ້ມຊຸມກັນອີກຄັ້ງ ເຊິ່ງມີຄວາມເຊື່ອວ່າ ຖ້າເຮັດແບບນີ້ຈະເຮັດໃຫ້ວິນຍານຂອງຄົນຕາຍຫາທາງໄປສູ່ສະຫວັນໄດ້.
- ການໃຊ້ຊີວິດກັບຄົນຕາຍ: ຊາວໂຕຣາຈາ ຈາກປະເທດອິນໂດເນເຊຍ ຈະມີປະເພນີຂຸດສົບຄົນຕາຍຂຶ້ນມາຈາກຂຸມຝັງສົບໃນທຸກໆປີ ເພື່ອຈະໃຊ້ຊີວິດຮ່ວມກັບສົບຄືຕອນຍັງມີຊີວິດຢູ່ ໂດຍພວກເຂົາຈະເອົາເຄື່ອງນຸ່ງຊຸດໃຫມ່ທີ່ກຽມໄວ້ມານຸ່ງໃຫ້ສົບ ແລະ ຈະພາຍ່າງອ້ອມບ້ານ, ເຖິງວ່າສົບນັ້ນຈະຢູ່ມາຫຼາຍສິບປີ ພວກເຂົາຈະຂຸດຂຸມປະກອບພິທີທຸກປີ ສ່ວນຈຸດປະສົງຂອງການເຮັດພິທີກໍານີ້ ເພື່ອນໍາສົບຂຶ້ນມາລ້າງທໍາຄວາມສະອາດ ພ້ອມກັບປ່ຽນເຄື່ອງນຸ່ງຊຸດໃຫມ່ໃຫ້ ແລະ ພາສົບກັບມາຢ້ຽມຢາມເຮືອນຕົນເອງ ເຊິ່ງໝາຍຄວາມວ່າ ຖ້າສົບຄົນໃນບ້ານຖືກຝັງຢູ່ນອກບ້ານ ຫຼື ບ່ອນອື່ນ ພວກເຂົາຈະມີການຂຸດສົບນັ້ນຂຶ້ນມາແລ້ວພາກັບມາເຮັດພິທີຢູ່ບ້ານ ຫຼື ບ້ານເກີດຂອງສົບນັ້ນໆ.
- ບູຊາໝີ: ຊາວໄອນຸມີຖິ່ນກໍາເນີດຈາກຕອນເໜືອຂອງຍີ່ປຸ່ນ ແລະ ຣັດເຊຍ ພວກເຂົາຈະມີວິຖີຊີວິດທີ່ໃກ້ຊິດກັບທໍາມະຊາດ ຈຶ່ງມີຄວາມເຊື່ອວ່າ ພະເຈົ້າແປງຮ່າງມາເປັນໝີທີ່ຢູ່ຮ່ວມກັບມະນຸດ ເພື່ອປົກປັກຮັກສາ ແລະ ໃຫ້ຊີວິດແກ່ມະນຸດ. ດັງນັ້ນ ພວກເຂົາຈຶ່ງມີພິທີກໍາສໍາຄັນທີ່ເອີ້ນວ່າ “Iyomante” ເຊິ່ງເປັນການສົ່ງວິນຍານຂອງສັດກັບຄືນສູ່ສະຫວັນ ໂດຍຈະຈັດຂຶ້ນເປັນປະຈໍາທຸກໆປີ ໃນໄລຍະເດືອນມັງກອນ ແລະ ກຸມພາ. ພວກເຂົາຈະມີການບູຊາໝີ ໂດຍການຈັບລູກໝີມາລ້ຽງເປັນເວລາ 2 ປີ ຈາກນັ້ນຈະເຮັດພິທີສົ່ງພວກມັນກັບສູ່ສະຫວັນ ເພື່ອເປັນການສົ່ງຈົດໝາຍເຖິງພໍໍ່ແມ່ແຫ່ງໝີຜູ້ຍິ່ງໃຫຍ່ເທິງຟ້າ, ສ່ວນຊີ້ນ ແລະ ໜັງຂອງໝີຈະຖືກນໍາໄປເຮັດອາຫານ ແລະ ເຄື່ອງນຸ່ງຫຼົ່ມ. ຂະນະທີ່ກະໂຫຼກຫົວໝີນັ້ນຈະຖືກນໍາໄປເປັນເຄື່ອງສັກກາລະບູຊາ ເພື່ອລະນຶກເຖິງພະເຈົ້າ. ສໍາລັບຄົນພາຍນອກແນ່ນອນວ່າເບິ່ງໂຫຼດຮ້າຍ, ເປັນຕາຢ້ານ ແລະ ເປັນການທາລຸນສັດ ຈຶ່ງມີຫຼາຍຄົນບໍ່ເຫັນພ້ອມກັບວິທີນີ້.
- ການທໍາຮ້າຍຕົນເອງ: ຜູ້ນິຍົມບາງສ່ວນຈາກນິກາຍຊີອະຂອງຄານາອິດສະລາມເຊັ່ນ: ປາກິດສະຖານ, ອີຣັກ, ອິຣານ, ຕວກກີ, ອາແຊັກໄບຈັນ, ລີບັງ ແລະ ບາເຣນ ມີການປະກອບພິທີກໍາທໍາຮ້າຍຕົນເອງດ້ວຍມີດ ເພື່ອໃຫ້ເລືອດໄຫຼອອກມາຈາກກາຍ ໂດຍພິທີກໍານີ້ຈັດຂຶ້ນເປັນປະຈໍາທຸກປີໃນໄລຍະເດືອນສັກສິດ ເຊິ່ງຈັດຂຶ້ນເພື່ອລະນຶກເຖິງຄວາມທຸກທໍລະມານຂອງ ຮຸສເຊນ ຜູ້ເປັນຫຼານຊາຍຂອງ ສາດຄາສດາມູຮໍາຫມັດ, ແຕ່ວ່າຜູ້ທີ່ຮ່ວມເຮັດພິທີນີ້ເປັນພຽງແຕ່ຜູ້ທີ່ນິຍົມຊີອະບາງສ່ວນເທົ່ານັ້ນ ເພາະຍັງມີນັກບວກຊີອະບາງກຸ່ມທີ່ບໍ່ເຫັນດ້ວຍ ແລະ ໄດ້ຕໍາໜິພິທີດັ່ງກ່າວເຊັ່ນກັນ.
- ອຸ້ມ ຫຼື ເຈ່ຍເມຍຂ້າມຖ່ານໄຟ: ຈີນຖືເປັນປະເທດໜຶ່ງທີ່ມີວັດທະນະທໍາແປກໆຫຼາຍຢ່າງ ແລະ ໜຶ່ງໃນນັ້ນຄືການອຸ້ມ ຫຼື ເຈ່ຍເມຍຍ່າງຂ້າມຖ່ານໄຟຮ້ອນໆ ເຊິ່ງເປັນປະເພນີດັ້ງເດີມທີ່ສືບທອດກັນມາຈາກຮຸ້ນສູ່ຮຸ້ນ. ຜູ້ທີ່ເຂົ້າຮ່ວມພິທີນີ້ຄືຄູ່ຮັກທີ່ຫາກໍແຕ່ງດອງກັນໃຫມ່ ແລະຈະໃຫ້ຜົວ ຫຼື ສາມີອຸ້ມ ຫຼື ເຈ່ຍເມຍກ່ອນເຂົ້າເຮືອນຝ່າຍຊາຍ ໂດຍມີຄວາມເຊື່ອວ່າເຮັດແບບນີ້ແລ້ວເມຍຈະເຮັດວຽກງານໄດ້ດີ ແລະ ທັງສອງຈະປະສົບຜົນສໍາເລັດ, ແຕ່ຍັງມີຊາວຈີນບາງສ່ວນອອກມາຄັດຄ້ານພິທີກໍານີ້ ເນື່ອງຈາກເປັນການກະທໍາທີ່ອັນຕະລາຍ ແລະສ່ຽງຕໍ່ຊີວິດຂອງຄູ່ບ່າວສາວ ຫຼາຍຄົນຈຶ່ງມີຄວາມເຫັນວ່າບໍ່ຄວນມີພິທີກໍານີ້ອີກຕໍ່ໄປ.
- ເອົາຜູ້ເຖົ້າໄປປ່ອຍໄວ້ພູນໍ້າກ້ອນ ຂອງຊາວເອສກິໂມ: ຊາວເອສກິໂມມີພິທີກໍາໜຶ່ງທີ່ບໍ່ຄ່ອຍເປັນທີ່ຮູ້ຈັກ ເພາະປັດຈຸບັນເຫຼືອພຽງບໍ່ເທົ່າໃດບ້ານເທົ່ານັ້ນທີ່ຍັງປະຕິບັດຢູ່ ໂດຍພິທີທີ່ວ່ານີ້ ຄືການນໍາເອົາຜູ້ເຖົ້າຜູ້ແກ່ຂອງບ້ານໄປປ່ອຍຖິ້ມໄວ້ພູນໍ້າກ້ອນ ແລະ ປ່ອຍໃຫ້ຜະເຊີນກັບຄວາມຕາຍດ້ວຍຕົນເອງ ເຊິ່ງຊາວເອສກິໂມມີຄວາມເຊື່ອວ່າ ມັນເປັນການສ້າງຄວາມສະບາຍໃຈໃຫ້ແກ່ຜູ້ເຖົ້າທີ່ບໍ່ຢາກເປັນພາລະຂອງຄອບຄົວ. ດັ່ງນັ້ນ ລູກຫຼານຈຶ່ງສົ່ງພວກເຂົາສູ່ຄວາມຕາຍຢ່າງສະຫງ່າ.
ໃນແຕ່ລະພື້ນທີ່ມີຍ່ອມມີຄວາມເຊື່ອທີ່ແຕກຕ່າງກັນອອກໄປ ສຳລັບຄົນອື່ນໆໃນໂລກອາດຈະແປກ, ແຕ່ສໍາລັບຄົນໃນພື້ນທີ່ຕ້ອງປະຕິບັດພິທີກໍາເຫຼົ່ານີ້ສືບຕໍ່ກັນມາເລື້ອຍໆ, ພວກເຂົາອາດຖືວ່າມັນເປັນສິ່ງທີ່ສັກສິດ ແລະ ດີງາມ ຈຶ່ງຄວນຄູ່ຕໍ່ການດໍາລົງຮັກສາ ແລະ ປະຕິບັດກັນຕໍ່ໄປນັ້ນເອງ.