ປະທານ ສຸພານຸວົງ ກັບຄັນທຸງແນວລາວອິດສະຫລະ


ໂດຍ: ທິດກໍ່າ
ໃນຄວາມເປັນຈິງແລ້ວ, ອົງການຈັດຕັ້ງແນວລາວອິດສະຫລະໄດ້ປາກົດໂຕ ແລະ ກຳເນີດເກີດຂຶ້ນມາແຕ່ຊຸມປີ 1940. ຂະບວນການດັ່ງກ່າວ ພາຍໃຕ້ການນຳພາຂອງເຈົ້າເພັດຊະລາດ ແລະ ບັນດາທ່ານຜູ້ຮັກຊາດອື່ນໆໃນປະເທດລາວສະໄໝນັ້ນ. ໜຶ່ງໃນຜູ້ສຳຄັນອີກທ່ານໜຶ່ງກໍແມ່ນທ່ານ ປະທານ ສຸພານຸວົງ ທີ່ເປັນນ້ອງຊາຍຫລ້າຕ່າງມານດາຂອງເຈົ້າເພັດຊະລາດ. ພາຍຫລັງໄດ້ສ້າງຕັ້ງອົງການແນວລາວອິດສະຫລະຂຶ້ນ ກໍໄດ້ເຄື່ອນໄຫວນຳພາຕໍ່ສູ້ ແລະ ປະກາດປະເທດລາວເປັນເອກະລາດໃນວັນທີ 12 ຕຸລາ 1945 ນັບແຕ່ນັ້ນມາຈຶ່ງຖືວ່າວັນທີ 12 ຕຸລາ 1945 ເປັນວັນປະກາດເອກະລາດແຫ່ງມູນເຊື້ອຕໍ່ສູ້ອັນສຳຄັນວັນໜຶ່ງຂອງຊາດລາວເຮົາ.


ແຕ່ກໍໜ້າເສຍດາຍ ພາຍຫລັງໄດ້ປະກາດເອກະລາດແລ້ວ ໄດ້ເຮັດໃຫ້ເຈົ້າມະຫາຊີວິດ ສີສະຫວ່າງວັດທະນາ ທີ່ເປັນກະສັດຄອງລາດໃນສະໄໝນັ້ນ ບໍ່ພໍໃຈ ຍ້ອນພະອົງໄປເຂົ້າຂ້າງຝ່າຍຝຣັ່ງ ຈຶ່ງມີຄຳສັ່ງປົດ ເຈົ້າເພັດຊະລາດ ອອກຈາກການເປັນເຈົ້າມະຫາອຸປະຣາດ ແລ້ວສວຍໂອກາດໃຫ້ຝຣັ່ງບີບບັງຄັບປາບປາມຂະບວນການຕໍ່ສູ້ຂອງຂະບວນການແນວລາວອິດສະຫລະ ຈົນບໍ່ສາມາດເຄື່ອນໄຫວຈຶ່ງໄດ້ພາກັນໂຕນໜີໄປລີ້ໄພການເມືອງ ແລະ ສືບຕໍ່ເຄື່ອນໄຫວຢູ່ປະເທດໄທໃນເວລາຕໍ່ມາ. ໃນຂະນະທີ່ເຄື່ອນໄຫວຢູ່ໄທກໍໄດ້ປັບປຸງຂະບວນການຕໍ່ສູ້ຄືນໃໝ່ ໂດຍມີການສ້າງຕັ້ງລັດຖະບານແນວລາວອິດສະຫລະຂຶ້ນ ເຊິ່ງແມ່ນທ່ານ ຄຳມ້າວ ວິໄລ ເປັນນາຍົກລັດຖະມົນຕີ. ສ່ວນທ່ານ ປະທານ ສຸພານຸວົງ ຖືກມອບໝາຍໃຫ້ເປັນລັດຖະມົນຕີປ້ອງກັນປະເທດ ທັງເປັນຜູ້ບັນຊາການສູງສຸດກອງທັບແນວລາວອິດສະຫລະ. ໃນເວລາຍັງເຄື່ອນໄຫວຢູ່ໄທ ປະທານ ສຸພານຸວົງ ຍັງໄດ້ສົ່ງກຳລັງທະຫານແນວລາວອິດສະຫລະຂ້າມຂອງມາຫລອນຕີປົດຄ້າຍທະຫານຝຣັ່ງຢູ່ຝັ່ງລາວຫລາຍແຫ່ງ.




ຜ່ານການເຄື່ອນໄຫວບໍ່ພໍເທົ່າໃດປີ, ທາງການໄທໄດ້ປ່ຽນຣັດຊະການປົກຄອງແຜ່ນດິນ ໂດຍແມ່ນ ຫລວງພິບູນສົງຄາມ ໄດ້ເຮັດໃຫ້ການເມືອງໃນໄທກໍມີການປ່ຽນແປງ ທັງບໍ່ໃຫ້ການສະໜັບສະໜູນຂະບວນການແນວລາວອິດສະຫລະ. ໄປຄຽງຄູ່ກັນນັ້ນ ທາງເບື້ອງຝຣັ່ງຢູ່ລາວກໍປະກາດຈະຍິນຍອມມອບເອກະລາດໃຫ້ແກ່ລາວ ແຕ່ຍັງໃຫ້ເປັນປະເທດອາລັກຂາຂອງຝຣັ່ງ. ເພາະສະນັ້ນ ໃນຄະນະລັດຖະບານແນວລາວອິດສະຫລະຈຶ່ງມີການຜັນຜວນເກີດມີແນວຄິດແບ່ງແຍກກັນພາຍໃນ. ບາງກຸ່ມຄົນກໍເຂົ້າໃຈວ່າປະເທດລາວໄດ້ມີເອກະລາດແລ້ວ ຈຶ່ງໄດ້ພາກັນຕັດສິນໃຈໜີຂ້າມຂອງມາຍອມກັບຝຣັ່ງ, ໃນນັ້ນ ກໍມີທ່ານ ຄຳມ້າວ ວິໄລ, ທ່ານ ຜຸຍ ຊະນະນິກອນ ແລະ ຜູ້ສຳຄັນອື່ນໆ. ສ່ວນເຈົ້າເພັດຊະລາດ ແລະ ປະທານ ສຸພານຸວົງ ທີ່ຍັງບໍ່ທັນເຫັນດີ ແລະ ບໍ່ຍິນຍອມດ້ວຍເຫດຜົນທີ່ວ່າ ການທີ່ຝຣັ່ງມອບເອກະລາດໃຫ້ນັ້ນແມ່ນຍັງບໍ່ທັນສົມບູນແບບ, ຍັງເປັນປະເທດອາລັກຂາຢູ່ ຈຶ່ງຕັດສິນໃຈບໍ່ກັບຄືນ, ເຈົ້າເພັດຊະລາດ ເລີຍຂໍລີ້ໄພການເມືອງຢູ່ໄທເປັນເວລາຫລາຍປີ. ສ່ວນເຈົ້າສຸພານຸວົງ ໄດ້ຕັດສິນໃຈໜີຂ້າມຂອງກັບທະຫານທີ່ຈົງຮັກພັກດີຈຳນວນໜຶ່ງເດີນທາງໄປປະເທດຫວຽດນາມ ເພື່ອທຳການຕໍ່ສູ້ຕໍ່ໄປ. ນີ້ຄືຜົນໄດ້ຮັບ ແລະ ຄວາມເປັນມາຈາກຄວາມແຕກແຫງພາຍໃນຂອງລັດຖະບານແນວລາວອິດສະຫລະໃນປະຫວັດສາດເບື້ອງຕົ້ນ.
ພາຍຫລັງທ່ານ ປະທານ ສຸພານຸວົງ ໄດ້ພົບກັບທ່ານ ປະທານ ໂຮ່ຈີມິນ ຢູ່ຫວຽດນາມເໜືອ ຈຶ່ງໄດ້ຕັດສິນໃຈສະຫລະຄວາມເປັນເຊື້ອເຈົ້າມາເປັນສາມັນຊົນທຳມະດາເດີນຕາມເສັ້ນທາງການປະຕິວັດກຳມະຊີບຢ່າງເຕັມຮູບແບບ ແລ້ວຫັນໜ້າເຂົ້າຮ່ວມຂະບວນການຕໍ່ສູ້ຂອງກອມມູນິດອິນດູຈີນຢ່າງສຸດກົກສຸດປາຍ. ຕໍ່ມາບໍ່ພໍເທົ່າໃດເດືອນທ່ານ ປະທານ ສຸພານຸວົງ ກໍໄດ້ພົບກັບ ປະທານ ໄກສອນ ພົມວິຫານ ທີ່ໄດ້ເຄື່ອນໄຫວຢູ່ພາກເໜືອດ້ານຕາເວັນອອກຂອງປະເທດລາວເຂດລາວຮຸ່ງພຽງສາມາກ່ອນແລ້ວເປັນເວລາຫລາຍປີ. ພາຍຫລັງສອງຜູ້ນຳສຳຄັນໄດ້ພົບກັນກໍໄດ້ວາງແນວທາງການຕໍ່ສູ້ໃນຖານະຂະບວນການກອມມູນິດອິນດູຈີນ ແລະ ການປະຕິວັດລາວ ເພື່ອຕໍ່ສູ້ກັບການມາຮຸກຮານຂອງຈັກກະພັດຝຣັ່ງກ້າວໄປເຖິງໃຫ້ສາມາດປົດປ່ອຍປະເທດລາວອອກຈາກການເປັນເມືອງຂຶ້ນຂອງຝຣັ່ງ. ປະທານ ໄກສອນ ພົມວິຫານ ໃນຖານະນັກຕໍ່ສູ້ຈາກຂະບວນການກອມມູນິດອິນດູຈີນ, ເປັນຫົວຈັກ ທັງເປັນຜູ້ວາງແນວທາງການຕໍ່ສູ້ຢ່າງມີຫົວຄິດປະດິດສ້າງ. ປະທານ ສຸພານຸວົງ ໃນຖານະຜູ້ມີບົດບາດອິດທິພົນຈາກເຊື້ອເຈົ້າ ໄດ້ເປັນຫົວຈັກຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີປວງຊົນລາວທັງຊາດ ທັງເປັນຜູ້ອອກໜ້ານຳພາຂະບວນການຕໍ່ສູ້ຢ່າງເປີດເຜີຍ ແລະ ທະນົງອົງອາດໃນພາລະກຳປະຫວັດສາດ ເພື່ອປົດປ່ອຍປະເທດຊາດ. ນອກຈາກນັ້ນ ກໍຕົກລົງປັບປຸງອົງການແນວລາວອິດສະຫລະໃຫ້ຟື້ນໂຕຂຶ້ນມາໃໝ່. ວັນທີ 13-15 ສິງຫາ 1950 ກອງປະຊຸມແນວລາວຕໍ່ຕ້ານ (ແນວລາວອິດສະຫລະ) ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ. ໃນກອງປະຊຸມໄດ້ປະກາດສ້າງຕັ້ງ “ແນວລາວອິດສະຫລະ” ໂດຍແມ່ນ ປະທານ ສຸພານຸວົງ ເປັນປະທານ ທັງເປັນລັດຖະມະຫາເສນາຂອງລັດຖະບານລາວອິດສະຫລະ. ເລີ່ມຈາກນັ້ນມາ ຂະບວນການແນວລາວອິດສະຫລະໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຈຶ່ງກາຍມາເປັນແນວລາວຮັກຊາດ ແລະ ແນວລາວສ້າງຊາດຕາມຍຸກສະໄໝແຫ່ງການຕໍ່ສູ້ ແລະ ຍາດເອົາໄຊຊະນະຢ່າງຍິ່ງໃຫຍ່ໃນບັ້ນສຸດທ້າຍຈົນມາເຖິງທຸກວັນນີ້.

