ຊາຍ 30 ປີ ເສຍຊີວິດຍ້ອນໂຄວິດ-19 ຫລັງຈາກເຂົ້າທົດສອບໃນງານ “ປາຕີ້ ໂຄວິດ Covid-19 Party”


ສຳນັກຂ່າວຕ່າງປະເທດ ABC News ລາຍງານວ່າ: ມີຊາຍອາຍຸປະມານ 30 ປີ ເສຍຊີວິດຈາກການຕິດເຊື້ອໂຄວິດ-19 ຫລັງຈາກລາວເຂົ້າທົດສອບເລື່ອງໄວຣັສໂຕຮ້າຍກາດນີ້ໃນງານ “ປາຕີ້ ໂຄວິດ Covid-19 Party ” ທີ່ຈັດຂຶ້ນມາໃນເມືອງ ຊານອັນໂຕນິໂອ ປະເທດ ສະຫະລັດອາເມລິກາ, ໂດຍທີ່ຕົນເອງຄິດວ່າເປັນເລື່ອງທີ່ຢອກລໍ້ກັນຫລິ້ນໆ ແຕ່ສຸດທ້າຍ ໄດ້ຮັບເຊື້ອ ແລະ ເສຍຊີວິດຢ່າງໂສກເສົ້າ.
(ໜັງສືພິມ ລາວພັດທະນາ)
ຊາຍອາຍຸ 30 ປີ ຄົນດັ່ງກ່າວບໍ່ເປີດເຜີຍຊື່ ໄດ້ໃຫ້ຂໍ້ມູນການຕິດເຊື້ອຄັ້ງນີ້ວ່າ: ຕົນໄດ້ໄປຮ່ວມງານປາຕີ້ທີ່ມີຜູ້ຕິດເຊື້ອໂຄວິດ-19 ຢູ່ໃນງານ ໂດຍບໍ່ມີໃຜຄິດວ່າໂຣກນີ້ຈະມີຄວາມຮຸນແຮງເຖິງຂັ້ນໃດ, ກ່ອນຈະຮູ້ຕົວອີກເທື່ອໜຶ່ງກໍຄືອາການໜັກຂຶ້ນເລື້ອຍໆ ແລະ ເສຍຊີວິດໃນທີ່ສຸດ ຢູ່ໂຮງໝໍເມໂຣດິສ.
“ຂ້ອຍຮູ້ດີວ່າ ຂ້ອຍຜິດພາດໄປແລ້ວ ຂ້ອຍບໍ່ຄວນທີ່ຈະເຂົ້າໄປຮ່ວມງານນີ້ເລີຍ, ມັນເປັນເລື່ອງທີ່ໂສກເສົ້າ ແລະ ບໍ່ດີຫລາຍ” (ຜູ້ປ່ວຍກ່າວໄວ້ກ່ອນຈະເສຍຊີວິດໃນເວລາຕໍ່ມາ).
ດຣ. ເຈນ ແອັບເປິນບີ ຫົວໜ້າທີມແພດຂອງໂຮງໝໍ ເມໂຣດິສ ໄດ້ເຮັດຄລິບວີດີໂອເພື່ອອອກມາເຕືອນປະຊາຊົນວ່າ: ໂຣກດັ່ງກ່າວນີ້ບໍ່ແມ່ນ ເລື່ອງຫລິ້ນທີ່ທຸກຄົນຄິດຈະໄປທົດລອງກັບມັນ, ການຕິດເຊື້ອຍັງເກີດຂຶ້ນຕໍ່ໄປ ແລະ ຖ້າຍັງບໍ່ມີວັກຊີນທຸກຄົນຕ້ອງປະຕິບັດຕົນຕາມກົດ ບໍ່ດັ່ງນັ້ນຈະບໍ່ມີທາງ ປອດເຊື້ອໂຄວິດ-19ແນ່ນອນ.
ທາງດ້ານສະຖານີໂທລະພາບ NEW4SA ໃນຊານອັນໂຕນິໂອ ລັດເທັກຊັດ ສະຫະລັດອາເມລິກາ ຢືນຢັນວ່າ: ມີຜູ້ເສຍຊີວິດຍ້ອນໂຄວິດ-19 ຈາກງານປາຕີ້ແທ້ ແລະ ເປັນສິ່ງທີ່ກັງວົນກັນວ່າ ການຕິດເຊື້ອເລີ່ມເກີດຂຶ້ນ ກັບຄົນອາຍຸນ້ອຍ, ເນື່ອງຈາກຍັງມີການຈັດງານປາຕີ້ສ້າງສັນ ແລະ ພົບປະ ກັນແບບບໍ່ມີການເວັ້ນໄລຍະຫ່າງທາງສັງຄົມ ຈົນເຮັດໃຫ້ເກີດການຕິດເຊື້ອ ເພີ່ມຂຶ້ນໃນທຸກໆມື້.
ທັງນີ້, ອາຍຸສະເລ່ຍຂອງຜູ້ຕິດເຊື້ອເປັນຕົວເລກທີ່ໜ້າຕົກໃຈໃນ ຊານອັນ ໂຕນິໂອ ນັ້ນຄື ອາຍຸ 20-29 ປີເພີ່ມຂຶ້ນ 24% ແລະ ອາຍຸ 30-39 ປີເພີ່ມຂຶ້ນ 20%.
ເມື່ອຕົ້ນເດືອນຜ່ານມາມີຂ່າວວ່າ: ພົບການຕິດເຊື້ອໂຄວິດ-19 ຈາກກຸ່ມຄົນທີ່ຕ້ອງການທົດສອບໃນງານປາຕີ້ສ້າງສັນໃນຫົວຂໍ້ທີ່ວ່າ “ໃຜຈະຕິດ ເຊື້ອເປັນຄົນທຳອິດ” ໂດຍຈັດຂຶ້ນຂອງກຸ່ມນັກຮຽນ-ນັກສຶກສາ ທີ່ເຮັດການເຊີນ ຄົນທີ່ຕິດເຊື້ອມາຮ່ວມງານ, ເຊິ່ງຜູ້ທີ່ມາຮ່ວມງານຈະເອົາເງິນໃສ່ໂຖແກ້ວ ແລະ ພະຍາຍາມເຮັດໃຫ້ຕົນເອງຕິດເຊື້ອເປັນຄົນທຳອິດ ເພື່ອຈະໄດ້ເງິນໃນໂຖ ໄປທັງໝົດ.
ສຳລັບ ສະຫະລັດອາເມລິກາມີຜູ້ຕິດເຊື້ອສະສົມທັງໝົດ 3.355.646 ຄົນ, ເສຍຊີວິດ 137.403 ຄົນ, ປິ່ນປົວຫາຍດີ 1.490.446 ຄົນ ຖືວ່າເປັນອັນດັບ 1 ຂອງໂລກ ແລະ ຍັງມີທ່າອ່ຽງວ່າການລະ ບາດຍັງຈະເກີດຂຶ້ນຕໍ່ໄປ ໂດຍສະເພາະມື້ຜ່ານມາມີຜູ້ຕິດເຊື້ອມື້ດຽວ 60.000 ຄົນ.
(ໜັງສືພິມ ລາວພັດທະນາ)