ສົ່ງຈົດໝາຍສະແດງຄວາມເສົ້າສະຫລົດໃຈ ຕໍ່ເຫດການດິນຖະຫລົ່ມຮ້າຍແຮງ ຢູ່ເມືອງພະອານ, ລັດກະຈິນ, ທາງພາກເໜືອຂອງມຽນມາ


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫລົດໃຈ ຕໍ່ເຫດການດິນຖະຫລົ່ມຮ້າຍແຮງ ຢູ່ເມືອງພະອານ, ລັດກະຈິນ, ທາງພາກເໜືອຂອງມຽນມາ ເຖິງ ທ່ານ ນາງ ອອງຊານ ຊູ ຈີ ທີ່ປຶກສາແຫ່ງລັດ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ.
ເນື້ອໃນຈົດໝາຍ ໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຊາບຂ່າວດ້ວຍຄວາມເສົ້າສະຫລົດໃຈ ຕໍ່ເຫດການດິນຖະຫລົ່ມຮ້າຍແຮງຢູ່ ເມືອງພະອານ, ລັດກະຈິນ, ທາງພາກເໜືອຂອງມຽນມາ ໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2020 ຜ່ານມາ, ອັນໄດ້ສ້າງຄວາມສູນເສຍອັນໃຫຍ່ຫລວງຕໍ່ຊີວິດ ແກ່ປະຊາຊົນມຽນມາ ເປັນຈຳນວນຫລວງຫລາຍ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ,ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໂດຍສະເພາະ ຕໍ່ສະມາຊິກຄອບຄົວຂອງຜູ້ປະສົບໄພພິບັດໃນຄັ້ງນີ້.
ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານ, ປະຊາຊົນມຽນມາ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດຄັ້ງນີ້ ແລະ ສາມາດຟື້ນຟູເຂດດັ່ງກ່າວ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.