ສອງຮ້ານຂາຍສົ່ງລາຍໃຫຍ່ຂອງອັງກິດ Boots ແລະ John Lewis ຕັດສິນໃຈປົດພະນັກງານລວມກັນ 5.300 ຄົນ

ສອງຮ້ານຂາຍສົ່ງລາຍໃຫຍ່ຂອງອັງກິດ boots ແລະ john lewis ຕັດສິນໃຈປົດພະນັກງານລວມກັນ 5.300 ຄົນ - 101 1 - ສອງຮ້ານຂາຍສົ່ງລາຍໃຫຍ່ຂອງອັງກິດ Boots ແລະ John Lewis ຕັດສິນໃຈປົດພະນັກງານລວມກັນ 5.300 ຄົນ
ສອງຮ້ານຂາຍສົ່ງລາຍໃຫຍ່ຂອງອັງກິດ boots ແລະ john lewis ຕັດສິນໃຈປົດພະນັກງານລວມກັນ 5.300 ຄົນ - kitchen vibe - ສອງຮ້ານຂາຍສົ່ງລາຍໃຫຍ່ຂອງອັງກິດ Boots ແລະ John Lewis ຕັດສິນໃຈປົດພະນັກງານລວມກັນ 5.300 ຄົນ

ຂ່າວ​ການ​ປົດ​ພະນັກງານ ​ເຊິ່ງ​ເປັນ​ຜົນ​ກະທົບ​ທີ່​ເກີດ​ຂຶ້ນຈາກ​ວິ​ກິດ​ໂຄ​ວິດ-19 ຍັງ​ເກີດ​ຂຶ້ນຕໍ່​ເນື່ອງ. ຫລ້າ​ສຸດ BBC ​ໄດ້​ອອກ​ມາລາ​ຍງານວ່າ: ສອງ​ຮ້ານ​ຂາຍ​ສົ່ງ​ລາຍ​ໃຫຍ່​ຂອງ​ອັງກິດ​ຄື Boots ຮ້ານ​ຂາຍ​ສົ່ງ​ເພື່ອ​ສຸຂະພາບ ​ແລະ ຄວາມ​ງາມ ​ແລະ John Lewis ຫ້າງ​ສັບພະ​ສິນຄ້າ​ລະດັບ​ໄຮ​ເອນທີ່​ມີ​ສາຂາ​ກະຈາຍທົ່ວ​ອັງກິດ ​ໄດ້​ປະກາດ​ປົດ​ພະນັກງານ​ລວມກັນ 5.300 ຄົນ.

ສຳລັບ Boots ນັ້ນລະບຸ​ວ່າ: ຈະ​ປົດ​ພະນັກງານ​ສູງ​ເຖິງ 4.000 ຕຳ​ແໜ່​ງ ​ແລະ ປິດ​ຮ້ານ​ແວ່ນຕາ Boots Opticians 48 ສາຂາ ຈາກ​ທັງ​ໝົດ 600 ສາຂາ ​ໂດຍ​ຍັງ​ບໍ່​ໄດ້​ລະບຸ​ວ່າ​ຈະ​ປິດ​ສາຂາ​ໃດ​ແດ່ ບອກ​ແຕ່​ພຽງ​ວ່າ​ພະນັກງານ​ປະມານ 7% ຈະ​ຕົກ​ງານ ຫລັງ​ຈາກ​ພົບ​ວ່າ​ຍອດ​ຂາຍ​ທຸກ​ສາຂາ​ຂອງ Boots ຢູ່​ສະຫະຣາຊະ​ອານາຈັກ​ຫລຸດ​ລົງ 50% ​ໃນ​ໄຕ​ມາດ​ທີ 3, ສ່ວນ​ຮ້ານ​ແວ່ນຕາ​ນັ້ນຫລຸດ​ລົງ 70%.

ສອງຮ້ານຂາຍສົ່ງລາຍໃຫຍ່ຂອງອັງກິດ boots ແລະ john lewis ຕັດສິນໃຈປົດພະນັກງານລວມກັນ 5.300 ຄົນ - Visit Laos Visit SALANA BOUTIQUE HOTEL - ສອງຮ້ານຂາຍສົ່ງລາຍໃຫຍ່ຂອງອັງກິດ Boots ແລະ John Lewis ຕັດສິນໃຈປົດພະນັກງານລວມກັນ 5.300 ຄົນ

​ໃນ​ປີຜ່ານ​ມາ Boots ​ໄດ້​ອອກ​ມາ​ເປີດ​ເຜີຍ​ວ່າ: ກຳລັງ​ກວດ​ສອບ​ຜົນ​ການ​ດຳ​ເນີນ​ງານ​ຢູ່​ສະຫະຣາຊະ​ອານາຈັກ ​ໂດຍ​ມີ​ຄວາມ​ເປັນ​ໄປ​ໄດ້​ຈະ​ປິດ​ຮ້ານ​ຄ້າ​ສູງ​ສຸດ 200 ​ແຫ່ງ ​ເຊິ່ງຫລ້າ​ສຸດ CEO ຂອງ Boots ​ໄດ້​ອອກ​ມາ​ລະບຸ​ວ່າ: ຈະ​ຕ້ອງ​ເລັ່ງກົນລະຍຸດ​ການ​ປ່ຽນ​ແປງ​ຂອງ​ບໍລິສັດ.

ສ່ວນ John Lewis ນັ້ນວາງ​ແຜນ​ຈະ​ປິດ​ສາຂາ​ທັງ​ໝົດ 8 ​ແຫ່ງ ​ແລະ ປົດ​ພະນັກງານ​ລວມກັນ 1.300 ຄົນ ​ໂດຍ​ຫ້າງ​ສັບພະ​ສິນຄ້າ​ໃນ​ເບີ​ມິ​ງ​ແຮມ ​ແລະ ວັດ​ຟອດຈະ​ບໍ່​​ເປີດ​ຂຶ້ນອີກ ຫລັງ​ຈາກ​ຕ້ອງ​ປິດ​ຊົ່ວຄາວ​ໃນ​ຊ່ວງ​ວິ​ກິດ​ໂຄ​ວິດ-19. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, John Lewis ຍອມຮັບ​ວ່າ: ​ເຫດຜົນ​ທີ່​ຕ້ອງ​ປິດ​ສາຂາ​ບໍ່​ໄດ້​ເກີດ​ຂຶ້ນ​ເພາະ​ວິ​ກິດ​ທັງ​ໝົດ ຮ້ານ​ຄ້າ​ບາງ​ແຫ່ງ​ປະສົບ​ບັນຫາ​ມາ​ກ່ອນ​ໜ້າ​ແລ້ວ.

ຄວາມ​ທ້າ​ທາຍ​ທີ່​ສຸດ​ໃນ​ເວລາ​ນີ້​ຄື​ການ​ທີ່​ວິ​ກິດ​ໂຄ​ວິດ-19 ​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກປ່ຽນ​ໄປ​ສູ່​ການ​ຊື້​ເຄື່ອງ​ອອນ​ລາຍ​ຢ່າງ​ວ່ອງ​ໄວ ​ແລະ ອອກ​ຫ່າງ​ຈາກ​ຮ້ານ​ຄ້າ​ແບບ​ດັ້ງ​ເດີມ​ຫລາຍ​ຂຶ້ນ. John Lewis ​ເຊື່ອ​ວ່າ: ການ​ປິດ​ສາຂາ​ດັ່ງກ່າວ​ຈະ​ຊ່ວຍ​ຮັກສາ​ທຸລະ​ກິດ​ໃຫ້​ຍືນ​ຍົງ​ຕໍ່​ໄປ​ໄດ້ ລວມທັງ​ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ໄດ້​ຢ່າງ​ຕໍ່​ເນື່ອງ.

ການ​ອອກ​ມາ​ປົດ​ພະນັກງານ​ຂອງ​ສອງ​ຮ້ານ​ຄ້າ​ຍັກ​ໃຫຍ່​ເກີດ​ຂຶ້ນທ່າມກາງ​ການ​ເຕືອນ​ຂອງ​ສະຫະພາບ​ແຮງ​ງານ ​ແລະ ນັກວິ​ເຄາະ​ວ່າ: ການ​ສະໜັບສະໜູນ​ທາງ​ເສດຖະກິດ​ໃໝ່​ຈາກ​ທ່ານ ຣິຊີ ຊູ​ນັກ ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ອັງກິດ ບໍ່​ພຽງພໍ​ຈະ​ຢຸດ​ແຮງ​ງານ​ຫລາຍ​ລ້ານ​ຄົນ​ທີ່​ຕົກ​ງານ.

ດ້ວຍ​ແຮງ​ກະ​ຕຸ້ນ​ຈາກ​ລັດຖະບານ​ບໍ່​ອາດ​ຈູງ​ໃຈ​ໃຫ້​ນາຍ​ຈ້າງ​ຮັກສາ​ຕຳ​ແໜ່​ງ​ງານ​ໄວ້​ໄດ້ ​ເຊິ່ງທ່ານ​ເອງ​ຍອມຮັບ​ວ່າ: ບໍ່​ສາມາດ​ປົກ​ປ້ອງ​ວຽກ​ທຸກ​ວຽກ​ໃນ​ຂະນະ​ທີ່​ສະຫະຣາຊະ​ອານາຈັກ​ເຂົ້າສູ່​ສະພາບ​ຫລຸດ​ຖອຍ​ຮຸນ​ແຮງ​ໄດ້.

ສອງຮ້ານຂາຍສົ່ງລາຍໃຫຍ່ຂອງອັງກິດ boots ແລະ john lewis ຕັດສິນໃຈປົດພະນັກງານລວມກັນ 5.300 ຄົນ - 5 - ສອງຮ້ານຂາຍສົ່ງລາຍໃຫຍ່ຂອງອັງກິດ Boots ແລະ John Lewis ຕັດສິນໃຈປົດພະນັກງານລວມກັນ 5.300 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!