ຈີນ ແລະ ອິນເດຍ ປົດຊະນວນຂໍ້ຂັດແຍ່ງຊາຍແດນ


ຈີນ ແລະ ອິນເດຍຕ່າງຝ່າຍຕ່າງກໍໄດ້ຖອນກຳລັງທະຫານຂອງຕົນອອກຈາກເຂດຜິດພາດຊາຍແດນຂອງສອງປະເທດໃນສັນພູ ຮີມະໄລ.
ສຳນັກຂ່າວສານຂອງຈີນ ແລະ ອິນເດຍ, ວັນທີ 6 ກໍລະກົດ ຕ່າງກໍໄດ້ອອກຂ່າວກ່ຽວກັບການຕົກລົງຂອງເຈົ້າໜ້າທີ່ທະຫານລະດັບສູງຂອງສອງຝ່າຍໃນການຫຼຸດຜ່ອນຄວາມເຄັ່ງຕຶງ.
ສຳນັກຂ່າວສານຂອງອິນເດຍ ໄດ້ອ້າງອີງຄຳເວົ້າຂອງເຈົ້າໜ້າທີ່ໃນລັດຖະບານວ່າ: ທະຫານຈີນໄດ້ຖອຍກຳລັງອອກຈາກທີ່ຕັ້ງທີ່ຜິດພາດກັນໃນວັນທີ 15 ມີຖຸນານັ້ນແລ້ວ ແລະ ຝ່າຍອິນເດຍກໍເຊັ່ນດຽວກັນ.
ຂ່າວໃຫ້ຮູ້ວ່າ ການຖອນກຳລັງທະຫານຂອງທັງສອງຝ່າຍແມ່ນເພື່ອປະຕິບັດຂໍ້ຕົກລົງຮ່ວມກັນຂອງເຈົ້າໜ້າທີ່ທະຫານຂັ້ນສູງສອງຝ່າຍ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ.
ໜັງສືພິມ RT ໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດຂອງຈີນທ່ານ ຫວັງອີ້ ( Wang Yi) ໄດ້ສົນທະນາບັນຫາຊາຍແດນກັບທີ່ປຶກສາຄວາມໝັ້ນຄົງຂອງ ອິນເດຍ Ajit Doval ໂດຍຜ່ານໂທລະສັບໃນວັນທີ 5 ກໍລະກົດ. ເຈົ້າໜ້າທີ່ທັງສອງໄດ້ເຫັນດີ ແລະ ຮັບປະກັນໃຫ້ທະຫານທັງສອງຝ່າຍຖອນກຳລັງຂອງຕົນອອກຈາກເສັ້ນຊາຍແດນ LAC ແຮ່ງໄວກໍຍິ່ງເປັນການດີ.
ຈີນ ແລະ ອິນເດຍມີເສັ້ນຊາຍແດນຕິດຈອດກັນຍາວ 4.000 ກິໂລແມດ. ຊຶ່ງຜ່ານມາສອງປະເທດນີ້ກໍເຄີຍເກີດການປະທະກັນທາງທະຫານມາແລ້ວ ອັນເນື່ອງມາຈາກກ່າວຫາຊຶ່ງກັນ ແລະ ກັນລ່ວງລະເມີດເສັ້ນຊາຍແດນ. ຊຶ່ງຄັ້ງນີ້ ແມ່ນເກີດຂຶ້ນຢູ່ທີ່ຮ່ອມພູ Galwan ໃນວັນທີ 15 ມີຖຸນາທີ່ຜ່ານມາ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamne )