ຈຸດເດັ່ນເສດຖະກິດໃນອາຊີ ຄື ຫວຽດນາມ

ຈຸດເດັ່ນເສດຖະກິດໃນອາຊີ ຄື ຫວຽດນາມ - Time fo an Adventure 13 - ຈຸດເດັ່ນເສດຖະກິດໃນອາຊີ ຄື ຫວຽດນາມ
ຈຸດເດັ່ນເສດຖະກິດໃນອາຊີ ຄື ຫວຽດນາມ - kitchen vibe - ຈຸດເດັ່ນເສດຖະກິດໃນອາຊີ ຄື ຫວຽດນາມ

ອີງຕາມ CNBC , ນັກເສດຖະສາດທີ່ມີຊື່ສຽງໂດ່ງດັງ Edward Teather ຂອງ UBS Research ຢືນຢັນວ່າ: “ເສດຖະກິດຫວຽດນາມ ພ້ອມທີ່ຈະຟື້ນຕົວຄືນຫຼັງໂຄວິດ-19. ເຖິງແມ່ນເສດຖະກິດຂອງຫວຽດນາມຈະໄດ້ຮັບຜົນກະທົບໜັກຈາກການລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ຍັງມີຄວາມຫວັງເປັນຈຸດເດັ່ນທີ່ສຸດໃນອາຊີ”. ທ່ານເນັ້ນຕື່ມອີກວ່າ: “ຍອດການຂາຍຍ່ອຍ, ການນຳເຂົ້າ ແລະ ການຜະລິດອຸດສາຫະກຳຂອງຫວຽດນາມລ້ວນແຕ່ເພີ່ມຂື້ນໃນເດືອນມີຖຸນາທີ່ຜ່ານມາ ຖ້າທຽບໃສ່ໄລຍະດຽວກັນປີກາຍ. ເປັນທີ່ອັນແນ່ນອນວ່າ ສະພາບເສດຖະກິດຂອງຫວຽດນາມແມ່ນດີລື່ນທຸກປະເທດໃນອາຊີ”.

ເສດຖະກິດຂອງຫຼາຍປະເທດໃນອາຊີ ແລະ ໃນໂລກຕົກຕໍ່າຢ່າງຮ້າຍແຮງ ໃນໄຕມາດ II ຍ້ອນໂຄວິດ-19 ແຕ່ ຈີດີພີ ຂອງຫວຽດນາມຍັງສືບຕໍ່ເພີ່ມຂຶ້ນ 0,36%.

ຜູ້ຊ່ຽວຊານ Teather ຢືນຢັນວ່າ: “ເສດຖະກິດຂອງຫວຽດນາມກຳລັງເຕີບໂຕເປັນຢ່າງດີ ແລະ ຍັງຈະສືບຕໍ່ເຕີບໂຕອີກຕໍ່ໄປ ໂດຍສະເພາະແມ່ນການສົ່ງອອກໃນທົ່ວໂລກ. ສະນັ້ນ, ເສດຖະກິດຂອງຫວຽດນາມຈຶ່ງມີອະນາຄົດທີ່ສົດໃສໃນອາຊີ.”

ຂ່າ% ລູກເມືອງພວນ(ແຫຼ່ງຂ່າວ zingnews)

ຈຸດເດັ່ນເສດຖະກິດໃນອາຊີ ຄື ຫວຽດນາມ - 5 - ຈຸດເດັ່ນເສດຖະກິດໃນອາຊີ ຄື ຫວຽດນາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!