ຄໍ່າຄືນຂອງວັນທີ 7 ກໍລະກົດນີ້, ຈີນປະກາດພາວະສຸກເສີນນໍ້າຖ້ວມ ສູງສຸດເປັນຄັ້ງທຳອິດໃນປີ 2020
July 8, 2020 - 9:25 AM


ຄໍ່າຄືນຂອງວັນທີ 7 ກໍລະກົກນີ້, ສະຖານີອຸຕຸນິຍົມສູນກາງຂອງຈີນ ໄດ້ອອກປະກາດແຈ້ງການຢູ່ໃນລະດັບສີສົ້ມກ່ຽວກັບຝົນຕົກໜັກ(ມີ 4 ລະດັບ: ຂຽວ, ເຫຼືອງ, ສີສົ້ມ ແລະ ສີແດງ).
ການປະກາດລະດັບສີສົ້ມນັ້ນ ສະແດງໃຫ້ເຫັນວ່າ ຝົນຕົກໜັກຢູ່ຈີນຈະເກີດໄພອັນຕະລາຍຕາມມາ ແລະ ກໍເປັນການປະກາດສີສົ້ມຄັ້ງທຳອິດໃນປີນີ້.
ແຈ້ງການໃນວັນທີ 7 ກໍລະກົດນັ້ນ ໄດ້ແຈ້ງໃຫ້ຮູ້ວ່າ ບັນດາແຂວງທີ່ຈະມີຝົນຕົກໜັກສຸດໆກໍຄື: ຫູເປີຍ, ອັ່ນຮຸຍ, ເຫີໜານ, ຈຽງຊີ, ເຈີຈຽງ. ໃນນັ້ນທາງພາກໃຕ້ຂອງແຂວງ ຫູເປີຍ, ພາກເໜືອຂອງ ຈຽງຊີ ແລະ ພາກໃຕ້ຂອງ ອັ່ນຮຸຍຈະມີຝົນຕົກໜັກເປັນພິເສດ, ຊຶ່ງປະລິມານນໍ້າຝົນຈະສູງເຖິງ 250-280ມມ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ tuoitre)