ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ

ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ - Time fo an Adventure 60 - ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ
ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ - kitchen vibe - ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ

ໃນ ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ ດັ່ງນີ້:

“ຄວາມຜິດພາດ ໃນການຕີຄວາມ ແລະນິຍາມ ທີ່ມາ ຂອງ ການສໍ້ລາດບັງຫລວງ ໄດ້ບັ່ນທອນ ການຕໍ່ສູ້ກັບເນື້ອຮ້າຍນີ້ ຂອງມວນມະນຸດຊາດ ມາໂດຍຕະຫລອດ, ທັງນີ້ເພາະ ລືມໄປວ່າ ການສໍ້ລາດບັງຫລວງ ແລະການປະພຶດ ທີ່ເປັນອາດຍາກຳ ທັງຫມົດ ບໍ່ວ່າໃຫຍ່ ຫລືນ້ອຍ ລ້ວນແຕ່ເກີດມາຈາກ ແນວຄິດຈິດໃຈ ຂອງມະນຸດເຮົາ ແຕ່ລະຄົນ ເປັນຕົ້ນຕໍ່, ບໍ່ແມ່ນ ຍ້ອນທຸກຍາກ ຫລື ຮັ່ງມີ ບໍ່ແມ່ນຍ້ອນເປັນນັກປາດ ຫລື ຄົນກືກຫນັງສື ບໍ່ແມ່ນຍ້ອນສີຜິວ ຫລື ສາສະຫນາ ຫລື ລັທທິ ຫລື ລະບອບສັງຄົມ ຫລື ກົດຫມາຍ… ເຫັນໄດ້ວ່າທຸກຄົນ ສໍ້ລາດບັງຫລວງ ແລະກໍ່ອາດຍາກຳໄດ້ທັງນັ້ນ ຖ້າຄວບຄຸມແນວຄິດຈິດໃຈຂອງຕົນເອງ ບໍ່ໄດ້.

ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ - Visit Laos Visit SALANA BOUTIQUE HOTEL - ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ

ເວົ້າອີກແບບຫນຶ່ງ ບ່ອນໃດ ບໍ່ມີ ຄົນຢູ່ ບ່ອນນັ້ນຈິ່ງ ບໍ່ມີ ການສໍ້ລາດບັງຫລວງ ແລະອາດຍາກຳ, ກົງກັນຂ້າມ ບ່ອນໃດມີຄົນຢູ່ ບ່ອນນັ້ນຈິ່ງ ມີ ການສໍ້ລາດບັງຫລວງ ແລະອາດຍາກຳ ເກີດຂຶ້ນ.

ເປັນຫຍັງ ອ້າຍເອື້ອຍນ້ອງຮ່ວມອຸທອນດຽວກັນ ຈິ່ງມີຄົນດີແລະມີຄົນບໍ່ດີ ໃນເມື່ອ ມີພໍ່ແມ່ດຽວກັນ ມີສິ່ງແວດລ້ອມດຽວກັນ ຢູ່ໃນສັງຄົມດຽວກັນ ຢູ່ໃນປະເທດດຽວກັນ ເປັນຄົນຮ່ວມຊາດ ຮ່ວມສາສະຫນາດຽວກັນ ຮຽນຫລັກສູດດຽວກັນ?

ທັງນີ້ ຈິ່ງສະຫລຸບໄດ້ວ່າ ໃນການເອົາຊະນະ ອາດຍາກຳເວົ້າລວມ ແລະ ການສໍ້ລາດບັງຫລວງ ເວົ້າສະເພາະນີ້ ຄຽງຄູ່ກັບ ມາດຕະການ ສະກັດກັ້ນ ແລະລົງໂທດ ສະຖານ ຫນັກເບົາ ຕາມຕົວບົດກົດຫມາຍຕ່າງໆ ທີ່ຮູ້ນຳກັນແລ້ວນັ້ນ ຍັງ ຕ້ອງເຂົ້າໃຈວ່າ ແນວທາງຕົ້ນຕໍ່ ແມ່ນການແກ້ໄຂ ປັດໄຈມະນຸດ ດ້ວຍ ການກຳຈັດຮັດແຄບ ປັດໄຈມະນຸດ ລົງ ໃຫ້ເຫລືອນ້ອຍ ເທົ່າທີ່ ຈະນ້ອຍໄດ້ ໂດຍນຳໃຊ້ ເຕັກໂນໂລຊີ ອັນທັນສະໄຫມ ເຂົ້າມາຊ່ວຍ ຢ່າງຂະຫຍັນຂັນແຂງ ເປັນກັາວໆ. ໃນຂັ້ນຕອນ ອັນສຳຄັນນີ້ ບົດບາດ ຂອງນັກຮຽນຮູ້ ປັນຍາຊົນ ຈິ່ງມີລັກສະນະ ຕັດສິນໄຊຊະນະຂອງພາລະກິດ ຕໍ່ຕ້ານ ອາດຍາກຳເວົ້າລວມ ແລະ ການສໍ້ລາດບັງຫລວງເວົ້າສະເພາະນີ້.

ຫມາຍຄວາມວ່າ ເຖິງຈະມີ ຄົນທີ່ມີເຈຕະນາ ທຸຈະຫລິດ ກະທຳຜິດ ແຕ່ຖ້າພວກເຂົາ ບໍ່ສາມາດເຂົ້າຫາ ເປົ້າຫມາຍ ທຸຈະຫລິດ ໄດ້ ( ເຊັ່ນ: ຄົນ ຮັບສິນບົນ ກັບຄົນ ໃຫ້ສິນບົນ ບໍ່ສາມາດພົບພໍ້ກັນໄດ້ ຫລື ບໍ່ສາມາດ ຈັບຕ້ອງ ໂອນຍ້າຍ ຫລື ບໍ່ສາມາດ ເຂົ້າເຖິງ ຊັບສິນເງິນຄຳໄດ້ ຯລຯ ), ເຖິງວ່າ ຈຳນວນຄົນ ທີ່ມີເຈຕະນາ ທຸຈະຫລິດ ຈະມີ ຫລາຍ ເທົ່າໃດກໍຕາມ ແຕ່ ຈຳນວນຄົນ ທີ່ມີຄວາມສາມາດ ທີ່ຈະ ທຸຈະຫລິດໄດ້ຈິງນັ້ນ ກໍຈະມີນ້ອຍລົງ.

ຕົວຢ່າງ: ຢູ່ບາງ ປະເທດ ຕຳຫລວດ ຈໍລະຈອນ ນັ່ງເຮັດວຽກ ໃນຫ້ອງຕິດເຄື່ອງປັບອາກາດ ໂດຍໃຊ້ເຕັກໂນໂລຊີ ສະໄຫມໃຫມ່ເພື່ອຄວບຄຸມກວດກາ ໂດຍ ບໍ່ໄດ້ພົບພໍ້ກັນກັບ ອັດຕະພາບ ຂອງການສັນຈອນ ອັນເຮັດໃຫ້ບໍ່ມີໂອກາດທຸຈະຫລິດ ຕາມທ້ອງຖະຫນົນ ແລະບໍ່ໃຊ້ຄົນຫລາຍ ເຊິ່ງກໍບໍ່ຫມາຍຄວາມວ່າທຸກຄົນຈະດີໃຈນຳ ເປັນຕົ້ນຕຳຫລວດຈໍລະຈອນ ໃນຫລາຍປະເທດ ຂັດຂວາງແນວທາງນີ້ ດ້ວຍເຫດຜົນ ຕ່າງໆນານາ ຈົນເຮັດໃຫ້ຄົນທົ່ວໄປເຂົ້າໃຈຍາກ ( ຫລືເຂົ້າໃຈງ່າຍ? ), ບາງປະເທດ ກໍນຳໃຊ້ລະບົບຈົດ ຄ່ານຳ້ ຄ່າໄຟ ຮວມສູນ ອັດຕະໂນມັດ ແລະກວດກາໄດ້ງ່າຍຕະຫລອດເວລາ ໂດຍ ບໍ່ຕ້ອງໃຊ້ຄົນຫລາຍ ແລະຜິດພາດນ້ອຍ, ຫລາຍທະນາຄານ ກໍມີລະບົບເຄື່ອງຮັບ ແລະຈ່າຍເງິນສົດ ແລະຮັບໃບແຊກ ເຮັດໃຫ້ບໍ່ຕ້ອງໃຊ້ຄົນຫລາຍ ທັງໄວທັງຈຳກັດຈຳນວນຄົນທີ່ເຂົ້າເຖິງເງິນ ທີ່ສາມາດ ລັກເງິນໄດ້, ຫລຸດຜ່ອນການນຳໃຊ້ ເງິນເຈ້ຍ ( ເງິນສົດ ເງິນກະດາດ ) ເທື່ອລະກ້າວ ຈົນໄປເຖິງການ ຈຳກັດການພິມ ແລະ ການນຳໃຊ້ ເງິນເຈ້ຍ ໃຫ້ເຫລືອຈຳນວນນ້ອຍເທົ່າທີ່ຈະນ້ອຍໄດ້ ( ພິມ ແລະນຳໃຊ້ ແຕ່ ໃບເງິນ ທີ່ມີມູນຄ່າ ນ້ອຍ ) ເຊິ່ງປ່ຽນແທນ ດ້ວຍການນຳໃຊ້ ເງິນເອເລັກໂຕນິກ ທີ່ກວດກາໄດ້ງ່າຍ ແລະສະດວກໃນການພົກພາ ໃຊ້ຈ່າຍ ຍາກແກ່ການ ທຸຈະຫລິດ ຕົກເຫ່ຍເສຍຫາຍ ແລະຊ່ວຍແກ້ໄຂໄພເງິນເຟີ້ ການສໍ້ລາດບັງຫລວງ ສິນບົນ ຫນີພາສີ ຄ້າເຖື່ອນ ຄ້າສິ່ງຜິດກົດຫມາຍ ເງິນກໍ່ອາດຍາກຳ ກໍ່ການຮ້າຍ ຯລຯ ທຳນອງນີ້…

ສາເຫດຕົ້ນຕໍ ທີ່ ພາໃຫ້ ການລົງໂທດ ພຶດຕິກຳ ສໍ້ລາດ ແລະ ອາດຍາກຳ ບໍ່ໄດ້ຜົນເທົ່າທີ່ຄວນ ບໍ່ແມ່ນ ບັນຫາຕົວບົດກົດຫມາຍ ແຕ່ຢ່າງໃດ ເພາະວ່າ ກົດຫມາຍ ແບບນີ້ ມີມາໃນໂລກເຮົາ ດົນນານແລ້ວ
ແຕ່ ສາເຫດຕົ້ນຕໍ ທີ່ ພາໃຫ້ ການລົງໂທດ ພຶດຕິກຳ ສໍ້ລາດ ແລະ ອາດຍາກຳ ບໍ່ໄດ້ຜົນເທົ່າທີ່ຄວນ ແມ່ນປັດໄຈມະນຸດ ແມ່ນຄົນ…

ຄວາມຄິດຈິດໃຈຂອງຄົນເຮົາເອງ ແຕ່ລະຄົນ ເປັນ ທີ່ມາ ຕົ້ນຕໍ່ ຂອງການປະພຶດສໍ້ລາດບັງຫລວງ ແລະອາດຍາກຳ, ສ່ວນປັດໄຈອື່ນໆ ເປັນພຽງ ສິ່ງແວດລ້ອມ ແລະເງື່ອນໄຂ ( ຫລື ໃຊ້ເປັນ ຂໍ້ອ້າງ ) ທີ່ອຳນວຍ ຫລື ບໍ່ອຳນວຍ (ຫລາຍຫລືນ້ອຍ) ສຳຫລັບ ການປະພຶດແບບດັ່ງກ່າວ ເທົ່ານັ້ນ.

ຖ້າບໍ່ຄິດແບບນີ້ ກໍຈະຫາ ທາງອອກ ຫາທາງແກ້ໄຂ ບໍ່ໄດ້, ພ້ອມທັງຕ້ອງມີ ຄວາມກ້າຫານ ຈິ່ງຈະຮັບເອົາຄວາມຄິດນີ້ໄດ້.

1 ຄວາມຄິດຜິດໆ ຈິ່ງເຮັດໃຫ້ ເກິດລັກສະນະດ້ານດຽວ:

+ ລັກສະນະອັດຕະວິໄສ ແລະ ລັກສະນະພາວະວິໄສ ຖືກເນັ້ນຫນັກ ໄປ ດ້ານໃດດ້ານຫນຶ່ງ ຫລາຍກວ່າກັນ.

ຕົວຢ່າງ: ເຫັນແຕ່ ຄົນອື່ນ ເຮັດຜິດ ແຕ່ ບໍ່ເຫັນ ຕົວເອງ ເຮັດຜິດ, ເພາະ ລືມໄປວ່າ ຄົນທຸກຄົນເກິດມານັ້ນ ມີຄວາມຊົ່ວດີ ຕິດຕົວມາ ເທົ່າໆກັນ ທຸກຄົນ. ບໍ່ມີໃຜ ຄົນໃດທີ່ເກິດມາດີງາມລ້ວນໆ ບໍ່ມີໃຜ ຄົນໃດທີ່ເກິດມາຊົ່ວຮ້າຍລ້ວນໆ, ແຕ່ທຸກຄົນ ເກີດມາ ລ້ວນແຕ່ ມີຄວາມຊົ່ວ ແລະຄວາມດີ ເທົ່າກັນຕັ້ງແຕ່ກຳເນິດ.

ຄວາມແຕກຕ່າງລະຫວ່າງຄົນເຮົາ ຈິ່ງຂຶ້ນກັບວ່າ ຄວາມຊົ່ວ ແລະ ຄວາມດີ ທີ່ມີໃນຕົວ ຂອງທຸກຄົນນັ້ນ ອັນໃດຈະຊະນະ ໃນແຕ່ລະວິນາທີຂອງຊີວິດຄົນເຮົາ, ອັນເປັນຄຳຖາມ ທີ່ມີຄຳຕອບ ນັບບໍ່ຖ້ວນ ຕ່າງໆກັນໄປ ຕາມແຕ່ລະຄົນ, ບໍ່ຄືກັນ ໃນແຕ່ລະ ກໍລະນີ.

ທັງນີ້ ກໍຍ້ອນວ່າ ໃນແຕ່ລະຄົນ, ກ່ວາ ຄວາມດີ ຈະເອົາຊະນະ ຄວາມຊົ່ວໄດ້ ມັນຕ້ອງຜ່ານອຸປະສັກ ຂວາກຫນາມ ແລະຄວາມຫຍຸ້ງຍາກ ນານາປະການ ຈິ່ງຈະເປັນໄປໄດ້. ດ້ວຍເຫດນີ້ເອງ ທີ່ເຮົາທຸກຄົນ ຈິ່ງສັນລະເສີນ ຍົກຍ້ອງ ຄົນດີໃນສັງຄົມ (ເພາະວ່າບໍ່ມີໃຜທີ່ຈະໄປຍົກຍໍ ການກະທຳທີ່ເຮັດໄດ້ ໂດຍງ່າຍ).

+ ການເນັ້ນຫນັກ ລະຫວ່າງ ດ້ານຮູບນອກ ກັບເນື້ອໃນ, ລະຫວ່າງດ້ານການປາບປາມ ກັບການອົບຮົມສຶກສາ ຯລຯ ບໍ່ສົມດຸນກັນ.

2 ໃນການຕໍ່ສູ້ ກັບ ການສໍ້ລາດບັງຫລວງ ແລະອາດຍາກຳອື່ນໆນັ້ນ ຄວາມຄິດສ່ວນໃຫຍ່ ມີລັກສະນະສະເພາະກິດ, ຢາກໃຫ້ຈົບສິ້ນລົງ ໄວໆ, ບໍ່ເຂົ້າໃຈວ່າ ມັນເປັນການຕໍ່ສູ້ທີ່ ຕໍ່ເນື່ອງ ຍືດເຍື້ອຍາວນານ ແລະບໍ່ຈົບລົງ ງ່າຍໆ.

3 ແນວຄິດເອື່ອຍອີງ: ຖືວ່າ ການປາບປາມ ອາດຍາກຳທົ່ວໄປ ກໍຄື ການສໍ້ລາດບັງຫລວງ ແມ່ນຫນ້າທີ່ ຂອງອົງການກ່ຽວຂ້ອງ ຢ່າງດຽວ ໂດຍບໍ່ມອງເຫັນ ຫລືຖືເບົາ ບົດບາດຂອງແຕ່ລະຄົນ ຂອງທຸກໆຄົນ ຂອງທົ່ວປວງຊົນ ບໍ່ເຫັນວ່າ ຖ້າຂາດສະຕິແລ້ວ ພວກເຮົາແຕ່ລະຄົນ ກໍສາມາດ ກະທຳຜິດໄດ້ທັງນັ້ນ.

4 ການເລືອກປະຕິບັດ, ເຊັ່ນ: ປາບປາມກຸ່ມຫນຶ່ງ ແຕ່ຊຳ້ພັດບໍ່ປາບປາມອີກກຸ່ມຫນຶ່ງ ຂອງຄົນ ທີ່ກະທຳຜິດ, ການກະທຳຜິດຄືກັນ ແຕ່ຮັບໂທດບໍ່ຄືກັນ ຯລຯ ທຳນອງນີ້…

ເນື້ອຮ້າຍ ຂ້າ ຮ່າງກາຍມະນຸດ ຢ່າງບໍ່ປານີປາໄສ ຄືແນວໃດ, ການສໍ້ລາດບັງຫລວງ ແລະອາດຍາກຳ ທຸກຮູບແບບ ກໍທຳລາຍ ຕໍ່ທຸກລະບອບສັງຄົມ ຂອງມະນຸດຊາດ ຢ່າງຮ້າຍແຮງ ແລະຕໍ່ເນື່ອງ ຄືແນວນັ້ນ.

ການສໍ້ລາດບັງຫລວງ ເປັນສ່ວນຫນຶ່ງ ຂອງ ອາດຍາກຳໂດຍລວມ ຈິ່ງຕ້ອງໄດ້ຮັບການຈັດການ ຕາມນັ້ນ ຢ່າງເຫມາະສົມ.

ໂດຍເປັນສ່ວນຫນຶ່ງຂອງອາດຍາກຳໂດຍລວມ, ການສໍ້ລາດບັງຫລວງ ຈິ່ງທຳລາຍ ທຸກຊາດ ທຸກປະເທດໃນໂລກ ບໍ່ວ່າຈະ ຮັ່ງມີ ຫລື ທຸກຍາກ ລຳ້ສະໄຫມ ຫລື ຫລ້າຫລັງ ມີປະຊາກອນຫລາຍ ຫລື ນ້ອຍ, ບໍ່ວ່າຈະຢຶດຖືລັດທິໃດກໍຕາມ, ນັບຖືສາສະຫນາໃດກໍຕາມ.

ບໍ່ຕ່າງຈາກເນື້ອຮ້າຍ ມັນທຳລາຍ:

1 ມະນຸດຊາດທັງຫມົດ ທຸກຊາດທຸກພາສາ:

+ ທັງເພດຍິງ ທັງເພດຊາຍ
+ ທັງຫນຸ່ມ ທັງແກ່
+ ທັງຄົນດີ ທັງຄົນຊົ່ວ
+ ທັງຄົນທຸກ ທັງຄົນຮັ່ງ
+ ບໍ່ເລືອກ ອາຊີບ ວຽກເຮັດງານທຳ
+ ບໍ່ເລືອກ ເຊື້ອຊາດ ສີຜິວ
+ ບໍ່ເລືອກ ສາສະຫນາ ລັດທິ
+ ບໍ່ເລືອກ ລະດັບ ການສຶກສາ: ທັງນັກປາດ ທັງຄົນກືກຫນັງສື ຯລຯ…

2 ທຸກລະບອບສັງຄົມ

3 ໃນທົ່ວໂລກ: ທຸກທະວີບ ທຸກປະເທດ

4 ໃນທຸກຍຸກ ທຸກສະໄຫມ ເລີ່ມຈາກ ຍຸກສະໄຫມ ປະຖົມໂບຮານ ຈົນເຖິງ ຍຸກສະໄຫມ ປັດຈຸບັນ.

ການຕໍ່ສູ້ກັບອາດຍາກຳໂດຍລວມ ແລະການຕໍ່ສູ້ກັບ ການສໍ້ລາດບັງຫລວງ ໂດຍສະເພາະ ແມ່ນພາລະກິດ ຂອງແຕ່ລະຄົນ ຂອງທຸກໆຄົນ ໃນທົ່ວໂລກ ທີ່ຈະຕ້ອງເລີ່ມຕົ້ນຈາກພາຍໃນແຕ່ລະຄົນ ອອກສູ່ພາຍນອກ ຈາກໄວເດັກ ສູ່ໄວແກ່ເຖົ້າຊະລາພາບ ຈາກພາຍໃນປະເທດ ສູ່ສາກົນ.

ເນື່ອງຈາກວ່າອາດຍາກຳໂດຍລວມ ແລະ ການສໍ້ລາດບັງຫລວງ ໂດຍສະເພາະ ມີ ທີ່ມາ ຈາກຄວາມຄິດຈິດໃຈ ຂອງມະນຸດເຮົາ ທຸກຄົນ ປຽບໄດ້ກັບ ເລັບມືເລັບເທົ້າ ທີ່ ງອກ ອອກມາ ຈາກຮ່າງກາຍ ຢ່າງບໍ່ຮູ້ຈົບ, ຄົນທັງຫມົດ ກໍຄື ແຕ່ລະຄົນ ໃນທົ່ວໂລກ ຈິ່ງຕ້ອງພ້ອມກັນ ຮັບພາລະກິດ ເປັນ ຊ່າງເສີມສວຍ ທີ່ເຮັດໃຫ້ໂລກສວຍງາມຍິ່ງຂຶ້ນ ໂດຍທຸກຄົນ ຕ້ອງ ພ້ອມພຽງຮຽງຫນ້າກັນ ລຸກຂຶ້ນ ຕໍ່ສູ້ກັບ ການສໍ້ລາດບັງຫລວງ ແລະອາດຍາກຳ ທຸກຮູບແບບ, ຕ້ອງເປັນຄືກັບ ຊ່າງເສີມສວຍຕັດເລັບ: ເລັບຍາວແລ້ວຕັດ ຕັດແລ້ວຕັດອີກ ຢ່າງບໍ່ຢຸດຢ່ອນ, ຕັດເລັບ ໃຫ້ຕົວເອງ ຕັດເລັບໃຫ້ເພື່ອນມະນຸດ.

ເພີ່ມທະວີການຮ່ວມມື ແລະປະສານສົມທົບ ກັບບຸກຄົນ ກໍຄືການຈັດຕັ້ງ ທີ່ກ່ຽວຂ້ອງ ທັງພາກລັດ ແລະເອກະຊົນ ໃນທົ່ວໂລກ ຢ່າງຮອບດ້ານ ເພື່ອຕັດຂາດ ທຳລາຍ ສາຍໃຍ ທຸຈະຫລິດ ມິດສາຊີບ ໂຈນຜູ້ຮ້າຍ ຄົນບໍ່ດີ ບໍ່ໃຫ້ມີໂອກາດ ລີ້ຊ້ອນ ຊຸກເຊື່ອງ ປົກປິດ ການກະທຳຜິດ ຯລຯ…

ການຕໍ່ສູ້ນີ້ ເປັນພາລະກິດ ທີ່ບໍ່ມີວັນຢຸດຢັ້ງ ຈົນກ່ວາຈະສິ້ນລົມຫາຍໃຈ. ຄົນເຮົາ ຈິ່ງຕ້ອງເປັນຄົນ ທີ່ ມີຄວາມກ້າຫານ ມີຄວາມມານະອົດທົນ ຢ່າງສູງ ບໍ່ທ້ອຖອຍ ບໍ່ທົດຖອຍ ມີແຕ່ ກ້າວຂຶ້ນ ສູ່ຜົນສຳເລັດໃຫມ່ ຢ່າງບໍ່ຮູ້ອິດເຫມື່ອຍ ຢ່າງມີໄຊ ເທົ່ານັ້ນ.

ທັງນີ້ກໍຍ້ອນວ່າ: ເຊັ່ນດຽວກັບເນື້ອຮ້າຍ, ການສໍ້ລາດບັງຫລວງ ແລະອາດຍາກຳທຸກຮູບແບບ ກໍຄືສັດຕູຮ່ວມ ຂອງມວນມະນຸດຊາດ.”

ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ - 3 - ຄຳໂອວາດ ຂອງ ປະທານ ສຸພານຸວົງ ຕໍ່ນັກຮຽນຮູ້ ປັນຍາຊົນ ແລະ ສະມາຊິກສະພາ ໃນເດືອນ ກຸມພາ 1986 ໄດ້ມີການເວົ້າເຖິງ ການຕໍ່ສູ້ ຕ້ານ ອາດຍາກຳ ແລະ ການສໍ້ລາດບັງຫລວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!