ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ.

ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ. - Time fo an Adventure 52 - ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ.
ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ. - kitchen vibe - ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ.

ວັນທີ 8 ເດືອນກໍລະກົດ ແມ່ນວັນ​ຄົບຮອບ 26 ປີ​​ ແຫ່ງ​ການ​ມໍລະນະ​ກຳ ຂອງ ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ.

ເນື່ອງໃນໂອກາດວັນດັ່ງກ່າວນີ້, ປະຊາຊົນເກົາຫລີ ແລະ ບຸກຄົນກ້າວໜ້າຂອງໂລກ ໄດ້ທົບທວນ ຄືນຄຸນງາມຄວາມດີອັນມະຫາສານ ດ້ວຍຈິດໃຈອັນສູງສົ່ງ ຊຶ່ງປະທານ ກິມ ອິນ ຊຸງ ໄດ້ສ້າງໄວ້ໃນພາລະກິດເພື່ອສ້າງສາປະເທດຊາດໃຫ້ມີຄວາມເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ ໃນພາລະກິດສັງ ຄົມນິຍົມ ແລະ ຄວາມເປັນເອກະລາດຂອງໂລກ ເປັນໄລຍະເວລາ 70 ປີ ນັບຕັ້ງ​ແຕ່​ເພິ່ນໄດ້ເລີ່ມ​ອອກ​ເດີນ​ຕາມ​ເສັ້ນ​ທາງ​ຂອງ​ການ​ປະ​ຕິ​ວັດ ແຕ່ອາຍຸຍັງໜຸ່ມນ້ອຍໃນໄວ 10 ປາຍປີ.

ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ. - Visit Laos Visit SALANA BOUTIQUE HOTEL - ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ.

ນັບ​ແຕ່​ມື້​​ເພິ່ນ​ເລີ່​ມການປະຕິວັດ, ສະຫາຍ ກິມ ອິນ ​ຊຸງ ​ໄດ້​ອະທິບາຍ​ແຈ້ງ​ເຖິງ​ຄວາມ​ຈິງ​ຫລັກ​ທີ່​ວ່າ​ເອກະລາດ ​ແມ່ນ​ເສັ້ນ​ຊີວິດ​ຂອງ​ມະຫາຊົນ ​ແລະ ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ປະ​ເທດຊາດມີ​ຊີວິດ​ຊີວາ, ​ໄດ້​ກໍ່​ຕັ້ງ​ແນວ​ຄວາມ​ຄິດ​ຈຸ​ເຊ ທີ່​ຖື​ເອົາ​ມະຫາຊົນ​ເປັນ​ໃຈກາງ ​ແລະ ​ແກ້​ໄຂ​ທຸກ​ບັນຫາຕາມ​ສີສັນ​ຂອງ​ເກົາຫລີ​ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເກົາຫລີ ແລະ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສະພາບ​ເງື່ອນ​ໄຂ​ອັນສະ​ເພາະ​ຂອງ​ປະ​ເທດ​ໃນ​ຕະຫລອດ​ໄລຍະ​ຂອງ​ການຊີ້​ນຳການ​ປະຕິວັດ.

ສະຫາຍ ກິມ ອິນ ​ຊຸງ ໄດ້ນຳພາການຕໍ່ສູ້ຈົນບັນລຸຜົນສໍາເລັດ ໃນພາລະກິດປົດປ່ອຍຊາດ ດ້ວຍແຜນການອັນຍິ່ງໃຫຍ່ໃນການສ້າງສາປະເທດຊາດໃຫ້ມີຄວາມຮັ່ງມີ, ການເຮັດສົງຄາມກັບກຸ່ມຈັກກະພັດ​ຕໍ່ຕ້ານປະຊາຊົນເກົາຫລີ, ພາລະກິດ​ຟື້ນ​ຟູ ​ແລະ ສ້າງສາປະເທດຊາດຫລັງສົງຄາມ ແລະ ພາລະກິດການ​ປະ​ຕິ​ວັດ​ສັງຄົມ​ໃນ​ສອງ​ໄລຍະ. ​ເພິ່ນ​ຍັງ​ເຮັດ​ໃຫ້​ແນ່​ໃຈ​ວ່າ ການ​ຫັນ​ເປັນ​ອຸດສາຫະກຳ​ສັງຄົມ​ນິຍົມ​ ເປັນ​ຈິງ​ໄດ້ຜ່ານການຂະຫຍາຍຕົວຂຶ້ນຢ່າງແຮງ ເໝືອນດັ່ງມ້າຕິດປີກ ອັນໄດ້ສ້າງພື້ນຖານທີ່ເຂັ້ມແຂງ ໃຫ້ກັບການສ້າງເສດຖະກິດທີ່ເພິ່ງພາຕົນເອງຂອງຊາດ.

ໃນໄລຍະເວລາແຫ່ງການນຳພາການປະຕິວັດ, ສະຫາຍ ກິມ ອິນ ​ຊຸງ ໄດ້ຍົກສູງຄັນທຸງແຫ່ງຈິດ ໃຈກຸ້ມຕົນເອງ, ເພິ່ງຕົນເອງ, ໄດ້ທັບມ້າງອຸປະສັກ, ຄວາມກົດດັນ, ການແຊກແຊງກິດຈະການພາຍໃນທຸກປະການຢ່າງເດັດດ່ຽວ ສາມາດສ້າງພື້ນຖານອັນໜັກແໜ້ນໃນການກຸ້ມຕົນເອງ, ເພິ່ງຕົນເອງ ແລະ ທ່າແຮງບົ່ມຊ້ອນແຫ່ງການພັດທະນາພາຍໃນ ຊຶ່ງເຮັດໃຫ້ສັງຄົມນິຍົມ​ຕາມ​ສີສັນ​ຂ​ອງ​ເກົາຫລີ ໃຫ້ນັບມື້ນັບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃນທ່າມກາງພາຍຸລົມແຮງ.

ຍ້ອນປະທານ ກິມ ອິນ ​ຊຸງ ໄດ້ມີການຊີ້ນຳ-ນໍາພາຢ່າງເດັດດ່ຽວ ແລະ ມີວິໄສທັດອັນກວ້າງໄກ ຈຶ່ງເຮັດໃຫ້ດ້ານການເມືອງ ແລະ ການທະຫານຂອງປະເທດພວກເຮົາ ມີຄວາມໜັກແໜັນເຂັ້ມແຂງ ເດີນຕາມທິດນໍາໜ້າ ໂດຍຕະຫລອດມາ. ​ເພິ່ນ​ໄດ້​ອຸທິດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕົນ​ມີ​ ໃຫ້​ແກ່ໄຊຊະນະ​ຂອງ​ການ​ປະ​ຕິ​ວັດ, ຊຶ່ງຍາມ​ໃດ​ກໍ​ຄິດ​​ເຖິງ​ປະ​ເທດ​ຊາດ ​ແລະ ປະຊາຊົນ ທ່າມກາງ​ການ​ປະ​ເຊີ​ນໜ້າ​ກັບ​ຄວາມທຸກ​ທໍລະມານ ​ແລະ ຄວາມ​ຍາກ​ລຳ​ບາກທີ່​ຄົນ​ຜູ້​ໜຶ່ງ ກໍ​ຄື ນັກ​ປະຕິວັດຜູ້ໜຶ່ງໄດ້​ປະ​ເຊີນ​ໜ້າ​ເປັນ​ເວລາ​ຍາວ​ນານ ນັບ​ແຕ່​ເພິ່ນ​ໄດ້​ເລີ່​ມ​ເສັ້ນທາງແຫ່ງການ​ປະຕິວັດ. ເພິ່ນ​ແມ່ນ​ບິດາ​ຂອງ​ປະ​ເທດ​ຊາດ​ຜູ້​ທີ່​ເຕົ້າ​ໂຮມ​ເອົາ​ປະຊາຊົນ​ເກົາຫລີ ທີ່​ຮັກ​ປະ​ເທດ​ຊາດທຸກ​ຄົນ ດ້ວຍ​​ຈິດ​ໃຈອັນ​ກວ້າງຂວາງ​ຂອງ​ເພິ່ນ.​ ເພິ່ນ​​ແມ່ນ​ດວງ​ອາທິດຂອງ​ທຸກ​ຄົນ, ບໍ່​ພຽງ​ແຕ່ເປັນ​ການ​ນຳຂອງ​ພັກ​ການ​ເມືອງ​ຕ່າງໆ ​ແລະ ປະມຸກ​ລັດ ລວມ​ໄປ​ເຖິງບຸກຄົນ​ສຳຄັນຂອງ​ຫລາຍ​ໆ​ປະ​ເທດ​ທົ່ວ​ໂລກເທົ່າ​ນັ້ນ, ​ແຕ່​ຍັງ​ລວມ​ເຖິງບຸກຄົນ​ທີ່​ມີ​ອຸດົມ​ການ​ ​ແລະ ທັດສະນະ​ການ​ເມືອງ​ທີ່​ແຕກ​ຕ່າງ, ​ເຄົາລົບບູຊາ​ຢ່າງ​ໜັກ​ແໜ້ນ ແລະ ປະທັບໃຈກັບບຸກຄະລິກລັກສະນະ​ອັນ​ສູງ​ສົ່ງ​ຂອງ​ເພິ່ນ.

(ຫນັງສືພິມລາວພັດທະນາ)

ສະຫາຍ ກິມ ອິນ ​ຊຸງ ໄດ້​ເຮັດ​ສຳ​ເລັດ​ພາລະກິດ​ສ້າງ​ພັກ, ລັດ ​ແລະ ກອງທັບ​ຈຸ​ເຊ ອັນ​ກາຍ​ເປັນພື້ນຖານ​ການ​ເມືອງ ​ແລະ ການ​ທະຫານ​ທີ່​ເຂັ້ມ​ແຂງ​ ໃຫ້​ແກ່​ຜົນ​ສຳ​ເລັດຂອງ​ການ​ປະຕິວັດ​ຈຸ​ເຊ.

​ເພິ່ນ​ໄດ້​ປ່ຽນ​ປະ​ເທດ​ໃຫ້​ກາຍ​ເປັນ​ຄອບ​ຄົວ​ທີ່​ໃຫຍ່ ດ້ວຍ​ການ​ເມືອງ​​ທີ່​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ເມືອງ​ແບບ​ຮອບດ້ານ​ຂອງ​ເພິ່ນ ອັນ​​ໄດ້​ສ້າງສວນ​ອຸດທະຍານ​ດອກ​ໄມ້​​ແຫ່ງ​ຄວາມ​ສາມັກຄີ​ທີ່​ເດັດ​ດ່ຽວ​ ​ແລະ ​ເປັນ​ໜຶ່ງ​ດຽວອັນກວ້າງ​ໃຫຍ່.

ເພິ່ນ​ໄດ້​ສ້າງ​ສັງຄົມ​ນິຍົມ​ຕາມ​ສີສັນ​ຂ​ອງ​ເກົາຫລີ ທີ່​ເອົາມະຫາຊົນ​ເປັນ​ໃຈກາງ ​ເປັນ​ການ​ສ້າງ​ພື້ນ ຖານ​ອຳ​ມະຕະ​ໃຫ້​​ແກ່​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ຂອງ​ທຸກ​ລຸ້ນຄົນ​ໃນ​ອະນາຄົດ.

ເພິ່ນ​ໄດ້​ຫາ​ທາງ​ແກ້​ໄຂ​ອັນ​ສົມບູນ​ແບບ ​ໃຫ້​ກັບບັນຫາ​ຜູ້​ສືບທອດ​ການ​ນຳ ທີ່​ເປັນ​ປັດ​​ໄຈ​ຫລັກ​ໃນ​ການ​ສືບ​ຕໍ່​ພາລະກິດ​ປະຕິວັດ ແລະ ສືບຕໍ່ມູນ​ເຊື້ອ​ການ​ປະຕິວັດຢ່າງມີຄວາມບໍລິສຸດ ແລະ ​ຍັງ​ໄດ້​ຊີ້​ນຳ​ຄວາມ​ພະຍາຍາມ​ອັນຍິ່ງ​ໃຫຍ່ ເພື່ອ​ສ້າງ​ຄົນ​ລຸ້ນ​ໃໝ່​ ໃຫ້​ກາຍ​ເປັນ​ຜູ້​ສືບ​ທອດການ​ປະຕິວັດ.

ເພິ່ນ​ໄດ້ວາງ​ກົດ​ບັດ​ສາມ​ສະບັບ ສຳລັບ​ການ​ລວມປະ​ເທດ​ຊາດ​ ຊຶ່ງເປັນ​ການ​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ວິທີທາງ ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ປາຖະໜາຂອງ​ປະ​ເທດ ໃນການ​ກໍ່​ໃຫ້​ເກີດ​ມີ​ການ​ລວມ​ປະ​ເທດ​ຊາດຄືນ​ໃໝ່​ປະກົດເປັນຈິງ. ​ເພິ່ນ​ໄດ້​ລົງນາມ​ໃນ​ເອກະສານ​ປະຫວັດສາດ​ສະບັບ​ໜຶ່ງ ທີ່​ກ່ຽວຂ້ອງ​ກັບ​ການ​ລວມຕົວຂອງ​ປະ​ເທດ​ເກົາຫລີ ອັນ​ເປັນ​ສິ່ງ​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ ເຖິງ​ກາ​ນອຸທິດ​ຕົນ​ຕະຫລອດ​ຊີວິດ​ຂອງ​​ເພິ່ນ​ ໃຫ້​ກັບ​ການ​ໂຮມ​ປະ​ເທດຄືນ​ໃໝ່.

ດ້ວຍວຽກງານການຕ່າງປະເທດທີ່ຫ້າວຫັນຂອງເພິ່ນ, ເພິ່ນໄດ້ຍົກສູງພາລະບົດບາດ ແລະ ອຳ ນາດຂອງ ສປປ ເກົາຫລີ ໃນເວທີສາກົນຢ່າງໂດດເດັ່ນ ແລະ ບັນລຸຜົນສຳເລັດອັນຍິ່ງໃຫຍ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຂະບວນການສັງຄົມນິຍົມ ແລະ ການຍາດໄດ້ໄຊຊະນະຂອງພາລະກິດເອກະ ລາດຕ້ານລັດທິຈັກກະພັດ.

ປະທານ ກິມ ອິນ ​ຊຸງ ແລະ ປະທານ ໄກສອນ ພົມວິຫານ ແມ່ນຜູ້ສ້າງຕັ້ງສາຍພົວພັນ ແລະ ການຮ່ວມມືມິດຕະພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ສປປ ເກົາຫລີ-ສປປ ລາວ, ຊຶ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ພາຍໃຕ້ຄັນທຸງຂອງພາລະກິດສັງຄົມນິຍົມ ແລະ ພາລະກິດເອກະລາດຕ້ານລັດທິຈັກກະພັດ.

ຜົນສຳເລັດທີ່ທ່ານປະທານໄດ້ອຸທິດຜ່ານມານັ້ນ ເປັນຜົນສຳເລັດອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດ ທີ່ແກ່ຍາວຫລາຍພັນປີ ດ້ວຍແນວຄວາມຄິດ ແລະ ທິດສະດີອັນຍິ່ງໃຫຍ່, ຄວາມສາມາດໃນການນຳພາອັນໂດດເດັ່ນ ແລະ ການປະຕິວັດອັນຍິ່ງໃຫຍ່ຂອງ ສະຫາຍ ກິມ ອິນ ​ຊຸງ, ຜູ້ນຳ​ທີ່​ຍິ່ງ​ໃຫຍ່ ເພື່ອເປີດອະນາຄົດທີ່ສົດໃສຂອງປະເທດເກົາຫລີ ຈຸເຊຈະຖືກນຳໄປສູ່ປະຊາ ຊົນລຸ້ນຕໍ່ໄປ. ຍ້ອນ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ບໍ່​ມີ​ວັນ​ຕາຍຂອງ ​ສະຫາຍ ກິມ ອິນ ​ຊຸງ, ກອງທັບ ​ແລະ ປະຊາຊົນ ​ສປປ ​ເກົາຫລີ ຈຶ່ງ​ສາມາດ​ເອົາ​ຊະນະການ​ເດີນທາງ​ທີ່​ຍາກ​ລຳບາກ ​​ທີ່​ບໍ່​​ເຄີຍ​ມີ​ມາ​ກ່ອນ ໃນຊຸມປີ 1990 ​ແລະ ​ເລີ່​ມຕົ້ນ​ສະໄໝ​ໃໝ່​ ແຫ່ງ​ການ​ສ້າງປະ​ເທດ​ສັງຄົມ​ນິຍົມ ​ທີ່ຈະ​ເລີ​ນກ້າວໜ້າ ​ແລະ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຽດ​ສັກ​ສີ ​ແລະ ຄວາມ​ຍິ່ງ​ໃຫຍ່ ​ຂອງ​ປະ​ເທດ​​ເກົາ​ຫລີຊົນ​ກຸນ​ໄປ​ທົ່ວ​ໂລກ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ ສະຫາຍ ກິມ ເຈິງ ອິນ, ຜູ້ນຳທີ່ຍິ່ງໃຫຍ່.

ພາລະ​ກິດ​ປະຕິວັດຈຸ​ເຊ ​ທີ່ໄດ້​ເລີ່​ມຂຶ້ນ ​ແລະ ນຳ​ໄປ​ສູ່​ໄຊຊະນະ ​ໂດຍ ​ສະຫາຍ ກິມ ອິນ ​ຊຸງ​ ແລະ​ ສະຫາຍ ກິມ ເຈິງ ອິນ ກຳລັງໄດ້ຮັບການສານຕໍ່ຢ່າງຕໍ່ເນື່ອງໂດຍ ສະຫາຍ ກິມ ເຈິງ ອຸນ, ປະ​ທານ​ພັກ​ແຮງ​ງານ​​ເກົາ​ຫລີ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ກິດ​ຈະ​ການ​ແຫ່ງ​​ລັດ ແຫ່ງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​​ຊົນ​ ປະ​ຊາ​ທິ​ປະ​ໄຕ​ເກົາ​ຫລີ ໃນປັດຈຸບັນ ແລະ ທຸກແຜນການອັນຍາວໄກ ແລະ ຄວາມປາຖະໜາຂອງ ສະຫາຍ ກິມ ອິນ ​ຊຸງ ​ຈະໄດ້ຮັບການປະຕິບັດໃຫ້ເປັນຮູບປະທຳຢ່າງມີຜົນສຳເລັດ.

(ຫນັງສືພິມລາວພັດທະນາ)

ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ. - 5 - ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!