9 ຄຳຖາມທີ່ຕ້ອງການຄຳຕອບຊອກຫາຜູ້ເຮັດ


ໂດຍ: ທິດກໍ່າ
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄດ້ໄຂຂຶ້ນແຕ່ວັນທີ 24 ມິຖຸນາ ຫາວັນທີ 2 ກໍລະກົດ 2020 ກໍຈະໄດ້ສ້ຽງສຸດລົງຢ່າງເປັນທາງການ. ໃນກອງປະຊຸມຄັ້ງນີ້, ເຖິງວ່າມັນຈະເປັນເວລາບໍ່ຍາວ ແລະ ບໍ່ສັ້ນ, ແຕ່ມັນກໍມີຄວາມໝາຍ ແລະ ມີເນື້ອໃນອັນສຳຄັນຫລາຍຢ່າງໃຫ້ພວກເຮົາຕ້ອງໄດ້ຕິດຕາມ, ສຶກສາຄົ້ນຄວ້າ ແລະ ພ້ອມກັນນຳເອົາມະຕິ ທັງເນື້ອໃນຕ່າງໆຂອງກອງປະຊຸມສະພາໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ. ແນ່ນອນຜູ້ທີ່ຈະນຳພາປະຕິບັດຢ່າງອອກໜ້າອອກຕານັ້ນມັນກໍແມ່ນບັນດາເຈົ້າທັງຫລາຍ ເປັນຕົ້ນເຈົ້າກະຊວງທະບວງກົມ, ອົງການຈັດຕັ້ງມະຫາຊົນ, ທ່ານເຈົ້າແຂວງ, ເຈົ້າເມືອງ ຕະຫລອດຮອດປະຊາຊົນບັນດາເຜົ່າໃນທົ່ວປະເທດ. ນອກຈາກນັ້ນແລ້ວ ຜູ້ທີ່ໃກ້ຊິດຕິດແທດ, ຕິດຕາມຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດຢ່າງຈິງຈັງ ທັງນຳພາເຮັດນຳພາໄປສ່ວນໜຶ່ງກໍຄົງບໍ່ນອກເໜືອຈາກບັນດາທ່ານຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາຂັ້ນແຂວງເປັນທີ່ຕັ້ງ.
ແນວໃດກໍຕາມ, ໜຶ່ງໃນຫລາຍບັນຫາທີ່ສຳຄັນໂດດເດັ່ນໃນກອງປະຊຸມສະພາຄັ້ງນີ້ກໍແມ່ນຄຳເຫັນເຈາະຈີ້ມຕັ້ງໂຈດຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຊິ່ງມີເນື້ອໃນເຖິງ 9 ຂໍ້ທີ່ຍັງມີປາກົດການຢູ່ໃນສັງຄົມລາວປັດຈຸບັນທີ່ຕ້ອງໄດ້ສຸມໃສ່ແກ້ໄຂ ແລະ ໃຫ້ຖືກຕີຖອຍໄປຈາກສັງຄົມລາວທີ່ພວມຈະເຂົ້າກະດູກດໍາຊຳເຮື້ອປານໂຣກມະເຮັງ. ເນື້ອໃນ 9 ບັນຫາທີ່ຍັງເປັນພະຍາດຊຳເຮື້ອໃນຈິດໃຈ ແລະ ພຶດຕິກຳຂອງຄົນລາວຈຳນວນບໍ່ໜ້ອຍທີ່ທ່ານນາຍົກໄດ້ຕັ້ງໂຈດນັ້ນກໍຄື: ໜຶ່ງ: ເຮົາຈະປ່ອຍໃຫ້ສັງຄົມເຮົາເປັນສັງຄົມຫລິ້ນກິນຟຸມເຟືອຍຢູ່ແນວນີ້ບໍ່, ເປັນສັງຄົມບໍລິໂພກແນວນີ້ບໍ່ ?; ສອງ: ສັງຄົມທີ່ໂອ້ອວດສະແດງຄວາມຮັ່ງມີແບບປອມແປງຢູ່ແນວນີ້ບໍ່ ?, ຈະເອົາແນວນີ້ບໍ່ ຫລື ຈະແກ້ມັນແນວໃດ ?; ສາມ: ຫລືວ່າ ເປັນສັງຄົມແລ່ນນຳວັດຖຸ, ເປັນສັງຄົມທີ່ເຕັມໄປດ້ວຍຄວາມອຸປະຖຳຄ້ຳຈູນ, ເປັນສັງຄົມທີ່ຍັງຖືກເບື່ອເມົາດ້ວຍສິ່ງຫຍໍ້ທໍ້ຕ່າງໆເຊັ່ນ: ຢາເສບຕິດ, ໄພສັງຄົມແນວນີ້ບໍ່ ?; ສີ່: ຫລືວ່າ ຈະໃຫ້ມີການປ່ຽນແປງທາງດ້ານວິຖີຊີວິດ, ເຂົ້າເຖິງສັງຄົມຂອງປະເທດເຮົາສິສາມາດເປັນໄປໄດ້ບໍ່ສ້າງສັງຄົມໂອບເອື້ອອາລີຊ່ວຍເຫລືອເຊິ່ງກັນ ແລະ ກັນ ອັນນີ້ມີຢູ່ແລ້ວ, ໂຄວິດນີ້ສະແດງໃຫ້ເຫັນແລ້ວ, ເຮົາຈະສົ່ງເສີມມັນແນວໃດ ?; ຫ້າ: ຈະສ້າງສັງຄົມທີ່ແຂ່ງຂັນກັນ, ແຕ່ວ່າແຂ່ງຂັນກັນແລ້ວພ້ອມກັນກ້າວໜ້າ, ແຂ່ງກັນໃຫ້ມີຜົນປະໂຫຍດຕໍ່ສັງຄົມໃຫ້ຫລາຍເທົ່າທີ່ຈະຫລາຍໄດ້, ແຂ່ງຂັນກັນສ້າງຄຸນນະພາບຊີວິດໃໝ່ດີກວ່າເກົ່າໃຫ້ແຕ່ລະຄົນ, ແຕ່ລະຄອບຄົວ, ປະຊາຊົນແຕ່ລະບ້ານ, ແຕ່ລະເມືອງ ຫລືວ່າ ເຮົາສິແຂ່ງຂັນກັນແບບເຈົ້າຢູ່ ຂ້ອຍບໍ່ຢູ່, ເຈົ້າຍັງ ຂ້ອຍໄປແບບນີ້ແມ່ນບໍ່ໄດ້. ສັງຄົມເຮົາຢາກມີລັກສະນະແນວນີ້, ເລີ່ມເກີດມີໜໍ່ແໜງແລ້ວ; ຫົກ: ຫລືວ່າ ສັງຄົມແຫ່ງການຮຽນຮູ້, ຊອກຮູ້, ຊອກຮຽນ ເປັນຕົ້ນແມ່ນສອນເດັກນ້ອຍຂອງພວກເຮົາຊອກຮູ້, ຊອກຮຽນ, ຫາທາງກ້າວໜ້າ, ບໍ່ແມ່ນຕື່ນມາແລ້ວເບິ່ງແຕ່ໜ້າຈໍ, ສັງຄົມຮຽນຮູ້ດ້ວຍການອ່ານແດ່ແມ້ ! ເຫັນບໍ່ປະຫວັດສາດຂອງຄົນລ້ຳລວຍ, ຄົນເກັ່ງ, ນັກວິທະຍາສາດ, ຜູ້ນຳຢູ່ໃນໂລກນີ້ແມ່ນເລີ່ມມາຈາກການອ່ານໜັງສືຫລາຍ, ເລືອກອ່ານໜັງສືທີ່ເປັນປະໂຫຍດ. ແຕ່ສັງຄົມລາວເຮົາຍັງບໍ່ໄດ້ ! ສັງລວມເບິ່ງວ່າຫໍສະໝຸດແຫ່ງຊາດລາວເຮົາມີປຶ້ມຊໍ່າໃດ ? ມີຄົນເຂົ້າຫລາຍປານໃດ ? ຕົວເລກດ້ານນີ້ບໍ່ມີ !; ເຈັດ: ຫລືວ່າ ເຮົາຈະເຮັດໃຫ້ສັງຄົມເຮົາເປັນສັງຄົມປະຢັດມັດທະຍັດ, ຮູ້ຫາເງິນ, ຮູ້ໃຊ້ເງິນ, ຮູ້ຄຸນຄ່າຂອງເຫື່ອແຮງທີ່ພວກເຮົາໄປຫາເງິນມາໄດ້ນັ້ນ, ຮູ້ລົງທຶນທີ່ມີຜົນປະໂຫຍດໄດ້ບໍ່ ?; ແປດ: ຫລືວ່າ ສັງຄົມທີ່ຮູ້ຈັກຮັກສາປະເພນີວັດທະນະທຳອັນດີງາມຂອງຊາດ, ແຕ່ວ່າບໍ່ໃຫ້ສັງຄົມຕົກເຂົ້າຢູ່ໃນຄ່ານິຍົມທີ່ຜິດໆ, ບາງເທື່ອຮັກສາປະເພນີວັດທະນະທຳອັນດີງາມຂອງຊາດແລ້ວກັບຄືນໄປເຊື່ອຖືແບບງົມງວາຍ; ເກົ້າ: ຫລືວ່າ ສັງຄົມທີ່ຝຶກຝົນຄົນໃຫ້ມີລະບຽບວິໄນ, ມີສະຕິຊາດ, ສະຕິຕໍ່ການຈັດຕັ້ງ, ສະຕິຕໍ່ຕົນເອງ ອັນນີ້ພວກເຮົາຍັງຂາດ.
ໃນ 9 ບັນຫາທີ່ເປັນກະທູ້ຕັ້ງໂຈດນີ້ ແມ່ນຄຳເຫັນເຈາະຈີ້ມຂອງທ່ານນາຍົກໃນໂອກາດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນມື້ວັນທີ 25 ມີນາ 2020 ທີ່ຜ່ານມາ. ສ່ວນວ່າຄຳຕອບກັບຜູ້ຈະນຳພາເຮັດພາໄປກໍຄົງບໍ່ນອກເໜືອຈາກບັນດາເຈົ້ານາຍທັງຫລາຍກັບຜູ້ແທນປະຊາຊົນ. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນວ່າໃນຜ່ານໆມາ ບັນຫາປາກົດການຫຍໍ້ທໍ້ທີ່ເປັນພະຍາດຕິດແປດຊຳເຮື້ອມາຢ່າງຍາວນານໃນສັງຄົມລາວເຮົາກໍແມ່ນຜູ້ໃຫຍ່ ຫລື ບັນດາເຈົ້ານາຍທັງຫລາຍເປັນຕົ້ນເຫດ. ຕົວຢ່າງ: ບັນຫາການສໍ້ລາດບັງຫລວງ, ມີດິນດອນຕອນຫຍ້າຫລວງຫລາຍ, ພົວພັນຄ້າຢາເສບຕິດ, ຊື້ຈ້ອາງຈອບອອຍ, ຂອງຕ້ອນຂອງຝາກ, ເຈົ້າຂຶ້ນຂ້ອຍລົງ, ເຈົ້າໄປຂ້ອຍຢູ່, ຫລິ້ນກິນຟຸມເຟືອຍ, ເອົາເມຍນ້ອຍຫ້ອຍເມຍປາຍ, ບໍ່ພາອ່ານພາຂຽນ, ບໍ່ມີເວລາອ່ານໜັງສືພິມຂ່າວຄາວ, ການຄິດໄລ່ຄ່າກະແສໄຟຟ້າແພງ, ຜິດໆຖືກໆບໍ່ແລ້ວບໍ່ທົ່ວກໍມາຈາກເຈົ້ານາຍຂັ້ນຮັບຜິດຊອບຫັ້ນລະບໍ່ເປັນເຈົ້າການກວດການຳ ເພາະມັນຍັງຄານຳຜົນປະໂຫຍດ. ສ່ວນປະຊາຊົນເຂົາບໍ່ກ້າເຮັດ, ຢາກເຮັດຫຍັງ, ທຳຫຍັງ ເຂົາກໍຢ້ານ ເພາະເຂົາບໍ່ມີອຳນາດ, ຖ້າຂືນເຮັດຜິດ ເຈົ້ານາຍເພິ່ນກໍຈັບແທ້, ໃສ່ໂທດແທ້, ປັບໄໝແທ້. ນີ້ມັນກາຍເປັນພະຍາດຊຶມເຊື້ອທີ່ຮົ່ວມາແຕ່ເທິງລົງລຸ່ມໄດ້ 20 ຫາ 30 ປີແລ້ວ.
ເພາະສະນັ້ນ, ຢາກແກ້ໄຂບັນຫາ 9 ຂໍ້ທີ່ທ່ານນາຍົກວ່າ ກ່ອນອື່ນຕ້ອງແກ້ເຈົ້າພະນັກງານ, ເຈົ້າກະຊວງ, ທະບວງກົມ, ທ່ານເຈົ້າແຂວງ, ເຈົ້າເມືອງ, ເຈົ້າບ້ານ, ເຈົ້າກົກ, ເຈົ້າເລົ່າ, ເຈົ້າເງິນເຈົ້າຄຳ, ເຈົ້າຊັບສິນ, ເຈົ້າດິນດອນຕອນຫຍ້າ ກໍເປັນອັນວ່າຈົບເລື່ອງ. ຍັງບໍ່ພຽງແຕ່ເທົ່ານັ້ນ, ເຈົ້າພະນັກງານຕ້ອງເປັນຜູ້ອອກໜ້າອອກຕາພາເຮັດພາໄປ, ເປັນແວ່ນແຍງ, ເປັນແບບຢ່າງ ທັງເປັນຮົ່ມໂພຮົ່ມໄຊໃຫ້ປະຊາຊົນໄດ້ອາໄສໄພເພິ່ງອີ່ຫລີ ປຽບເໝືອນຜູ້ຢູ່ເທິງໃຫ້ນອນຂວ້ຳ, ຜູ້ຢູ່ຕໍ່າໃຫ້ນອນຫງາຍ ໃນຕຳລາສຽວສະຫວາດວ່າ !.