ການ​ກຳນົດ​ໂທດ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ

ການ​ກຳນົດ​ໂທດ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ - 11 - ການ​ກຳນົດ​ໂທດ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ
ການ​ກຳນົດ​ໂທດ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ - kitchen vibe - ການ​ກຳນົດ​ໂທດ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ

ໂດຍ: ວິ​ເສດ ສະ​ແຫວ​ງສຶກສາ

​ເນື່ອງ​ໃນ​ໂອກາດ​ວັນ​ຕ້ານ​ຢາ​ເສບ​ຕິດ​ລະດັບ​ໂລກ (26 ມິຖຸນາ) ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ບາງ​ບັນຫາ​ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ ຫລື ຫລຸດຜ່ອນ​ໄພ​ອັນຕະລາຍ​ຈາກ​ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ​ຢູ່​ບາງ​ປະ​ເທດ.

ການ​ກຳນົດ​ໂທດ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ - Visit Laos Visit SALANA BOUTIQUE HOTEL - ການ​ກຳນົດ​ໂທດ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ

​ເປັນ​ທີ່​ຊາບ​ກັນ​ແລ້ວ​ວ່າ, ທຸກໆ​ປະ​ເທດ​ໃນ​ໂລກ​ນີ້​ລ້ວນ​ແຕ່​ມີ​ມາດ​ຕະການ​ທາງ​ກົດໝາຍ ​ເພື່ອ​ປາບ​ປາມ, ກຳຈັດ ຫລື ຈຳກັດ​ບັນຫາ​ຢາ​ເສບ​ຕິດ ​ໂດຍ​ໄດ້​ກຳນົດ​ເປັນ​ໂທດ​ອາຍາ​ຕໍ່​ຜູ້​ຜະລິດ, ມີ​ໄວ້​ໃນ​ຄອບ​ຄອງ ​ແລະ ຈຳໜ່າຍ​ຢາ​ເສບ​ຕິດ ຫລື ຖ້າ​ສັງ​ລວມ​ໃຫ້​ສັ້ນ​ເຂົ້າ ກໍ​ແມ່ນ​ການ​ຄ້າ​ຢາ​ເສບ​ຕິດ​ຫັ້ນລະ. ມີ​ບາງ​ປະ​ເທດ​ໄດ້​ກຳນົດ​ຄວາມ​ຜິດ​ໃນ​ການ​ເສບ​ຢາ​ເສບ​ຕິດ​ເປັນ​ໂທດ​ທາງ​ອາຍາ ​ແຕ່​ກໍ​ມີ​ຫລາຍ​ປະ​ເທດ​ບໍ່​ກຳນົດ​ຄວາມ​ຜິດ​ນີ້​ເປັນ​ໂທດ​ອາຍາ ຍ້ອນ​ຖື​ວ່າ​ຜູ້​ເສບ​ຢາ​ເສບ​ຕິດ​ນັ້ນ​ແມ່ນ​ຜູ້​ທີ່​ໄດ້​ຮັບ​ຜົນ​ຮ້າຍ ຫລື ​ເປັນ​ເຫຍື່ອ​ຂອງ​ຢາ​ເສບ​ຕິດ. ດັ່ງນັ້ນ ຜູ້ກ່ຽວ​ຈຶ່ງ​ຄວນ​ໄດ້​ຮັບ​ການ​ປິ່ນປົວ​ແທນ​ທີ່​ຈະ​ໄດ້​ຮັບ​ໂທດ​ຕິດ​ຄຸກ ຄື​ກຸ່ມ​ແກ້ງ​ອາ​ຊະ​ຍາ​ກຳ​ຄ້າ​ຢາ​ເສບ​ຕິດ. ​ເລື່ອງ​ນີ້​ມີ​ຕົວຢ່າງ​ຈາກ​ປະ​ເທດ​ອິນ​ໂດ​ເນ​ເຊຍ. ​ໃນ​ເມື່ອ​ກ່ອນ​ຢູ່​ປະ​ເທດ​ອິນ​ໂດ​ເນ​ເຊຍ​ນັ້ນ ຜູ້​​ເສບ​ກັບ​ຜູ້​ຄ້າ​ຢາ​ເສບ​ຕິດ​ລ້ວນ​ແຕ່​ໄດ້​ຮັບ​ໂທດ​ທາງ​ອາຍາ ຄື​ຕິດຄຸກ​ແບບ​ດຽວ​ກັນ. ​

ແຕ່​ຕົກ​ມາ​ໃນ​ຕອນ​ຕົ້ນປີ 2014, ທາງ​ການ​ຂອງ​ປະ​ເທດ​ນີ້​ກໍ​ໄດ້​ອອກ​ກົດ​ລະບຽບ​ໃໝ່​ທີ່​ກຳນົດ​ໃຫ້​ສົ່ງ​ຜູ້​ເສບ​ຕິດ​ຢາ​ເສບ​ຕິດ​ເຂົ້າສູນ​ຟັກ​ຟື້ນປິ່ນປົວ​ແທນ​ທີ່​ຈະ​ສົ່ງ​ເຂົ້າຄຸກ. ກົດ​ລະບຽງ​ໃໝ່​ນີ້​ໄດ້​ຖືກ​ຮັບຮອງ​ເອົາ​ດ້ວຍ​ລາຍ​ເຊັນ​ຂອງ​ລັດຖະມົນຕີ​ກະຊວງ​ກົດໝາຍ, ກະຊວງ​ສາທາລະນະ​ສຸກ, ກະຊວງ​ກິດຈະການ​ທາງ​ສັງຄົມ, ຜູ້​ບັນຊາ​ການ​ກອງ​ກຳລັງ​ຕຳຫລວດ​ປາບ​ອາ​ຊະ​ຍາ​ກຳ ​ແລະ ຫົວໜ້າ​ຄະນະ​ກຳມະການ​ຕ້ານ​ຢາ​ເສບ​ຕິດ​ແຫ່ງ​ຊາດ. ຜູ້​ເສບ​ຕິດ​ທີ່​ຈະ​ໄດ້​ຮັບ​ສິດ​ເຂົ້າປິ່ນປົວ​ໃນ​ສູນ​ຟັກ​ຟື້ນນັ້ນ ຕ້ອງ​ມີ​ເອກະສານ​ຢັ້ງຢືນ​ຢ່າງ​ເປັນ​ທາງ​ການ​ຈາກ​ອົງການ​ກ່ຽວຂ້ອງ​ວ່າ​ຜູ້ກ່ຽວ​ໄດ້​ຮັບ​ຜົນ​ກະທົບ​ດ້ານ​ສຸຂະພາບ​ຈາກ​ການ​ເສບ​ຢາ​ເສບ​ຕິດ​ແທ້. ຢູ່​ຫວຽດນາມ​ກໍ​ມີ​ບັນຫາ​ຄ້າຍໆ​ກັບ​ຢູ່​ອິນ​ໂດ​ເນ​ເຊຍ ຄື​ກົດໝາຍ​ອາຍາ​ສະບັບ​ປີ 1999 ນັ້ນ ​ໄດ້​ກຳນົດ​ໂທດ​ອາຍາ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ ​ແຕ່​ຕໍ່​ມາ​ຖືກ​ຍົກ​ເລີກ​ໃນ​ກົດໝາຍ​ອາຍາ​ສະບັບ​ປັບປຸງ​ໃນ​ປີ 2009 ທີ່​ຕ້ອງ​ໄດ້​ຍົກ​ເລີກ​ກໍ​ຄົງ​ເປັນ​ຍ້ອນ​ເຫັນ​ວ່າ​ຜູ້​ເສບ​ຕິດ​ນັ້ນ​ແມ່ນ​ຜູ້​ເຄາະ​ຮ້າຍ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຢາ​ເສບ​ຕິດ. ​ແຕ່​ແ​ລ້ວໜັງສືພິມ​ວຽງ​ຈັນທາ​ມ ສະບັບ​ວັນ​ທີ 6 ມິຖຸນາ 2019 ພັດ​ໄດ້​ບອກ​ວ່າ: ທາງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພວມ​ຢູ່​ໃນ​ຂັ້ນຕອນ​ເພື່ອ​ກຳນົດ​ໃຫ້ການ​ເສບ​ຢາ​ເສບ​ຕິດ​ເປັນ​ໂທດ​ທາງ​ອາຍາ​ຄື​ເກົ່າ ຍ້ອນ​ວ່າ​ຄະດີ​ຢາ​ເສບ​ຕິດ​ນັບ​ມື້​ເພີ່ມ​ຂຶ້ນ. ​ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ນັ້ນ, ທ່ານ​ນາຍ​ພົນ ​ໂຕ​ລຳ (General To Lam) ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຊີ້​ອອກ​ວ່າ: ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ນັ້ນ​ແມ່ນ​ແມ່​ໂປ່​ຂອງ​ຄວາມ​ຊົ່ວ​ຮ້າຍ-ຄວາມ​ອຸບາດ​ທັງ​ໝົດ. ທ່ານ​ບອກ​ວ່າ: ຢາ​ເສບ​ຕິດ​ໃນ​ແຕ່​ລະ​ຫໍ່​ທີ່​ມີນ້ຳໜັກ​ປະມານ 340 ກຣາມນັ້ນ ຖ້າ​ມັນ​ສາມາດ​ເລັດ​ລອດ​ເຂົ້າຫວຽດນາມ​ໄດ້ ມັນ​ກໍ​ຈະ​​ເຮັດ​ໃຫ້​ສະມາຊິກ​ຢ່າງ​ໜ້ອຍ 10 ຄົວ​ເຮືອນ ຕິດ​ຄະດີ​ທາງ​ກົດໝາຍ​ເຖິງ​ຂັ້ນຕິດ​ຄຸກ​ດ້ວຍ​ຄວາມ​ຜິດ​ຕ່າງໆ ນັບ​ແຕ່​ການ​ຂົນ​ສົ່ງ, ການ​ເກັບ​ຮັກສາ ​ແລະ ການຈຳໜ່າຍ​ຢາ​ເສບ​ຕິດ.

 

ເອກະສານອ້າງອີງ  :   Vientiane Times   13/03/2014  (​ເລື່ອງ​ອິນ​ໂດ​ເນ​ເຊຍ)

Vientiane Times   06/06/2019  (​ເລື່ອງ​ຢູ່​ຫວຽດນາມ)

ການ​ກຳນົດ​ໂທດ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ - 4 - ການ​ກຳນົດ​ໂທດ​ສຳລັບ​ຜູ້​ເສບ​ຢາ​ເສບ​ຕິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!