ກົດໝາຍພາສີ ເປັນເຄື່ອງມືສຳຄັນເພື່ອຄຸ້ມຄອງລາຍຮັບງົບປະມານແຫ່ງລັດ
ພາຍຫລັງ ທີ່ໄດ້ຮັບການປັບປຸງ ແລະ ນຳໃຊ້ ກົດໝາຍພາສີ ນັບແຕ່ປີ 2014, ມາຮອດປັດຈຸບັນ ເຫັນວ່າເປັນເຄື່ອງມືສຳຄັນໃນການຄຸ້ມຄອງວຽກງານ ພາສີ ແລະ ການເກັບລາຍຮັບເຂົ້າງົບປະມານ ແຫ່ງລັດ ເຮັດໃຫ້ການເກັບລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຕອບສະໜອງທຶນຮອນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະໄລຍະ. ທັງສາມາດດຶງດູດການລົງທຶນ, ຊຸກຍູ້ສົ່ງເສີມການຜະລິດ ແລະ ການດຳເນີນທຸລະກິດ ໃຫ້ມີປະສິດທິຜົນ, ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນໄດ້ດີສົມຄວນ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕ, ລັດຖະມົນຕີກະຊວງການເງິນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍຊີ້ໃຫ້ເຫັນໝາກຜົນຂອງການ ນຳໃຊ້ ກົດໝາຍວ່າດ້ວຍພາສີ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສຳຄັນໃນການເກັບລາຍຮັບເຂົ້າງົບປະມານແຫ່ງລັດທີ່ໝັ້ນຄົງ ແລະ ເພີ່ມຂຶ້ນ; ສະເພາະປີ 2019 ຜ່ານມາ ລາຍຮັບພາສີ-ອາກອນ ກວມເອົາ 29,1% ຂອງລາຍຮັບພາຍໃນ ຫລື ປະມານ 4,4% ຂອງ GDP. ໃນນັ້ນ, ພາສີຂາເຂົ້າ 16%, ອາກອນມູນຄ່າເພີ່ມຂອດນຳເຂົ້າ 31%, ອາກອນຊົມໃຊ້ຂາເຂົ້າ 45% ແລະ ອື່ນ 8% ຂອງລາຍຮັບພາສີ-ອາກອນ ທີ່ຂະແໜງພາສີ ຮັບຜິດຊອບເກັບທັງໝົດ.
ເຖິງແນວໃດກໍຕາມ ຖ້າອີງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ນິຕິກຳພາຍໃນປະເທດ, ລະບຽບການ, ຫລັກການ ຂອງພາກພື້ນ ແລະ ສາກົນ ທີ່ ສປປ ລາວ ເປັນພາຄີ, ລວມທັງການຖອດຖອນບົດຮຽນຈາກບັນດາປະເທດໃນອາຊຽນ, ສາກົນ ແລະ ຄຳເຫັນຂອງຊ່ຽວຊານຕ່າງປະເທດ ເຫັນວ່າກົດໝາຍພາສີ ສະບັບນຳໃຊ້ປັດຈຸບັນ ຍັງມີບາງເນື້ອໃນບໍ່ທັນສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ເຮັດໃຫ້ມີບາງຂໍ້ຈຳກັດ ໃນຂະແໜງການເງິນ. ສ່ວນການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດຖະການພາສີ, ການອຳນວຍຕວາມສະດວກທາງດ້ານພາສີ ແລະ ການຄ້າ, ການບໍລິການເຊື່ອມໂຍງ-ເຊື່ອມຈອດ, ການພັດທະນາວຽກງານພາສີເປັນທັນສະໄໝ ແລະ ການປະສົມປະສານ ກ່ຽວກັບວຽກງານພາສີ ກໍມີຄວາມຈຳເປັນ ແລະ ສຳຄັນ ໃນສະພາບເງື່ອນໄຂ ທັງພາຍໃນ ແລະ ສາກົນ.
ທ່ານ ສົມດີ ດວງດີ ໃຫ້ຮູ້ອີກວ່າ: ກົດໝາຍສະບັບນີ້ ຍັງບໍ່ໄດ້ກຳນົດລະອຽດ ກ່ຽວກັບການສົ່ງເງິນຄືນພາສີ ແລະ ພັນທະອື່ນ, ການຄຸ້ມຄອງ ຕິດຕາມກວດກາ ການນຳເຂົ້າ-ສົ່ງອອກຊົ່ວຄາວ ສິນຄ້າ ເຄື່ອງຂອງ, ຜູ້ໂດຍສານ ແລະ ພາຫະນະທ່ອງທ່ຽວຢ້ຽມຢາມ, ການຍົກເວັ້ນ ແລະ ການງົດເກັບພາສີ ຍັງບໍ່ທັນລະອຽດຈະແຈ້ງ ແລະ ຮັດກຸມເທົ່າທີ່ຄວນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ທັງເກີດມີການສວຍໃຊ້ຊ່ອງຫວ່າງເພື່ອຫາຜົນປະໂຫຍດ ແລະ ຫລົບຫລີກພາສີ; ຍັງບໍ່ສາມາດປະຕິບັດໄດ້ບາງຂໍ້ບັງຄັບ ແລະ ພັນທະທີ່ຈຳເປັນ ໃນຖານະເປັນປະເທດສະມາຊິກ ຫລື ພາຄີຂອງອົງການຕ່າງໆ; ຍັງບໍ່ທັນກຳນົດເນື້ອໃນ ການພັດທະນາວຽກງານພາສີເປັນທັນສະໄໝ ເພື່ອຕອບສະໜອງໄດ້ ກັບສະພາບການຂະຫຍາຍຕົວ ແລະ ການປ່ຽນແປງຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ; ສ່ວນການກຳນົດອັດຕາປັບໃໝໃນແຕ່ລະກໍລະນີ ຍັງຕ່ຳ, ການກຳນົດມາດຕະການຂອງຜູ້ກະທຳຜິດ ກໍຍັງບໍ່ທັນລະອຽດ ຈະແຈ້ງ ແລະ ຊັດເຈນ ເທົ່າທີ່ຄວນ.
ດ້ວຍເຫດນີ້ ຈຶ່ງມີຄວາມຈຳເປັນໃນການປັບປຸງ ກົດໝາຍວ່າດ້ວຍພາສີ ໃນຄັ້ງນີ້, ນອກຈາກໃຫ້ມີຄວາມສອດຄ່ອງກັບສົນທິສັນຍາ ທີ່ສປປ ລາວ ເປັນພາຄືແລ້ວ ຍັງຕ້ອງຕິດພັນກັບພາກທຸລະກິດ, ການຄຸ້ມຄອງລາຍຮັບ ຕາມແຜນປະຕິຮູບຂະແໜງການເງິນຮອດປີ 2030 ແລະ ຍຸດທະສາດພັດທະນາຂະແໜງການເງິນ ຮອດປີ 2025 ໂດຍສະເພາະແມ່ນການຄ້ຳປະກັນເພື່ອການນຳເອົາສິນຄ້າ, ເຄື່ອງຂອງອອກຈາກດ່ານພາສີ ຫລື ສາງ, ການຂົນສົ່ງສິນຄ້າ ເຄື່ອງຂອງຜ່ານແດນ ແລະ ການສົ່ງອອກ-ນຳເຂົ້າ ຕາມນະໂຍບາຍສົ່ງເສີມການລົງທຶນ.