ທ່ຽວແຂວງວຽງຈັນ

- maxresdefault 6 - ທ່ຽວແຂວງວຽງຈັນ
- kitchen vibe - ທ່ຽວແຂວງວຽງຈັນ

ແຂວງ​ວຽງ​ຈັນ ຢູ່​ຖັດຈາກ​ນະຄອນຫລວງ​ວຽງ​ຈັນ​, ​ເປັນ​ແຂວງ​ໜ້າ​ດ່ານ ​ເພື່ອ​ຜ່ານ​ໄປ​ຫາບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ເຮົາ.  ​​ເຊິ່ງ​ໃນ​ເມື່ອ​ກ່ອນ​ແມ່ນ​ເປັນ​ທີ່​ຕັ້ງຂອງ​ນະຄອນ​ໄຜ່​ໜາມ​ທີ່​ຮຸ່ງ​ເຮືອງໃນ​ສະ​ໄໝ​ອານາຈັກ​ລ້ານ​ຊ້າງ​ຍຸກ​ເຈົ້າຟ້າ​ງຸ່ມມະຫາ​ກະສັດ​ຜູ້​ທ້ອນ​ໂຮມ​ດິນ​ແດນ​ລາວ​ອັນ​ກວ້າງ​ໃຫຍ່​ໄພສານ. ດັ່ງກ່າວ​ມາ​ໂຮມ​ເຂົ້າກັນ ​ແລະ ຕໍ່​ມາ​ແຂວງ​ວຽງ​ຈັນ​ໄດ້​ຖືກ​ແຍກ​ອອກ​ຈາກ​ນະຄອນ​ຫລວງ​ວຽງ​ຈັນ. ​​ເຊິ່ງປັດຈຸບັນແຂວງ​ວຽງ​ຈັນ​ປະກອບ​ 11 ​ເມືອງ​ຄື: ​ເມືອງ​ວຽງ​ຄຳ, ​ເມືອງ​ເຟືອງ, ​ຫີນ​ເຫີບ, ​ກາສີ, ​ ​ວັງ​ວຽງ, ​ແກ້ວ​ອຸດົມ, ​ໂພນ​ໂຮງ, ​ເມືອງ​ໝື່ນ, ​ເມືອງ​ແມດ, ​ເມືອງ​ທຸລະຄົມ ​ແລະ ​ເມືອງ​ຊະນະ​ຄາມ, ມີ​ພົນລະ​ເມືອງ​ທັງ​ໝົດ​ປະມານ 5 ​ແສນ​ຄົນ​ເປັນ ​ແຂວງ​ທີ່ ​ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ຫລາຍ​ດ້ານ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​, ​ເປັນ​ທີ່​ນິຍົມ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເນື່ອງ​ຈາກ​ຕັ້ງຢູ່​ບໍ່​ຫ່າງ​ໄກ​ຈາກ​ນະຄອນຫລວງ​ວຽງ​ຈັນ​ຫລາຍ, ​ໂດຍ​ສະ​​ເພາະ​ແມ່ນທິວ​ທັດ​ທຳ​ມະ​ຊາດ​ອັນ​ງົດ​ງາມ​ຂອງ​ເມືອງ​ວັງ​ວຽງ​ທີ່​ ​ໂດ່​ງດັງ​ໄປ​ທົ່ວ​ໂລກ. ອາຫານ​ທີ່​ຂຶ້ນຊື່​ຂອງ​ແຂວງ​ວຽງ​ຈັນ​ກໍ​ລວມມີ​ສົ້ມປາ, ປາ​ແດກ, ປາ​ແຫ້ງ​ ​ທ່າ​ເຮືອ​​ເມືອງ​ວັງ​ວຽງ, ​ແລະ ປາ​ແກ້ວ​ຈາກ​ບ້ານ​ແສງ​ສະຫວ່າງ​​ເມືອງ​​ແກ້ວອຸດົມ ​ແລະ ຊຸບ​ຜັກ​ແຊບໆ​ຈາກ​ເມືອງ​ວັງ​ວຽງ ​ແລະ ​ເມືອງ​ກາສີ.

 

- Visit Laos Visit SALANA BOUTIQUE HOTEL - ທ່ຽວແຂວງວຽງຈັນ
- F vientiane 300x203 - ທ່ຽວແຂວງວຽງຈັນ
(ຕົວເມືອງແຂວງວຽງຈັນ)

 

+ ທ່ຽວຫລວງນ້ຳທາ

+ ທ່ຽວຜົ້ງສາລີ

 

​        ເມືອງ​ວັງ​ວຽງເປັນ​ເມືອງ​ນ້ອຍໆ​ແຕ່​ມີ​ຊື່​ສຽງ​ ​ເປັນ​ທີ່​ນິຍົມ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ໃກ້ ​ແລະ ​ໄກ ຍ້ອນ​ຄວາມ​ງົດ​ງາມ​ ຂອງ​ທຳ​ມະ​ຊາດ ​ທີ່​ໂອບອ້ອມ​ໄປ​ດ້ວຍ​ພູຜາ ​ແລະ ສາຍ​ນ້ຳຊອງອັນ​ໃສ​ເຢັນ​ຈົນ​ກາຍ​ເປັນ​ສະຫວັນ​ຂອງ​ນັກ​ທ່ອງ​ທ່ຽວ, ​ໂດຍ​​​ໄດ້​ຮັບ​ສັນ​ນານາ​ມວ່າ​ເປັນ “ກຸ້ຍ​ຫລີ​ນ​ແຫ່ງ​ເມືອງ​ລາວ” ​ເຊິ່ງມີ​ທຳ​ມະ​ຊາດ​ທີ່​ງົດ​ງາມຄ້າຍຄື​​ເມືອງ​ກຸ້ຍ​ຫລີ​ນ ສປ ຈີນ, ​ເມືອງ​ທ່ອງ​ທ່ຽວ​ຍອດ​ນິຍົມ ​ຢູ່​ຫ່າງ​ຈາກ​ນະຄອນຫລວງ​ວຽງ​ຈັນ​ໄປ​ທາງ​ທິດ​ເໜືອ​ພຽງ 160 ກິ​ໂລ​ແມັດ ​ແລະ ຍັງ​ເປັນ​ທີ່​ນິຍົມ​ໃນ​ ການ​ພັກຜ່ອນ​ທ້າຍ​ອາທິດ   ​ດ້ວຍ​ການທ່ອງທ່ຽວ​ປະຈົນ​ໄພ​ຫລາຍໆ​ຢ່າງ, ບໍ​ວ່າ​ຈະ​ເປັນ​ການ​ພາຍ​ເຮ​ືອຄາ​ຍັກ ຫລື ການ​ປະຈົນ​ໄພ​ປິນ​ໄຕ​ ​ຊົມຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳປູ​ຄຳ, ຖ້ຳນ້ຳ, ຖ້ຳນອນ ​ແລະ​ຜາຕັ້ງ ​ແລະ ອີກ​ກິດຈະກຳ​ໜຶ່ງ​ທີ່​ພາດ​ບໍ່​ໄດ້​ແມ່ນ​ການ​ຂີ່​ກົງ​ເບັງ​ລ່ອງ​ລົງ​ມາ​ຕາມ​ລຳ​ນ້ຳຊອງ ຫລົງ​ໄຫລ​ໄປ​ກັບ​ທຳ​ມະ​ຊາດ​ພູຜາ​ອັນ​ງົດ​ງາມ ​ເພື່ອຜ່ອນຄາຍ​ອາລົມ​ຂອງ​ຜູ້​ມາ​ທ່ຽວ.

 

- 20141127 145905 300x225 - ທ່ຽວແຂວງວຽງຈັນ
(ຂີ່ກົງເບັງລ່ອງລົງມາຕາມລຳນ້ຳຊອງ)

 

 

- images 5 - ທ່ຽວແຂວງວຽງຈັນ
(ປາແຫ້ງທີ່ບ້ານທ່າເຮືອ)

- 3 - ທ່ຽວແຂວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!