ທ່ອງທ່ຽວທ່າລາດກັບມາມີບັນຍາກາດອີກຄັ້ງຫລັງ ໂຄວິດ-19 ລະບາດ


ປັດຈຸບັນການທ່ອງທ່ຽວອ່າງນໍ້າງຶ່ມ-ທ່າລາດ ແຂວງວຽງຈັນໄດ້ກັບມາ ມີບັນຍາກາດຟົດຟື້ນອີກຄັ້ງຫລັງໄດ້ຮັບຜົນກະທົບໜັກ ຈາກການລະບາດ ຂອງພະຍາດໂຄວິດ-19, ເຮັດໃຫ້ເຮືອນພັກ, ໂຮງແຮມ ແລະ ຮ້ານອາຫານ ຕ່າງໆ ຫລາຍແຫ່ງຕ້ອງໄດ້ຢຸດຕິກິດຈະການ, ແຕ່ພາຍຫລັງລັດ ຖະບານ ໄດ້ປະກາດໄຊຊະເບື້ອງຕົ້ນໃນການຕໍ່ສູ້ຕ້ານພະຍາດດັ່ງກ່າວ, ໄດ້ເຮັດໃຫ້ສະ ພາບການຜ່ອນຄາຍລົງ ແລະ ປະຊາຊົນສາມາດເຄື່ອນໄຫວ ໄປມາໄດ້ເປັນ ປົກກະຕິ ແລະ ການທ່ອງທ່ຽວເຂດນີ້ກໍຄ່ອຍໆມີບັນຍາກາດຟົດຟື້ນ ຂຶ້ນມາອີກບາດກ້າວຫນຶ່ງ ດັ່ງນັກຂ່າວໜັງສືພິມລາວພັດທະນາ ພວກເຮົາ ໄດ້ມີໂອກາດໄປສຳພັດກັບບັນຍາກາດ ທ່າລາດ, ໜ້າເຂື່ອນນ້ຳງື່ມເມືອງ ແກ້ວອຸດົມ ແຂວງ ວຽງຈັນ, ທີ່ປັດຈຸບັນ ໂດຍສະເພາະແມ່ນລາວທ່ຽວລາວ ທີ່ຈະເປີດຂື້ນໃນຕົ້ນເດືອນກໍລະກົດນີ້.
ທ່າລາດເມືອງ ແກ້ວອຸດົມ ຫ່າງຈາກ ນະຄອນຫລວງວຽງຈັນປະມານ 75-80 ກິໂລແມັດ ໂດຍໃຊ້ເວລາເດີນທາງດ້ວຍລົດປະມານ 2-3 ຊົ່ວໂມງ ພວກເຮົາກໍຈະໄປເຖິງສະຖານທີ່ທ່ອງທ່ຽວ ທ່າລາດອັນລືຊື່ຂອງ ເຂື່ອນໄຟຟ້າ ນ້ຳງື່ມ1 ຊຶ່ງນອກຈາກເປັນແຫລ່ງຜະລິດກະແສງໄຟຟ້າທີ່ສຳຄັນຂອງ ລາວເຮົາ ແລ້ວ,ຍັງເປັນແຫລ່ງສະຫນອງ ປູປານານໍ້າ ຢ່າງຫລວງຫລາຍ ໃຫ້ຊາວ ນະຄອນຫລວງວຽງຈັນ ກໍຄືແຂວງຕ່າງໆໃນບໍລິເວນນີ້ ແລະ ໄດ້ກາຍເປັນ ແຫລ່ງ ທ່ອງທ່ຽວ ທີ່ມີທຳມະຊາດອັນສວຍສົດງົດງາມ ແລະ ເປັນທີ່ ຕິດອົກຕິດໃຈຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຈະການທ່ອງທ່ຽວແບບ ລ່ອງເຮືອຊົມທຳມະຊາດ ສາຍນ້ຳງື່ມ ແລະ ເກາະດອນຕ່າງໆ, ແຕ່ຫນ້າເສຍດາຍ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ນັ້ນທຸກຢ່າງ ໄດ້ປ່ຽນໄປຜູ້ຄົນ ທີ່ເຄີຍມາທ່ຽວຢ່າງຫລວງຫລາຍນັ້ນ ໄດ້ຈ່າງຫາຍໄປ, ຈົນມາຮອດປັດຈຸບັນ ຈິ່ງຄ່ອຍໆກັບມາມີບັນຍາກາດອີກຄັງໃຫມ່.