6 ເຄື່ອງສຳອາງທີ່ຫ້າມຢືມກັນໃຊ້ຫາກທ່ານຮັກໃບໜ້າ

- 011406 -  6 ເຄື່ອງສຳອາງທີ່ຫ້າມຢືມກັນໃຊ້ຫາກທ່ານຮັກໃບໜ້າ
- kitchen vibe -  6 ເຄື່ອງສຳອາງທີ່ຫ້າມຢືມກັນໃຊ້ຫາກທ່ານຮັກໃບໜ້າ

ຮູ້ຫລືບໍ່ວ່າການຢືມເຄື່ອງສຳອາງກັນໃຊ້ນັ້ນບໍ່ປອດໄພ ເພາະເຄື່ອງສຳອາງອາດເປັນແຫລ່ງສະສົມເຊື້ອພະຍາດຕ່າງໆທີ່ເຮົາເອງກໍຍັງບໍ່ຄາດຄິດ ຫລື ເຄື່ອງສຳອາງຂອງໝູ່ນັ້ນກໍອາດຈະບໍ່ປອດໄພຕໍ່ເຮົາກໍເປັນໄດ້ ຈຶ່ງບໍ່ຄວນຢືມກັນ.

  1. ເຄື່ອງສຳອາງທີ່ກ່ຽວກັບດວງຕາ (ອາຍລາຍເນີ, ອາຍແຊໂດ, ມາສຄາຣາ) : ເພາະສ່ຽງເຮັດໃຫ້ເນື້ອເຍື່ອຕາອັກເສບ ເພາະວ່າເນື້ອເຍື່ອທີ່ເປັນເມືອກນັ້ນ ປຽບດັ່ງທາງເຂົ້າທີ່ດີໃຫ້ແກ່ແບັກທີເຣຍ ເພາະດວງຕາບໍ່ໄດ້ມີຊັ້ນຜິວປ້ອງກັນຄືກບຜິວໜັງ ເຊິ່ງອາດຈະເຮັດໃຫ້ເປັນພະຍາດຕາແດງໄດ້ງ່າຍ.
  2. ມີດໂກນຂົນ : ສ່ຽງຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນ ຫລື  HIV ເພາະມີດໂກນຂົນອາດຈະມີເລືອດຕິດມາໄດ້ ເຊິ່ງອາດຈະມີແບັກທີເຣຍຢູ່ຄົມມີດໂກນ ເຖິງຈະລ້າງອອກແລ້ວກໍຕາມ.
  3. ຟອຍແຕ່ງໜ້າ : ເຮັດໃຫ້ສ່ຽງຕິດເຊື້ອແບັກທີເຣຍ ບໍ່ວ່າຈະແມ່ນຟອຍປັດແກ້ມ ຫລື ຟອຍຕ່າງໆມັກຈະມີຄວາມຊຸ່ມທີ່ເປັນ ແຫ່ລງສະສົມເພາະພັນຂອງເຊື້ອແບັກທີເຣຍ ເປັນຕົ້ນແມ່ນການປະໄວ້ໃນຫ້ອງນ້ຳ, ການຢືມຟອຍແຕ່ງໜ້າຄົນອື່ນມາໃຊ້ນັ້ນ ເຮົາບໍ່ມີທາງຮູ້ເລີຍວ່າເຂົາເອົາຟອຍນັ້ນໄປປະໄວ້ໃສແດ່ ຖ້າບໍ່ດັ່ງນັ້ນອາດເຮັດໃຫ້ທ່ານເປັນສິວໄດ້.
  4. ຜະລິດຕະພັນທີ່ຢູ່ໃນກະປຸກ : ທຸກເທື່ອທີ່ເຮົາທາຄຣີມ ເຮົາກໍມັກຈະເອົານິ້ວມືສຳຜັດເອົາຄຣີມ ຫລື ຮອງພື້ນອອກມາໃຊ້ ແລະ ມືທີ່ເຮົາບໍ່ຮູ້ວ່າໄປຈັບຫຍັງມາກ່ອນນັ້ນກໍແມ່ນແຫ່ລງສະສົມເຊື້ອແບັກທີເຣຍ ແລະ ເມື່ອເຮົາປິດຝາກະປຸກຄຣີມ ແບັກທີເຣຍທີ່ຮັກຄວາມມືດ ແລະ ສະພາບອາກາດຊຸ່ມກໍຍິ່ງແຜ່ກະຈາຍ. ທາງທີ່ດີຄວນມີຄຣີມໃຊ້ເປັນຄຣີມສ່ວນໂຕ ແລະ ໝັ້ນໃຈສະເໝີວ່າຕອນຈະທາຄຣີມນັ້ນ ມືຂອງເຮົາສະອາດດີແລ້ວ.
  5. ເຄື່ອງເຮັດຄວາມສະອາດໜ້າໄຟຟ້າ : ສ່ຽງຕິດເຊື້ອທາງຜິວໜັງ ແລະ ເຮັດໃຫ້ເປັນສິວ ເພາະເຄື່ອງດັ່ງກ່າວເປັນທີ່ນິຍົມຍ້ອນສະດວກ ແລະ ຮູ້ສຶກສະອາດໄປເຖິງຮູຂຸມຂົນ, ແຕ່ເມື່ອເຮັດຄວາມສະອາດແລ້ວ ແບັກທີເຣຍຈະໄປສະສົມຢູ່ໃນເຄື່ອງດັ່ງກ່າວ ແລະ ເມື່ອເອົາໄປໃຊ້ຕໍ່ ແບັກທີເຣຍກໍເຂົ້າສູ່ຮູຂຸມຂົນຂອງເຮົາ ສິວກໍເກີດຂຶ້ນ, ແຕ່ຖ້າໃຜທີ່ໃຊ້ຢູ່ກໍຄວນປ່ຽນຫົວຟອຍເຄື່ອງດັ່ງກ່າວທຸກ 3 ເດືອນ.
  6. ລິກສະຕິກ : ສ່ຽງຕິດໄຂ້ຫວັດ ແລະ ປາກເປື່ອຍ ເພາະປາກນັ້ນບໍ່ແມ່ນຜິວໜັງທີ່ຈະປ້ອງກັນອັນຕະລາຍຈາກແບັກທີເຣຍໄດ້, ມີຄວາມອ່ອນບາງຫລາຍທີ່ຈະຮັບເອົາແບັກທີເຣຍເຂົ້າຮ່າງກາຍໄດ້. ສະນັ້ນ, ຢ່າໃຫ້ກັນຢືມເດັດຂາດ.
- 4 -  6 ເຄື່ອງສຳອາງທີ່ຫ້າມຢືມກັນໃຊ້ຫາກທ່ານຮັກໃບໜ້າ
- 3 -  6 ເຄື່ອງສຳອາງທີ່ຫ້າມຢືມກັນໃຊ້ຫາກທ່ານຮັກໃບໜ້າ
- 5 -  6 ເຄື່ອງສຳອາງທີ່ຫ້າມຢືມກັນໃຊ້ຫາກທ່ານຮັກໃບໜ້າ
- Visit Laos Visit SALANA BOUTIQUE HOTEL -  6 ເຄື່ອງສຳອາງທີ່ຫ້າມຢືມກັນໃຊ້ຫາກທ່ານຮັກໃບໜ້າ