DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ

-             1 - DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ
- kitchen vibe - DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ

-             2 - DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ

ເປີດຕົວກ້ອງຖ່າຍ​ເທິງ​ອາກາດ​ແບບໃຫມ່ຂອງ DJI ​ເຊິ່ງກ້ອງຖ່າຍ​ເທິງ​ອາກາດ​ແບບໃຫມ່ທີ່ທາງ DJI ໄດ້ນໍາມາໃຫ້ຮູ້ຈັກ ບໍ່ແມ່ນກ້ອງຖ່າຍທີ່ໃຊ້ງານຈິງຈັງເຊັ່ນ: Inspire 2, Phantom 4 Pro ຫຼື ລຸ້ນ Mavic Pro ແຕ່ເປັນລຸ້ນທີ່ນ້ອຍກວ່າ ມີຊື່ສຽງຮຽງນາມວ່າ Spark ໃຊ້ງານໄດ້ງ່າຍ ເໝາະກັບທຸກໆຄົນທີ່ສົນໃຈຢາກໄດ້.

- Visit Laos Visit SALANA BOUTIQUE HOTEL - DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ

-             5 - DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ

ຈຸດເດັ່ນທີ່ໜ້າສົນໃຈຂອງ Spark ນອກຈາກຂະໜາດທີ່ນ້ອຍ ແລະໃຊ້ງານງ່າຍແລ້ວ ຍັງມີເລື່ອງການຄວບຄຸມສັ່ງການດ້ວຍມື ທີ່ເອີ້ນວ່າ Gesture mode ໂດຍບໍ່ຕ້ອງອາ​ໄສລີ່ໂມດເຊັ່ນ: ການຍົກຝາມືຂຶ້ນມາ ບັງຂັບໃຫ້ກ້ອງຖ່າຍບິນໄປໃນທິດທາງຕ່າງໆ ໂບກມືເພື່ອສັ່ງໃຫ້ກ້ອງຖ່າຍບິນອອກໄປພ້ອມຖ່າຍພາບ ເຮັດມືເປັນກອບຮູບເພື່ອສັ່ງໃຫ້ຖ່າຍຮູບ ຫຼື ປັດມືລົງພຽງ 2 ຂ້າງ ເພື່ອສັ່ງໃຫ້ກ້ອງບິນກັບມາຢູ່ມື.

-             4 - DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ

ສໍາລັບ Spark ເປັນກ້ອງຖ່າຍທີ່ມີນໍ້າໜັກພຽງ 300 ກຣາມ ແຕ່ມາພ້ອມກັບເຊັນເຊີກ້ອງ CMOS ຂະໜາດ ½.3 ນີ້ວ ຮອງຮັບການຖ່າຍວິດີໂອ 1080 P ແລະ ພາບນິ່ງຄວາມລະອຽດ 12 ລ້ານພິກເຊວ ແລະ ມໍເຕີແບບກິມບອລແບບສອງແກນ (2-axis) ມີໃຫ້ເລືອກ 5 ສີຄື: ສີແດງ, ສີຟ້າ, ສີຂຽວ, ສີຂາວ ແລະ ສີເຫຼືອງ.

-             7 1024x638 - DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ

ໂດຍ DJI Spark  ເລີ່ມຈໍາໜ່າຍໃນປະເທດໄທແຕ່ວັນທີ 15 ມິຖຸນາ 2017 ຜ່ານຕົວແທນຈໍາໜ່າຍຢ່າງເປັນທາງການທົ່ວປະເທດ ສ່ວນລາຄາຂອງ DJI Spark  ຊຸດມານຕະຖານຈະຢູ່ທີ່ 20 ພັນບາດ (ກ້ອງ, ແບັດເຕີຣີ່, ອຸປະກອນສາກ, ໃບພັດ 3 ຄູ່) ແລະ ຊຸດຄອມໂບ Spark Fly More Combo ລາຄາ 28 ພັນບາດ ໂດຍເພີ່ມແບັດເຕີຣີສໍາຮອງ, ລີໂມດຄວບຄຸມ, ຕົວປ້ອງກັນໃບພັດ, ກະເປົ່າພາຍ, ໃບພັດສໍາຮອງ 4 ຄູ່ ແລະອຸປະກອນເຊື່ອມຕໍ່ຕ່າງໆ.

 

- 5 - DJI ເປີດຕົວ Spark ກ້ອງຖ່າຍເທິງອາກາດຂະໜາດນ້ອຍ ສັ່ງດ້ວຍມື ບໍ່ຕ້ອງອາໄສລີໂມດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!