ໂຄວິດພາຊີວິດອຶດຫິວເພີ່ມຂຶ້ນ


ໂດຍ: ມຶກບໍ່ແຫ້ງ
ການລະບາດຂອງພະຍາດໂຄວິດ 19 ນັ້ນໄດ້ປ່ຽນແປງການກິນຢູ່ ຂອງປະຊາຊົນ, ການທຳມາຫາກິນຍາກ, ເຂົ້າຢາກໝາກແພງແມ່ນກຳລັງ ເປັນເລື່ອງໜ້າກັງວົນໃຈ.
ອົງການອາຫານໂລກໄດ້ລາຍງານວ່າການລະບາດຂອງພະຍາດໂຄວິດ19 ເປັນໄພອັນຕະລາຍຕໍ່ຄວາມພະຍາຍາມໃນການລຶບລ້າງໄພອຶດຫິວຢູ່ຫຼາຍປະເທດໃນໂລກແລະເຊື່ອວ່າຍ້ອນພະຍາດດັ່ງກ່າວຈະເຮັດໃຫ້ປະຊາກອນໂລກພົບພໍ້ກັບໄພອຶດຫິວຕື່ມປະມານ 130 ລ້ານຄົນໂດຍສະເພາະຢູ່ບັນດາປະເທດທີ່ມີບັນຫາດັ່ງກ່າວຢູ່ແລ້ວ.
ເດັກນ້ອຍ, ຜູ້ເຖົ້າແລະຄົນເສຍອົງຄະອາດເປັນກຸ່ມຄົນທີ່ສ່ຽງຫຼາຍຍ້ອນເຂົາເຈົ້າເຫຼົ່ານັ້ນສ່ວນຫຼາຍແລ້ວຍັງເພິ່ງພາຜູ້ອື່ນເປັນຢູ້ລ້ຽງດູ, ເບິ່ງແຍງ.
ອີງຕາມດັດສະນີໄພອຶດຫິວປີ 2019 ນັ້ນ ສປປລາວຈັດຢູ່ໃນລຳດັບທີ່ 87 ຈາກ 117 ປະເທດເຊິ່ງນັບວ່າເປັນຕົວເລກທີ່ ບໍ່ເພິ່ງປາຖະໜາພໍເທົ່າໃດແລະຍັງເປັນສັນຍານເຕືອນພວກເຮົາວ່າການເພີ່ມທະວີຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວນັ້ນແມ່ນມີຄວາມຈຳເປັນຮີບດ່ວນແລະເຖິງວ່າໄລຍະຜ່ານມາລັດຖະບານລາວກໍຄືສາກົນທີ່ໄດ້ເຮັດວຍກໃນດ້ານນີ້ ຢ່າງຫຼວງຫຼາຍແຕ່ຍັງມີຫຼາຍວຽກທີ່ຈະຕ້ອງສືບຕໍ່.
ເວົ້າເລື່ອງໂພຊະນາການຂອງເດັກນ້ອຍຍິ່ງເປັນບັນຫາ ທີ່ກັງວົນ, ອີງຕາມຕົວຊີ້ວັດທາງດ້ານສັງຄົມ (2017) ນັ້ນສະແດງໃຫ້ເຫັນວ່າເດັກນ້ອຍລາວມີອັດຕາເຕ້ຍທີ່ຍັງສູງຫຼາຍແລະເດັກນ້ອຍອາຍຸຕ່ຳກວ່າ 2 ປີຈຳນວນ 2/3 ຍັງບໍ່ສາມາດໄດ້ຮັບສານອາຫານພຽງພໍແລະຍິ່ງການປິດບ້ານປິດເມືອງຍ້ອນການລະບາດຂອງພະຍາດນັ້ນຍິ່ງເຮັດໃຫ້ ຫຍຸ້ງຍາກຂຶ້ນໃນການຫາອາຫານ, ເຮັດໃຫ້ ໄພອຶດຫິວມີ່ທ່າອ່ຽງເພີ່ມທະວີຂຶ້ນ.
ຍ້ອນການລະບາດຂອງພະຍາດໂຄວິດອົງການອາຫານໂລກແລະອົງການອາຫານແລະການກະເສດໄດ້ສຳຫຼວດຜົນກະທົບຂອງການລະບາດພະຍາດໂຄວິດ 19 ຕໍ່ ການຄ້ຳປະກັນສະບຽງອາຫານແລະວຽກງານກະສິກຳໃນສປປລາວເຊິ່ງເຫັນວ່າ 1/3 ຂອງຜູ້ໃຫ້ ສຳພາດຕອບວ່າເຂົາເຈົ້າມີຄວາມຫຍຸ້ງຍາກໃນການຊອກຫາອາຫານທີ່ມີໂພຊະນາການດີໄດ້ ຍ້ອນວ່າການເໜັງຕີງຂອງລາຄາອາຫານປະເພດຕ່າງໆ, ນອກນັ້ນຍັງມີຂໍ້ຈຳກັດໃນການຊອກຫາຕື່ມອີກ.
ການລະບາດໂຄວິດເຮັດໃຫ້ພວກເຮົາຕ້ອງພົບພໍ້ ກັບສິ່ງທ້າທາຍຕື່ມອີກໃນການລຶບລ້າງໄພອຶດຫິວພາຍໃນປະເທດແຕ່ ຢ່າງໃດກໍຕາມຜູ້ຂຽນກໍມີຄວາມເຊື່ອໝັ້ນລັດຖະບານເຮົາເຊິ່ງຄິດວ່າເພິ່ນກໍມີແຜນຮອງຮັບກັບສິ່ງດັ່ງກ່າວຢູ່ແລ້ວ.
ສິ່ງສຳຄັນພວກເຮົາຕ້ອງສຸມໃສ່ ເອົາໃຈໃສ່ ຕໍ່ບັນດາກຸ່ມທີ່ມີຄວາມສ່ຽງໂດຍສະເພາະເດັກນ້ອຍທີ່ເປັນໄວກຳລັງເຕີບໃຫຍ່, ຖ້າພວກເຮົາຢາກເຫັນເຂົາເຈົ້າເຕີບໃຫຍ່ ດ້ວຍຄຸນນະພາບທີ່ດີມີຄວາມແຂງແຮງກໍຕ້ອງຮັບປະກັນໂພຊະນາການທີ່ດີ.