ອົງການອະນາໄມໂລກກ່າວວ່າ: ໂຄວິດ-19ແມ່ນຜົນພວງມາຈາກການທຳລາຍສິ່ງແວດລ້ອມຂອງມະນຸດ

ອົງການອະນາໄມໂລກກ່າວວ່າ: ໂຄວິດ-19ແມ່ນຜົນພວງມາຈາກການທຳລາຍສິ່ງແວດລ້ອມຂອງມະນຸດ - 48 10 - ອົງການອະນາໄມໂລກກ່າວວ່າ: ໂຄວິດ-19ແມ່ນຜົນພວງມາຈາກການທຳລາຍສິ່ງແວດລ້ອມຂອງມະນຸດ
ອົງການອະນາໄມໂລກກ່າວວ່າ: ໂຄວິດ-19ແມ່ນຜົນພວງມາຈາກການທຳລາຍສິ່ງແວດລ້ອມຂອງມະນຸດ - kitchen vibe - ອົງການອະນາໄມໂລກກ່າວວ່າ: ໂຄວິດ-19ແມ່ນຜົນພວງມາຈາກການທຳລາຍສິ່ງແວດລ້ອມຂອງມະນຸດ

ອົງການຈັດຕັ້ງຂອງສະຫະປະຊາຊາດ, ອົງການຈັດຕັ້ງອະນາໄມໂລກ ແລະ ກອງທຶນບູລະນະທຳມະຊາດໂລກ ລ້ວນແຕ່ມີທັດສະນະໃນທຳນອງດຽວກັນວ່າ: ການລະບາດຂອງພະຍາດໂຄວິດ-19 ແມ່ນຜົນພວງຈາກການທຳລາຍສິ່ງແວດລ້ອມຈາກນໍ້າມືຂອງມະນຸດ.

ວັນທີ 17 ມີຖຸນາ, Guardianໄດ້ອ້າງອີງຄຳເວົ້າຂອງການນຳສະຫະປະຊາຊາດ, ອົງການອະນາໄມໂລກ ແລະ ກອງທຶນບູລະນະທຳມະຊາດໂລກ ຢືນຢັນວ່າ: ການລະບາດຂອງພະຍາດໂຄວິດ-19 ແມ່ນຜົນພວງຂອງພຶດຕິກຳທຳລາຍສະພາບແວດລ້ອມທຳມະຊາດຂອງມະນຸດ.

ອົງການອະນາໄມໂລກກ່າວວ່າ: ໂຄວິດ-19ແມ່ນຜົນພວງມາຈາກການທຳລາຍສິ່ງແວດລ້ອມຂອງມະນຸດ - Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກກ່າວວ່າ: ໂຄວິດ-19ແມ່ນຜົນພວງມາຈາກການທຳລາຍສິ່ງແວດລ້ອມຂອງມະນຸດ

ຜູ້ອຳນວຍການໃຫ່ຍຮັບຜິດຊອບດ້ານການແພດ ແລະ ສິ່ງແວດລ້ອມຂອງ ອົງການອະນາໄມໂລກ Maria Neira ກ່າວວ່າ: “ພວກເຮົາໄດ້ປະເຊີນກັບຫຼາຍພະຍາດໃນຊຸມປີຜ່ານມາເຊັ່ນ:Zika, Aids, Sars, Ebola ທັງໝົດນັ້ນລ້ວນແຕ່ມີທີ່ມາຈາກສັດ ຊຶ່ງພວກມັນຖືກກົດດັນຈາກສະພາບແວດລ້ອມດຳລົງຊີວິດຂອງພວກມັນ

ໃນຂະນະດຽວກັນ, ທ່ານ ນາງ Inger Andersen ຜູ້ອຳນວຍການຈັດການໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດ ປະກາດວ່າ: ພະຍາດໂຄວິດ-19 ໄດ້ກາຍເປັນຄຳ “ກ່າວເຕືອນທີ່ຮີບດ່ວນຕໍ່ກັບການເຄື່ອນໄຫວເສດຖະກິດຂອງມວນມະນຸດ”. ໃນຂະນະດຽວກັນ ປະຊາຊົນຫຼາຍປະເທດກໍຍັງມີແນວຄວາມຄິດຢາກສ້າງຄວາມຈະເລີນຮັ່ງມີທາງເສດຖະກິດໂດຍບໍ່ອາໄສທຳມະຊາດ  ຈຶ່ງພາກັນທຳລາຍສິ່ງແວດລ້ອມ.

ໃນບົດລາຍງານສະບັບໜຶ່ງຂອງກອງທຶນບູລະນະທຳມະຊາດ(WWF) ໃນວັນທີ 17 ມີຖຸນານີ້ ໄດ້ກ່າວເຕືອນຕໍ່ຄວາມອັນຕະລາຍຂອງພະຍາດຊະນິດໃໝ່ທີ່ຈະເກີດຂຶ້ນ ແລະ ຕິດໃສ່ຄົນໃນອະນາຄົດແມ່ນມີຄວາມເປັນໄປໄດ້ສູງ. ອົງການດັ່ງກ່າວຕີລາຄາວ່າ ພະຍາດຊະນິດໃໝ່ທີ່ຈະເກີດຂື້ນນັ້ນ ອາດຈະສ້າງຄວາມເສຍຫາຍອັນໃຫ່ຍຫຼວງຕໍ່ສູຂະພາບ ຕໍ່ເສດຖະກິດ ແລະ ຄວາມໝັ້ນຄົງຂອງໂລກ.

ບັນດານັກຊ່ຽວຊານທັງຫຼາຍລ້ວນແຕ່ມີຄຳຄິດເຫັນໄປໃນທິດທາງດຽວກັນວ່າ: ປັດໄຈຕົ້ນຕໍຂອງການເກີດພະຍາດແມ່ນມາຈາກສັດປ່າ ແລ້ວຕິດໃສ່ຄົນ. ການຜະລິດກະສິກຳ ແລະ ລ້ຽງສັດ ກໍຄືການຄ້າຂາຍ ແລະ ຈຳໜ່າຍສັດປ່າ ແມ່ນມີຄວາມອັນຕະລາຍສູງໃນການແຜ່ລະບາດຂອງພະຍາດ.

ບົດລາຍງານດັ່ງກ່າວ ຍັງໃຫ້ຮູ້ຕື່ມອີກວ່າ: ມີປະມານ 60-70% ຂອງພະຍາດທີ່ເກີດຂຶ້ນກັບຄົນແມ່ນເລີ່ມມາແຕ່ປີ 1990 ເປັນຕົ້ນມາ ແລະ ສ່ວນໃຫ່ຍແມ່ນມາຈາກສັດປ່າ ໃນໄລຍະດຽວກັນນີ້ ມີຫຼາຍກວ່າ 178 ລ້ານເຮັກຕາປ່າຖືກທຳລາຍ ທຽບເທົ່າກັບ 7 ເທື່ອຂອງເນື້ອທີ່ປະເທດອັງກິດ.

ຂ່າ: ລູກເມືອງພວນ(ແຫຼ່ງຂ່າວ zingnews)

ອົງການອະນາໄມໂລກກ່າວວ່າ: ໂຄວິດ-19ແມ່ນຜົນພວງມາຈາກການທຳລາຍສິ່ງແວດລ້ອມຂອງມະນຸດ - 5 - ອົງການອະນາໄມໂລກກ່າວວ່າ: ໂຄວິດ-19ແມ່ນຜົນພວງມາຈາກການທຳລາຍສິ່ງແວດລ້ອມຂອງມະນຸດ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!