ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ

ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ - 33366 - ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ
ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ - kitchen vibe - ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ

ໂອເມກ້າ – 3 ທີ່ມີຢູ່ໃນປາ ເຊິ່ງເປັນໄຂມັນປະເພດບໍ່ອີ່ມໂຕ ມີປະໂຫຍດໃນເລື່ອງຫລຸດອັດຕາການຕາຍຈາກພະຍາດຫົວໃຈ ແລະ ພະຍາດຫລອດເລືອດຕີບ ແລະ ຍັງຫລຸດຄໍເລສເຕີໂຣນ, ໄຕຣກລີເຊີໄຣ ລວມທັງຫລຸດຄວາມໜຽວຂອງເລືອດ, ຫລຸດການອັກເສບ ເຮັດໃຫ້ຄວາມຂຸ້ນໃນເລືອດຢູ່ໃນລະດັບປົກກະຕິ. ການກິນນຳ້ມັນປາຈະສ້າງຄວາມດຸ່ນດ່ຽງ ປັບລະດັບເລືອດໃນຮ່າງກາຍໃຫ້ຢູ່ໃນລະດັບປົກກະຕິ. ໄຂມັນປາປະກອບດ້ວຍສານ EPA ແລະ DHA ສານກຸ່ມນີ້ຈະມີປະໂຫຍດຕໍ່ຮ່າງກາຍ ເຊິ່ງມີຢູ່ໃນປາທະເລນຳ້ເລິກ, ໃນເຂດໜາວ ເຊັ່ນ : ປາແຊວມັອນ, ປາແມັກເຄີເຣວ ສ່ວນໃນລາວເຮົາປາເຫລົ່ານີ້ກໍອ່າວມີລາຄາແພງ ຈຶ່ງແນະນຳໃຫ້ກິນປາທູ ແລະ ປາສະຫວາຍ ທົດແທນ ເພາະໃນປາທູຈະມີສານໂອເມກ້າ – 3 ອ່າວຫລາຍ, ໃນຊີ້ນປາທູ 100 ກຣາມ ມີສານໂອເມກ້າ – 3 ປະມານ 2 – 3 ກຣາມ ໂດຍປົກກະຕິໃນ 1 ມື້ ຮ່າງກາຍຕ້ອງການໂອເມກ້າ – 3 ປະມານ ມື້ລະ 3 ກຣາມ.

ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ - 061506 2020 300x225 - ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ

ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ - Visit Laos Visit SALANA BOUTIQUE HOTEL - ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ

ແນວໃດກໍຕາມ, ການກິນອາຫານເສີມນຳ້ມັນປາ ເຊິ່ງມີໂອເມກ້າ – 3 ຕ້ອງໄດ້ຮັບການກວດເຊັກຈາກແພດກ່ອນວ່າຮ່າງກາຍຂາດໂອເມກ້າ – 3 ຫລືບໍ່ ເພາະຫາກຮ່າງກາຍໄດ້ຮັບໂອເມກ້າ – 3 ພຽງພໍແລ້ວ ກໍບໍ່ຈຳເປັນຕ້ອງຊື້ນຳ້ມັນປາມາກິນຕື່ມອີກ.

ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ - 4 - ກິນປາທູ ຊ່ວຍຫລຸດບັນຫາຫລອດເລືອດຕີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!