ຂ່າວລື Sony A7III ອາດມາພ້ອມເຊັນເຊີພາບຍັງມີລະບົບ AF ຄືກັບລຸ້ນ A9


ເວັບ Sonyalpharumors ວ່າມີຂ່າວລືຈາກບ່ອນທີ່ເຊື່ອຖືໄດ້ ເປີດເຜີຍກ້ອງຟູລເຟຣມສະເປັກດີລຸ້ນໃຫມ່ເຊັ່ນ Sony A7III ເຊິ່ງມີລາຍລະອຽດທີ່ໜ້າສົນໃຈ.
ອາດຈະມີການເປີດຕົວກ້ອງ Sony A7III ໃນໄລຍະໃບໄມ້ຫຼົ້ນຂອງປີນີ້ (ທ້າຍປີ)
Sony A7III ອາດຈະມາພ້ອມກັບເຊັນເຊີພາບທີ່ມີຄວາມລະອຽດ 24 ລ້ານພິກເຊວຮູບແບບໃຫມ່ (ເບິ່ງຄືຈະເປັນເຊັນເຊີ Stacked CMOS ແບບດຽວກັບກ້ອງ A9)
Sony A7III ອາດຈະມີລະບົບອໍໂຕໂຟກັສແບບດຽວກັບ A9 ທີ່ສາມາດໂຟກັສຈັບວັດຖຸທີ່ເຄື່ອນໄຫວໄວໄດ້ເປັນຢ່າງດີ.
ແຕ່ສິ່ງທີ່ Sony A7III ເຮັດໄດ້ບໍ່ດີເທົ່າ A9 ຄືຈະບໍ່ສາມາດຖ່າຍພາບນິ້ງຕໍ່ເນື່ອງໄດ້ໃນຄວາມໄວສູງເຖິງ 20 ພາບຕໍ່ວິນາທີ (ແຕ່ຈະຖ່າຍໄດ້ຈັກພາບຕໍ່ວິນາທີຕ້ອງລຸ້ນກັນ)
ເບິ່ງແລ້ວ A7III ຈະຄືລຸ້ນ A9 ໃນລະດັບລາຄາທີ່ເບົາກວ່າ ໂດຍຕັດຟັງຊັ່ນການຖ່າຍ 20 ພາບຕໍ່ວິນາທີຖີ້ມໄປ ແລະ ຍັງບໍ່ມີຄວາມແນ່ນອນວ່າຂອງດີຂອງ A7III ຈະອອກມາຄືກັບລຸ້ນ A9 ຫຼື ຈະຍັງຮັກສາລັກສະນະຄືລຸ້ນ A7III ຕ້ອງບອກວ່າສໍາລັບ Sony ທີ່ຍັງຮັກສາໄປໃນທາງຟູລເຟຣມ ຕ້ອງຕິດຕາມຂ່າວກັນຢ່າງໃກ້ຊິດ.